ໂດຍ: ສ.ບຸດປະຊາ
ບັນຫາສຳຄັນໃນແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານເສດຖະກິດ-ການເງິນ ແມ່ນ ກ່ອນອື່ນໝົດຕ້ອງພັດທະນາເສດຖະກິດ ເພື່ອປະຊາຊົນ, ນໍາເອົາຊີວິດການເປັນຢູ່ຂອງປະຊາຊົນຂອງພວກເຮົາ ຫຼຸດພົ້ນອອກຈາກຄວາມທຸກຍາກ; ຂະນະທີ່ຈຸດສຳຄັນໃນແນວຄິດຊີ້ນໍານີ້, ແມ່ນຕ້ອງ “ອີງໃສ່ຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ຊຸກຍູ້ສົ່ງເສີມການນໍາໃຊ້ຫົວຄິດປະດິດສ້າງ, ພູມປັນຍາຂອງປະຊາຊົນລາວ ເຂົ້າໃນການຜະລິດ, ສ້າງເສຖະກິດ”.
ຈາກການສໍາພາດ, ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ແລະ ສັງຄົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຊຶ່ງແມ່ນຜູ້ຄົ້ນຄວ້າຂຽນບົດແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານເສດຖະກິດ-ການເງິນ ໃນໂອກາດລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ໂດຍໄດ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດດັ່ງກ່າວ ທີ່ແຂວງຈໍາປາສັກ ເມື່ອທ້າຍເດືອນທັນວາ ຜ່ານມາ; ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ກໍໄດ້ໃຫ້ຮູ້ເຖິງໝາກຫົວໃຈຫຼັກ ທີ່ເປັນບັນຫາສຳຄັນ ໃນແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບຫົວຂໍ້ນີ້ ຊຶ່ງມີບັນຫາສຳຄັນທີ່ເປັນຫຼັກ ຊຶ່ງແມ່ນເປົ້າໝາຍ ເພື່ອໃຫ້ປະຊາຊົນເຮົາ ຫຼຸດພົ້ນຈາກຄວາມທຸກຍາກ ໂດຍອີງໃສ່ຈຸດສຳຄັນທີ່ວ່າ ຕ້ອງອີງໃສ່ຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ສົ່ງເສີມການນໍາໃຊ້ຫົວຄິດປະດິດສ້າງ, ພູມປັນຍາຂອງປະຊາຊົນ ໃຫ້ປະຊາຊົນເປັນຫຼັກ ໃນການຍົກສູງຄວາມເປັນເຈົ້າການໃນການເພິ່ງຕົນເອງ, ກຸ້ມຕົນເອງໃຫ້ໄດ້.
ໃນສ່ວນຕົວ ແລະ ໃນນາມຕາງໜ້າການຈັດຕັ້ງຂອງຕົນ, ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ໄດ້ກ່າວສະແດງຄວາມພາກພູມໃຈ ທີ່ພັກ-ລັດຖະບານ ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ມອບໝາຍວຽກອັນສຳຄັນນີ້ ຊຶ່ງຜ່ານມາໄດ້ຄົ້ນຄວ້າລົງເລິກ ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບຫົວຂໍ້ນີ້ ແລະ ຜ່ານການຄົ້ນຄວ້າລົງເລິກ ຈະເຫັນວ່າ: ໃນໄລຍະເບື້ອງຕົ້ນ, ພວກເຮົາກໍຮູ້ນໍາກັນວ່າພື້ນຖານເສດຖະກິດຂອງ ສປປ ລາວ ຍັງຕໍ່າ; ປະທານ ຄໍາໄຕ ເພິ່ນໄດ້ເຫັນຈຸດພິເສດ ຫຼືວ່າທ່າແຮງບົ່ມຊ້ອນ, ເພິ່ນກໍໄດ້ມີວິໄສທັດອັນກວ້າງໄກ ແລະ ເຫັນວ່າ “ການພັດທະນາເສດຖະກິດ, ກ່ອນອື່ນໝົດຕ້ອງແມ່ນການພັດທະນາເສດຖະກິດ ເພື່ອປະຊາຊົນ ນໍາເອົາຊີວິດການເປັນຢູ່ຂອງປະຊາຊົນ ຂອງພວກເຮົາ ຫຼຸດພົ້ນອອກຈາກຄວາມທຸກຍາກ; ການພັດທະນາພື້ນຖານເສດຖະກິດທາງດ້ານວັດຖຸ ຕ້ອງຕິດພັນກັບຈິດໃຈ, ປະຊາຊົນຕ້ອງມີຄວາມສຸກ”. ສະນັ້ນ, ແນວຄິດຂອງເພິ່ນກໍແມ່ນ “ເອົາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ” ໂຕນີ້ເປັນບັນຫາສຳຄັນ. ພ້ອມນີ້, ກໍອີງໃສ່ຈຸດພິເສດ, ທ່າແຮງບົ່ມຊ້ອນ, ທ່າແຮງໄດ້ປຽບຂອງ ສປປ ລາວ ແລະ ນໍາໃຊ້ຫົວຄິດປະດິດສ້າງ, ພູມປັນຍາຂອງປະຊາຊົນລາວ ຊຶ່ງໝາຍວ່າ “ຕ້ອງເພິ່ງຕົນເອງ, ກຸ້ມຕົນເອງ” ອັນນີ້ແມ່ນຈຸດສຳຄັນທີ່ສຸດ.
ຄວາມຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ໄດ້ຍົກຂຶ້ນໃຫ້ພວກເຮົາເຫັນວ່າ: “ໃນເມື່ອພວກເຮົາຢືນຢູ່ບົນພື້ນຖານວ່າ: ການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການພັດທະນາເສດຖະກິດ-ການເງິນຂອງພວກເຮົາ ຕ້ອງອີງໃສ່ທ່າແຮງຂອງພວກເຮົາເອງ, ອີງໃສ່ປະຊາຊົນຂອງພວກເຮົາເອງ”; ສະນັ້ນ, ຈຸດຫຼັກຂອງພວກເຮົາ ກໍໝາຍຄວາມວ່າພວກເຮົາຈະຕ້ອງມີຈຸດສຸມໃນການພັດທະນາ ແລະ ຕ້ອງຮູ້ເລືອກເອົາທ່າແຮງບົ່ມຊ້ອນທີ່ເຮົາມີຢູ່; ການພັດທະນາເຂດແຄວ້ນ ເປັນການພັດທະນາທີ່ສຳຄັນ ເພາະວ່າແຕ່ລະເຂດແຄວ້ນຂອງພວກເຮົາ ຈະມີທ່າແຮງບົ່ມຊ້ອນທີ່ແຕກຕ່າງກັນ ແລະ ຈະຕ້ອງສ້າງໃຫ້ປະຊາຊົນມີຄວາມຮູ້, ມີຄວາມສາມາດ ແລະ ມີເງື່ອນໄຂໃນການສ້າງເສດຖະກິດຄອບຄົວ. ນີ້ກໍແມ່ນ “ການສ້າງຄວາມດຸ່ນດ່ຽງແຕ່ຮາກຖານຂຶ້ນມາ, ແຕ່ລຸ່ມຂຶ້ນເທິງ ຊຶ່ງໝາຍຄວາມວ່າ ປະຊາຊົນຕ້ອງມີຢູ່ມີກິນ, ຮັ່ງມີ ສາມາດປະກອບສ່ວນຕາມສິດ ແລະ ພັນທະຂອງຕົນ, ປະກອບສ່ວນຢູ່ຂັ້ນບ້ານ ເພື່ອພັດທະນາບ້ານຂອງຕົນເອງ ໃຫ້ຈະເລີນຮັ່ງມີ; ຫຼັງຈາກນັ້ນ, ກໍປະກອບສ່ວນໃຫ້ເມືອງ-ເມືອງປະກອບສ່ວນໃຫ້ແຂວງ-ແຂວງປະກອບສ່ວນໃຫ້ສູນກາງ” ເຮັດແນວນັ້ນຈຶ່ງຈະສາມາດເອີ້ນວ່າແມ່ນການພັດທະນາທີ່ຍືນຍົງ, ມີການເຕີບໂຕສີຂຽວ ໄປຕາມທິດທີ່ພັກ-ລັດຖະບານ ກຳນົດ.
ປັດຈຸບັນນີ້, ແນວຄິດຊີ້ນໍານີ້ ກໍໄດ້ຮັບການຜັນຂະຫຍາຍ ທັງດ້ານທິດສະດີ ແລະ ມີການທົດລອງປະຕິບັດໃຫ້ເປັບຮູບແບບ ເພື່ອຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ. ບົນພື້ນຖານການຊຸກຍູ້ສົ່ງເສີມ ໃຫ້ມີການພັດທະນາຈາກທ່າແຮງບົ່ມຊ້ອນ ໂດຍປະຊາຊົນ ເພື່ອປະຊາຊົນນີ້, ກໍມີຫຼາຍເຂດທີ່ມີຄວາມຈະເລີນເຕີບໃຫຍ່ ເມື່ອເບິ່ງພາບລວມແລ້ວ ນັບແຕ່ປົດປ່ອຍໃນປີ 1975 ເປັນຕົ້ນມາ ກໍມີການເຕີບໃຫຍ່ຂະຫຍາຍຕົວ. ໂດຍພາບລວມ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງແກ້ໄຂ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ; ອັນສຳຄັນ, ແມ່ນປະຊາຊົນພວກເຮົາ ໄດ້ເຂົ້າສູ່ການຜະລິດທີ່ເປັນສິນຄ້າ ເຖິງວ່າຖ້າທຽບໃສ່ກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ ກໍອາດຈະຍັງບໍ່ພຽງພໍ, ແຕ່ພວກເຮົາກໍກ້າວເດີນຢູ່ໃນເສັ້ນທາງການພັດທະນາທີ່ຖືກລວງ ຕາມທິດຍືນຍົງ ແລະ ສີຂຽວ.
ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຍັງກ່າວໃຫ້ຮູ້ວ່າ: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມຫວັງຢ່າງຍິ່ງ ທີ່ຜົນການຄົ້ນຄວ້າ ຈະຖືກຍອມຮັບຈາກສັງຄົມ ແລະ ຖືກຮັບຮອງຈາກພັກ-ລັດຖະບານ; ພ້ອມທັງຫວັງວ່າ ຈະກາຍເປັນຫຼັກສູດໜຶ່ງ ຊຶ່ງອາດຈະແມ່ນລະດັບມະຫາວິທະຍາໄລ ທີ່ສາມາດເອົາເຂົ້າໃນຫຼັກສູດການສິດສອນ ທັງດ້ານແນວຄິດຂອງການພັດທະນາ ທີ່ເລີ່ມຈາກພື້ນຖານເສດຖະກິດຈິງ, ເລີ່ມຈາກການຊຸກຍູ້ການຜະລິດກະສິກຳ ກ້າວໄປເຖິງການບໍລິການອຸດສາຫະກຳ ແລະ ກ້າວໄປເຖິງທັນສະໄໝ ຊຶ່ງຈຸດເນັ້ນໜັກ ແມ່ນຕ້ອງສ້າງຄົນຂອງພວກເຮົາໃຫ້ມີຄວາມເຂັ້ມແຂງ. ນັ້ນ, ກໍໝາຍເຖິງວ່າ: “ການເຮັດເສດຖະກິດ ກໍຕ້ອງເບິ່ງເລື່ອງຄຸນນະພາບຂອງການສຶກສາ ເພື່ອຈະເຮັດໃຫ້ຄຸນນະພາບຂອງເສດຖະກິດດີຂຶ້ນ”. ສະນັ້ນ, ເຮົາກໍມີຄວາມຫວັງວ່າ: ຜົນຂອງການຄົ້ນຄວ້ານີ້, ໃນອະນາຄົດ ຈະເປັນສ່ວນໜຶ່ງທີ່ຈະປະກອບເຂົ້າໃນຫຼັກສູດການສຶກສາ; ລວມທັງນໍາເອົາຜົນການຄົ້ນຄວ້ານີ້, ລົງສູ່ການສ້າງຮາກຖານ, ພື້ນຖານການຜະລິດ ໂດຍສະເພາະແມ່ນພວກເຮົາສຸມໃສ່ການສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຊຶ່ງສິ່ງນີ້ແມ່ນສຳຄັນ “ບໍ່ແມ່ນແຕ່ພັດທະນາ, ຢູ່ດີກິນດີ ແຕ່ແມ່ນໃຫ້ປະຊາຊົນ ໄດ້ມີຈິດໃຈທີ່ມີຄວາມສຸກ ຄ່ອຍໆກ້າວຂຶ້ນ”.
ເມື່ອສັງລວມແລ້ວ, ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານເສດຖະກິດ-ການເງິນ ມີຫຼັກຄິດທີ່ສ້າງພື້ນຖານເຂັ້ມແຂງ, ຄອບຄົວເຂັ້ມແຂງ, ປະເທດຊາດກໍເຂັ້ມແຂງ ຊຶ່ງຈະເຮັດໃຫ້ເສດຖະກິດຂະຫຍາຍຕົວດີຂຶ້ນ ແລະ ໜັກແໜ້ນ; ພື້ນຖານເສດຖະກິດຈິງ ທີ່ປະຊາຊົນ ມີຄວາມຮູ້ຄວາມສາມາດ, ມີຄວາມເຂັ້ມແຂງໃນການສ້າງພື້ນຖານເສດຖະກິດຄອບຄົວຂອງຕົວ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ເສດຖະກິດ-ການເງິນຂອງປະເທດຊາດ ກໍຈະເຂັ້ມແຂງ ໂດຍແມ່ນການສ້າງເສດຖະກິດ ເພື່ອປະຊາຊົນ ໃຫ້ມີເງື່ອນໄຂທີ່ສາມາດເພິ່ງຕົນເອງ ກຸ້ມຕົນເອງ ຫຼຸດພົ້ນຄວາມທຸກຍາກ ໂດຍອີງໃສ່ທ່າແຮງບົ່ມຊ້ອນທີ່ມີຢູ່ ພັດທະນາໃຫ້ເສດຖະກິດເຕີບໂຕ, ມີຄວາມຈະເລີນ, ວັດຖຸ ແລະ ຈິດໃຈ ໄດ້ຮັບການພັດທະນາໄປພ້ອມກັນ.