ກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2023 ແລະ ທິດທາງແຜນການປີ 2024  ພາຍໃຕ້ຄໍາຂວັນ ເພື່ອບັນລຸເປົ້າໝາຍ "ລາຍຮັບພາຍໃນກຸ້ມລາຍຈ່າຍ ມີສ່ວນສະສົມໄວ້ ແລະ ບຸກທະລຸການຄຸ້ມຄອງ ງົບປະມານແຫ່ງລັດເປັນທັນສະໄໝ" ໄດ້ປິດລົງດ້ວຍຜົນສຳເລັດວັນທີ 19 ທັນວານີ້ ທີ່ ສູນການຮ່ວມມືສາກົນ ແລະ ເຝີກອົບຮົມ (ICTC) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ  ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ,  ເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສັນຕິພາບ ພົມວິຫານລັດຖະມົນຕີກະຊວງການເງິນໄດ້ລາຍງານຜົນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ໄດ້ດຳເນີນດ້ວຍບັນຍາກາດອັນເຄັ່ງຮ້ອນ ມີຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ໄດ້ຮັບຟັງການສະເໜີບັນດາເອກະສານສໍາຄັນ 8 ສະບັບ ເປັນຕົ້ນ ບົດສະຫຼຸບການຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດກາງສະໄໝ (2021-2025) ແລະ ທິດທາງແຜນການປະຈໍາປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ; ການສະຫຼຸບຕີລາຄາວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ວຽກງານກວດສອບ ລວມທັງວຽກງານວິຊາສະເພາະຕິດພັນກັບການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝແລະການກຳນົດຫຼັກການ ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການເງິນ ຕາມທິດ 3 ສ້າງ ເພື່ອເປັນພື້ນຖານ ປັບປຸງນິຕິກຳຕິດພັນກັບການສ້າງຄວາມເຂັ້ມແຂງທາງດ້ານງົບປະມານໃຫ້ທ້ອງຖີ່ນ ແລະ ອື່ນໆ.
ໃນໂອກາດນີ້ ທ່ານ ທອງລຸນ  ສີສຸລິດ ໂອລົມຕໍ່ກອງປະຊຸມໂດຍເນັ້ນວ່າ:ຕ້ອງສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ທີ່ເຮັດວຽກການເງິນໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດບໍລິສຸດຕໍ່ວິຊາຊີບ, ມີຄວາມອົດທົນເສຍສະຫຼະ ແລະ ປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ; ສືບຕໍ່ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການເງິນ ໃຫ້ຂາດຕົວ, ເຂັ້ມງວດ ແລະ ເດັດຂາດ; ຕ້ອງສືບຕໍ່ປັບປຸງ ແລະ ເຮັດໃຫ້ກົງຈັກຂະແໜງການເງິນກະທັດຮັດ, ສົມເຫດສົມຜົນ ແລະ ແກ້ໄຂວຽກງານວ່ອງໄວ ແລະ ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ, ສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງຟົດຟື້ນ; ເພີ່ມທະວີຄວາມເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ.ໃນຕໍ່ໜ້ານີ້ ຂະແໜງການເງິນ ຕ້ອງຍູ້ແຮງການຈັດຕັ້ງປະຕິບັດ ວິໄນແຜນການ-ການເງິນ, ມີຫຼາຍບົດຮຽນທັງບົດຮຽນທີ່ໄດ້ຮັບໄຊຊະນະ ແລະ ທັງປະລາໄຊ ໃນການຄຸ້ມຄອງການເງິນ-ວິໄນການເງິນ, ສະນັ້ນ ການຄຸ້ມຄອງການເງິນ ຈຶ່ງຖືເປັນບັນຫາທີ່ຕ້ອງເວົ້າກັນຫຼາຍ, ມັນກວມເອົາທັງວິໄນ ແລະ ຈັນຍາບັນຂອງຜູ້ເຮັດວຽກງານການເງິນ, ທັງກົດໝາຍ ແລະ ລະບຽບການທີ່ຍັງບໍ່ທັນຮັດກຸມຕ້ອງພ້ອມກັນຄົ້ນຄວ້າ ແລະ ມີວິທີແກ້ໄຂແທ້ໆ, ສຸມໃສ່ສືບຕໍ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ເພື່ອສະກັດກັ້ນການຮົ່ວໄຫຼຂອງງົບປະມານ, ເພີ່ມລາຍຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕຂອງເສດຖະກິດ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດ, ໃຫ້ມີສ່ວນເຫຼືອແຮໄວ້ ຊຳລະໜີ້ສິນຕາມຍຸດທະສາດ ແລະ ແຜນໄລຍະກາງທີ່ກຳນົດໄວ້ ກໍຄືການສ້າງຄັງສະສົມແຫ່ງລັດໃຫ້ຫຼາຍຂຶ້ນເລື້ອຍໆ.  ກົມການເມືອງສູນກາງພັກໄດ້ຕົກລົງ ແລະ ມີທິດຊີ້ນຳໃຫ້ລັດຖະບານ ນຳໃຊ້ເງິນເກີນແຜນທີ່ທ້ອງຖິ່ນ ແລະ ບັນດາພາກສ່ວນຕ່າງໆ ຈັດເກັບໄດ້ນັ້ນເພື່ອແບ່ງສັດສ່ວນເຄິ່ງໜຶ່ງ ມາບໍລິຫານ-ຈັດການ ໃສ່ສອງບັນຫາຕົ້ນຕໍ ຄື:ແກ້ໄຂໜີ້ສິນ (25%) ແລະ (25%) ແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ໃນເງື່ອນໄຂຝືດເຄືອງດ້ານການດໍາລົງຊີວິດ, ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກ ດ້ານການເງິນ, ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ, ຮັບປະກັນສະຖຽນລະພາບໃຫ້ເສດຖະກິດແຫ່ງຊາດ; ສິ່ງສຳຄັນໃນສະເພາະໜ້າແກ້ໄຂອັດຕາເງິນເຟີ້, ເຮັດໃຫ້ອັດຕາແລກປ່ຽນເງິນກີບທຽບໃສ່ສະກຸນເງິນຫຼັກຫຼຸດລົງ ຫຼື ເຮັດໃຫ້ເງິນກີບແຂງຄ່າຂຶ້ນ;ເອົາໃຈໃສ່ ສ້າງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ, ຕ້ອງສ້າງຖານການຜະລິດໃໝ່, ຂະຫຍາຍການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເພີ່ມການສົ່ງອອກໃຫ້ຫຼາຍຂຶ້ນ, ສ້າງກົນໄກ ແລະ ຮູບແບບສົ່ງເສີມການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໃຫ້ຫຼາຍຂຶ້ນ;  ຂະແໜງການເງິນ ສົມທົບພາກສ່ວນກ່ຽວຂ້ອງ ສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ, ດ້ວຍການປັບປຸງນະໂຍບາຍແລະ ມາດຕະການແກ້ໄຂບັນຫາການລົງທຶນ, ການເກັບລາຍຮັບງົບປະມານ, ເງິນຕາຕ່າງປະເທດ, ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ; ສ້າງຄວາມສະດວກໃຫ້ແກ່ຜູ້ປະກອບການສາມາດຂະຫຍາຍທຸລະກິດ, ປະຕິບັດພັນທະໃຫ້ລັດຢ່າງຄົບຖ້ວນຕາມກົດໝາຍຢ່າງເຂັ້ມງວດ, ໃຫ້ຂະແໜງການເງິນ ສົມທົບກັບຂະແໜງການກ່ຽວຂ້ອງ ສຸມໃສ່ຄົ້ນຄວ້ານະໂຍບາຍ, ມາດຕະການເພີ່ມລາຍຮັບທີ່ເປັນເງິນຕາເຂົ້າງົບປະມານໃຫ້ຫຼາຍຂຶ້ນໂດຍສະເພາະຈາກຂະແໜງການທີ່ປະເທດມີທ່າແຮງ, ເປັນຕົ້ນການທ່ອງທ່ຽວ,ແຮ່ທາດ, ພະລັງງານ, ກະສິກໍາ ແລະ ອື່ນໆ;  ຕ້ອງກຳແໜ້ນທິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານທີ່ວ່າ:“ຂະແໜງການເງິນຕ້ອງເຮັດວຽກງານສ້າງ ແລະ ປະຕິບັດງົບປະມານໃຫ້ດີ, ປະຕິບັດການກວດກາ ຂຶ້ນບັນຊີ, ກຳແໜ້ນໝົດທຸກແຫຼ່ງຊັບສົມບັດຂອງລັດ, ຄົ້ນຄ້ວາ ແລະປະກາດໃຊ້ນະໂຍບາຍລາຍຮັບ-ລາຍຈ່າຍການເງິນ, ນະໂຍບາຍພາສີຢ່າງທັນການ; ແນະນໍາ, ກວດກາ ແລະ ຊຸກຍູ້ບັນດາຮາກຖານການຜະລິດ, ທຸລະກິດໃຫ້ປະຕິບັດລະບອບການເງິນ, ລະບອບໄລ່ລຽງທຸລະກິດຢ່າງເຂັ້ມງວດ, ໃຫ້ທຸກຂະແໜງການ, ທຸກຂັ້ນຕ້ອງຄຸ້ມຄອງແຫຼ່ງລາຍຮັບ-ລາຍຈ່າຍ ຢ່າງເຂັ້ມງວດ”ຮັກສາສະຖຽນລະພາບການບໍລິຫານໜີ້ສິນສາທາລະນະ ດ້ວຍຫຼາຍມາດຕະການລວມທັງການປັບໂຄງສ້າງໜີ້ສິນສາທາລະນະຄືນໃໝ່, ສ້າງເປັນແຜນລະອຽດຮັບປະກັນໃຫ້ມີແຫຼ່ງ ແລະ ມີລາຍຮັບ ເພື່ອຮອງຮັບໃນການຊຳລະໜີ້ສິນຕາມແຕ່ລະຂໍ້ຜູກພັນສັນຍາ;ຈຳກັດການເພີ່ມຂຶ້ນຂອງໜີ້ສິນໃນໄລຍະກາງ ແລະ ມີປະສິດທິຜົນທາງດ້ານເສດຖະກິດ-ສັງຄົມສູງ; ສືບຕໍ່ປະເມີນຄວາມສ່ຽງ, ການເຈລະຈາເລື່ອນ ຫຼື ກູ້ຢືມມາບໍລິຫານໜີ້ຢ່າງເໝາະສົມ, ບັນຫາສໍາຄັນແມ່ນຕ້ອງສືບຕໍ່ເລັ່ງລັດການປະຕິຮູບບັນດາລັດວິສາຫະກິດໃຫ້ໄວ ເພື່ອສາມາດກຸ້ມທີ່ກູ້ຢືມຕໍ່ຈາກລັດຖະບານຕົນເອງ ແລະ ປະຕິບັດການຊຳລະຄືນຕົ້ນທຶນ-ດອກເບ້ຍໃຫ້ຄົບຖ້ວນ ແລະ ທັນເວລາ ເພື່ອແບ່ງເບົາພັນທະຂອງລັດຖະບານຕໍ່ເຈົ້າໜີ້ຕ່າງປະເທດ ທີ່ມີຄວາມໜັກໜ່ວງໃຫ້ຜ່ອນຄາຍລົງ; ພ້ອມທັງເອົາໃຈໃສ່ລະດົມແຫຼ່ງທຶນຜ່ານໂຄງການຂະໜາດໃຫຍ່ທີ່ມີເງື່ອນໄຂ ເພື່ອຮັບປະກັນໃຫ້ມີແຫຼ່ງທຶນພຽງພໍໃນການຊຳລະໜີ້ສິນ, ເດັດຂາດບໍ່ໃຫ້ປະເທດຕົກຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນໄດ້,ຖືເປັນຄາດໝາຍສູງສຸດ.
ທ່ານທອງລຸນສີສຸລິດຍັງເນັ້ນຕື່ມວ່າ ຕໍ່ໄປນີ້ຕ້ອງມີລະບຽບທີ່ຮັດກຸມ, ມີເປົ້າໝາຍທີ່ຊັດເຈນຕໍ່ການກູ້ຢືມຕ່າງປະເທດ, ໜຶ່ງໃນບັນຫາໜີ້ສິນ, ສ້າງໜີ້ສິນເກີດຈາກການຕົກລົງຂອງພວກເຮົາ, ກູ້ໄດ້ຊໍ່າກັບຂໍໄດ້ເຮັດໃຫ້ກູ້ມາແລ້ວ ບໍ່ຄຳນຶງເຖິງການໃຊ້ຈ່າຍທີ່ມີປະສິດທິຜົນ, ບໍ່ຄຳນຶງເຖິງແຜນຊຳລະໜີ້ ຈຶ່ງກໍ່ໃຫ້ເກີດບັນຫາຄືປັດຈຸບັນ. ໜີ້ສິນຍັງຫຼາຍທັງໜີ້ກູ້ຢືມໂດຍກົງ ແລະ ໜີ້ສິນ ທີ່ລັດຖະບານໄປຄໍ້າປະກັນໃຫ້ທຸລະກິດ ຂອງລັດ ແລະ ເອກະຊົນ, ສືບຕໍ່ສຸມໃສ່ການພັດທະນາ, ຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ ເປັນດິຈິຕອນເທື່ອລະກ້າວ, ເປັນຕົ້ນລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ, ລະບົບຊຳລະສະສາງໃຫ້ລວມສູນ, ລະບົບພື້ນຖານໂຄງລ່າງເຄືອຂ່າຍ, ຖານຂໍ້ມູນ, ເຊື່ອມຕໍ່ແລກປ່ຽນ, ວິເຄາະ-ວິໄຈ ຂໍ້ມູນ ກັບຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນ ກໍມອບໃຫ້ບັນດາຂະແໜງການເປັນເຈົ້າການຮັບຜິດຊອບພັດທະນາ,ປັບປຸງກົນໄກ, ຂັ້ນຕອນການເຮັດວຽກ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ, ມີຖານຂໍ້ມູນແບບເອເລັກໂຕຼນິກ ເຊື່ອມຕໍ່ກັບລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ);ການຫັນເປັນທັນສະໄໝ, ການນຳໃຊ້ດີຈີຕອນ ເຂົ້າໃນວຽກງານການເງິນແຫ່ງລັດ ກໍຄືເຂົ້າໃນການຄຸ້ມຄອງງົບປະມານ-ເງິນຕາ ຢູ່ປະເທດແມ່ນຄວາມຈຳເປັນພາວະວິໄສ ແລະ ເປັນໄປຕາມທ່າອ່ຽງ ຂອງຍຸກສະໄໝ, ຄວາມໝາຍສຳຄັນຂອງມັນ ແມ່ນແນໃສ່ແກ້ໄຂບັນຫາ, ສ້າງຄວາມໂປ່ງໃສ, ມີວິໄນ, ເກັບໃຫ້ໝົດ-ເກັບໃຫ້ຄົບຖ້ວນ-ເກັບໃຫ້ເຂົ້າລະບົບ (ງົບປະມານ) ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເຂັ້ມງວດ ແລະ ຮັດກຸມ,ມອບໃຫ້ລັດຖະບານ, ບັນດາກະຊວງ, ອົງການ, ອົງການປົກຄອງ-ທ້ອງຖິ່ນທຸກຂັ້ນ ແລະ ບັນດາອົງການໃນລະບົບການເມືອງ ຕ້ອງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ມີຄວາມເປັນເອກະພາບ ແລະ ຕັດສິນໃຈສູງ ສຸມໃສ່ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ພາຍໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ,ຂະຫຍາຍຖານເກັບລາຍຮັບໃຫ້ນັບມື້ນັບຫຼາຍຂຶ້ນ, ຂຸດຄົ້ນແຫຼ່ງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ;ສືບຕໍ່ແບ່ງຄວາມຮັບຜິດຊອບ, ແບ່ງສິດ, ແບ່ງຂັ້ນຄຸ້ມຄອງ ຕາມທິດສາມສ້າງຂອງຂະແໜງການເງິນ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ດ້ວຍຄວາມເປັນເຈົ້າການສູງ; ໃຫ້ສະຫຼຸບຖອດຖອນບົດຮຽນ ໃນການເຮັດທົດລອງການກຸ້ມຕົນເອງດ້ານງົບປະມານ-ການເງິນ ຂອງບັນດາທ້ອງຖິ່ນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ສືບຕໍ່ ຕໍ່ຍອດຂຶ້ນ,ຕິດພັນກັບການສະຫຼຸບບົດຮຽນການທົດລອງຫັນຫົວໜ່ວຍວິຊາການ ທີ່ມີລາຍຮັບໄປສູ່ການກຸ້ມຕົນເອງດ້ານງົບປະມານ-ການເງິນ ກໍຄືການຫັນເປັນພະລາກອນ ເພື່ອຂະຫຍາຍການຈັດຕັ້ງປະຕິບັດ ໃຫ້ກວ້າງອອກຢ່າງແຂງແຮງ ແລະ ເຂົ້າສູ່ລວງເລິກຕື່ມ;ເດັດຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂະແໜງການເງິນຢ່າງຈິງຈັງ,ໃຫ້ມີມາດຕະການເຂັ້ມງວດຕື່ມ, ໃຫ້ສື່ມວນຊົນ ແລະ ສັງຄົມມີສ່ວນຮ່ວມໃນການຕິດຕາມ, ກວດກາ, ສ່ອງແສງ; ນຳໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດປະຕິບັດວິໃນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານ ນັບທັງພະນັກງານ ແລະ ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນ;ພວກເຮົາມັກເວົ້າເສດຖະກິດບອບບາງ, ເສດຖະກິດ ຍັງອອ່ນນ້ອຍ, ແຕ່ກໍຕ້ອງຮັບຮູ້ວ່າ ຂະແໜງການເງິນກໍຍັງບອບບາງ, ຍັງບໍ່ທັນເຂັ້ມແຂງ, ນັບທັງອົງການຄຸ້ມຄອງມະຫາພາກອື່ນໆ.
ຂ່າວ:ບຸນອູ້ມ,ພາບ: ບຸນຕອມ