(ໂດຍ:ກ່າຄຸດທະວົງສັກ)
ການສ້າງເສດຖະກິດຄອບຄົວແມ່ນການຫາລາຍໄດ້ແກ້ໄຂຄວາມທຸກຍາກເຮັດໃຫ້ສະມາຊິກທຸກຄົນມີຢູ່ມີກິນ, ມີລາຍຮັບໂດຍອີງໃສ່ຄວາມສາມາດ, ທ່າແຮງ, ເງື່ອນໄຂແລະການຊ່ວຍເຫຼືອຊຶ່ງກັນແລະກັນຢ່າງພ້ອມພຽງປະກອບກັບຄວາມດຸໝັ່ນຂະຫຍັນພຽນດັ່ງຄອບຄົວຂອງທ່ານໂສມງາມເລີດວິໄລອາຍຸ60ປີ, ປັດຈຸບັນຢູ່ບ້ານບວມເລົາຜາແກ້ວເມືອງປາກລາຍແຂວງໄຊຍະບູລີເປັນຕົວແບບສ້າງລາຍຮັບໃນການປູກພືດໝູນວຽນເພື່ອຂາຍເປັນສິນຄ້າ.
ທ່ານໂສມງາມເລີດວິໄລໄດ້ຂຶ້ນປະກອບຄໍາຄິດເຫັນຄອບຄົວຕົວແບບການປູກພືດໝູນວຽນເພື່ອຂາຍເປັນສິນຄ້າຢູ່ໃນກອງປະຊຸມອົງການປົກຄອງບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວໃຫ້ຮູ້ວ່າ:ໃນໄລຍະຜ່ານມາການປູກພືດເປັນສິນຄ້າໄດ້ປູກແຕ່ສາລີດ້ວຍຮູບແບບການໄຖດິນແລະນຳໃຊ້ຢາຂ້າຫຍ້າເພື່ອກະກຽມດິນປູກພືດດັ່ງກ່າວແລະປູກແຕ່ພືດຊະນິດດຽວໃນພື້ນທີ່ເກົ່າຕໍ່ກັນຫຼາຍປີ, ບໍໍ່ມີການປັບປຸງດິນ, ບໍ່ມີການໃສ່ຝຸ່ນ, ບໍ່ມີການປູກພືດໝູນວຽນ, ຈຶ່ງເຮັດໃຫ້ດິນເຊື່ອມຄຸນນະພາບລົງ, ຜົນຜະລິດສາລີຫຼຸດລົງເລື້ອຍໆໃນແຕ່ລະປີ. ຕົກມາຮອດປີ2000ໄດ້ມີໂຄງການນິເວດກະສິກຳລົງຈັດຕັ້ງປະຕິບັດກິດຈະກຳສົ່ງເສີມການປູກສາລີແບບບໍ່ໄຖດິນ, ຮັກສາເສດພືດປົກຄຸມໜ້າດິນ, ໂດຍມີການປູກພືດປະສົມປະສານ, ປູກພືດໝູນວຽນແລະປູກພືດຕໍ່ເນື່ອງຊຶ່ງຄອບຄົວຂອງທ່ານໂສມງາມເລີດວິໄລກໍເປັນຄອບຄົວໜຶ່ງທີ່ໄດ້ເຂົ້າຮ່ວມເປັນສະມາຊິກກຸ່ມຂອງໂຄງການດັ່ງກ່າວ, ໂດຍໄດ້ຮັບການຝຶກອົບຮົມຮຽນຮູ້ທາງດ້ານເຕັກນິກຕ່າງໆແລ້ວນຳມາຈັດຕັ້ງປະຕິບັດຕົວຈິງໃນພື້ນທີ່ຂອງຕົນເອງ. ໃນເນື້ອທີ່ປູກພືດທັງໝົດ3,50ເຮັກຕາ, ໄດ້ແບ່ງອອກເປັນ2ຕອນຄື: ຕອນທີ1: ເນື້ອທີ່2,50ເຮັກຕາ, ໄດ້ປູກສາລີປະສົມແລະຕໍ່ເນື່ອງກັບຖົ່ວແດງ, ຖົ່ວດິນ. ເມື່ອປູກສາລີໄດ້75-80ວັນແລ້ວຫຼືສັງເກດເບິ່ງສາລີກາບເຫຼືອງ, ກໍໄດ້ອະນາໄມພື້ນທີ່, ຖາງຫຍ້າຢູ່ຕາມວ່າງສາລີຈາກນັ້ນເອົາຖົ່ວແດງມາປູກສັບຫວ່າງສາລີ (ນີ້ແມ່ນເຕັກນິກ: ປູກປະສົມປະສານ) ເມື່ອສາລີມີອາຍຸ120ວັນ, ກໍເກັບກູ້ສາລີອອກ, ອະນາໄມພື້ນທີ່ແລວຖົ່ວແດງຫຼືເອົາຖົ່ວດິນມາປູກໃສ່ (ອັນນີ້ແມ່ນເອີ້ນວ່າ: ການປູກຕໍ່ເນື່ອງ), ສ່ວນຕອນດິນທີ2: ມີເນື້ອທີ່1,50ເຮັກຕາ, ໄດ້ແບ່ງເປັນ2ແປງ: ແປງທີ1ປູກສາລີປະສົມກັບຖົ່ວແດງແລະແປງທີ2ປູກມັນຕົ້ນ: ປີຕໍ່ໄປແປງທີ່ປູກສາລີປະສົມກັບຖົ່ວແດງແມ່ນເອົາມັນຕົ້ນມາປູກໃສ່ແລະແປງທີ່ປູກມັນຕົ້ນປີຜ່ານມາແມ່ນເອົາສາລີແລະຖົ່ວແດງມາປູກໃສ່ໝູນວຽນກັນໄປເລື້ອຍໆໃນແຕ່ລະປີໆຈາກການປະຕິບັດຕາມເຕັກນິກດັ່ງກ່າວເຫັນວ່າດິນມີຄວາມອຸດົມສົມບູນຂຶ້ນ,ເພາະພືດຕະກູນຖົ່ວເປັນພືດທີ່ສາມາດປັບປຸງດິນໃນຕົວມັນເອງ,ໄດ້ຜົນຜະລິດເພີ່ມຂຶ້ນ ແລະ ຜົນຜະລິດຄົງຕົວໃນແຕ່ລະປີ, ການເຮັດເຕັກນິກແບບນີ້ກໍບໍ່ຈຳເປັນຕ້ອງຊື້ຝຸ່ນເຄມີເຂົ້າມານຳໃຊ້ໃນການຜະລິດ. ທ່ານໂສມງາມເລີດວິໄລໄດ້ກ່າວຕື່ມອີກວ່າ: ມາຮອດປັດຈຸບັນດິນປູກພືດຂອງຕົນແມ່ນໄດ້ປູກແບບໝູນວຽນພືດເປັນ2ຊະນິດຄື: ສາລີແລະມັນຕົ້ນແລ້ວເອົາຖົ່ວແດງ, ຖົ່ວດິນມາປູກຕໍ່ເນື່ອງ, ປີໜຶ່ງໄດ້ຜົນຜະລິດສາລີ7,5ໂຕນ (ຝັກ) ຕໍ່1ເຮັກຕາ, ຂາຍເປັນເງິນໄດ້: 10,8ລ້ານກີບ, ຖົ່ວແດງໄດ້2,5ໂຕນຕໍ່1ເຮັກຕາຂາຍໄດ້45ລ້ານກີບແລະມັນຕົ້ນໄດ້36ໂຕນຕໍ່1ເຮັກຕາຂາຍໄດ້: 54ລ້ານກີບ, ລວມແລ້ວຄອບຄົວຂອງຂ້າພະເຈົ້າປີໜຶ່ງມີລາຍຮັບຈາກການຂາຍຜົນຜະລິດພືດໃນເນື້ອທີ່3,50ເຮັກຕາ, ຫັກຕົ້ນທຶນອອກຍັງເຫຼືອ: 90ລ້ານກີບຕໍ່ປີ. ເມື່ອມີຜົນໄດ້ຮັບດີຄືແນວນັ້ນແລະດິນມີຄວາມອຸດົມສົມບູນໄປເລື້ອຍໆ, ປັດຈຸບັນເຕັກນິກການປູກພືດແບບປະສົມປະສານ, ໝູນວຽນແລະປູກພືດຕໍ່ເນື່ອງ, ມີຫຼາຍຄອບຄົວນຳເອົາບົດຮຽນໄປຈັດຕັ້ງປະຕິບັດຢ່າງກວ້າງຂວາງໃນເຂດພັດທະນາຜາແກ້ວ-ປ່າໄລ່ແລະເຂດອື່ນໆຂອງເມືອງ.
ຈາກຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ,ກໍຍ້ອນການຊີ້ນຳ-ນຳພາຂອງຄະນະພັກເມືອງ,ຄະນະນໍາ, ວິຊາການຫ້ອງການກະສິກໍາແລະປ່າໄມ້ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງກະຕຸກຊຸກຍູ້ເປັນປະຈຳ.ໃນຕໍ່ໜ້ານີ້, ຄອບຄົວຂອງລາວຈະສືບຕໍ່ການປູກພືດເປັນສິນຄ້າໂດຍນຳໃຊ້ເຕັກນິກດັ່ງກ່າວໃຫ້ມີຄວາມຍືນຍົງຕະຫຼອດໄປ.