ໃນໂອກາດເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານການເງິນທົ່ວປະເທດປະຈໍາປີ 2023 ໃນວັນທີ 19 ທັນວາ 2023 ຜ່ານມາທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ, ໃນນັ້ນໄດ້ວາງແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງດັ່ງນີ້:ນັບແຕ່ນີ້ຕໍ່ໄປຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ, ລະບົບເສດຖະກິດຂອງຊາດເຮົາຈາກລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ“ເອກະລາດເປັນເຈົ້າຕົນເອງ”ຫຼືອາດຈະໃຊ້ຕົວອັກສອນຫຍໍ້“ສອຈ”. ເພິ່ນໄດ້ສະເໜີແນວຄິດ ແລະ ທັດສະນະຕໍ່ກັບ “ສອຈ”ຢູ່ປະເທດເຮົາ ເພື່ອໃຫ້ບັນດານັກເສດຖະສາດ, ນັກຄົ້ນຄວ້າເສດຖະກິດມະຫາພາກ,ນັກການເງິນ,ນັກທະນາຄານ...ສະຖາບັນ, ມະຫາວິທະຍາໄລ, ສູນຄົ້ນຄວ້າວິໄຈຕ່າງໆໄດ້ນຳໄປສືບຕໍ່ວິໄຈ, ສະຫຼຸບ, ສັງລວມອອກມາຢ່າງມີພື້ນຖານຕາມຫຼັກວິທະຍາສາດທີ່ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ.
ເສດຖະກິດເອກະລາດເປັນເຈົ້າຕົນເອງແມ່ນຫຍັງ?
“ສອຈ”ໝາຍເຖິງເສດຖະກິດຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງຢ່າງມີບາດກ້າວເດີນທີ່ໜັກແໜ້ນ... ຢາກເຮັດໄດ້ແນວນັ້ນ, ປະເທດເອກະລາດໜຶ່ງໂດຍສະເພາະສປປ ລາວ ຕ້ອງໄດ້:
1. ສ້າງຄວາມເປັນເຈົ້າຂອງຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາມີຢ່າງຄຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບພະຍາກອນຂອງຊາດໃຫ້ຄົນລາວເປັນເຈົ້າຫຼາຍຂຶ້ນໄດ້ເງິນມາຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມອອກມາເລື້ອຍໆ.
ໝາຍເຫດ:“ສອຈ”ບໍ່ໝາຍຄວາມວ່າອັນໃດກໍເຮັດເອງ, ອັນໃດກໍຕ້ອງໃຫ້ມີເປັນຂອງຕົນເອງ...ໃຜຜະລິດຫຍັງຂຶ້ນ,ເຮົາກໍຕ້ອງຜະລິດໃຫ້ມີຄືເຂົາທັງໝົດ,ຈະມີຄຸນນະພາບ ຫຼືຈະໃຫ້ກາຍເປັນສິນຄ້າຫຼືບໍ...ບໍ່ກ່ຽວ, ຄິດແນວນັ້ນແມ່ນຜິດ.
2. “ສອຈ”ຕ້ອງຮູ້ເຂົາ-ຮູ້ເຮົາດີແລະເລິກເຊິ່ງ:
- ຕ້ອງຮູ້ຈັກຕະຫຼາດພາຍໃນ ແລະຕ້ອງຮູ້ການແບ່ງປັນຈາກຕະຫຼາດສາກົນ;
- ຮູ້ຈັກເຂົ້າເຖິງຕະຫຼາດ ແລະ ເຂົ້າເຖິງເຕັກໂນໂລຊີໃໝ່ທີ່ທັນສະໄໝຈາກໂລກ ແລະ ນຳໃຊ້ສິ່ງທີ່ເຂົາມີ ແຕ່ເຮົາບໍ່ມີໃຫ້ໄດ້ຢ່າງເໝາະສົມ ແລະ ມີການເລືອກເຟັ້ນ;
- ຕ້ອງເດັດດ່ຽວເອົາເສດຖະກິດເຮົາເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນອອກສູ່ໂລກ;
- ໃຊ້ຊັບພະຍາກອນຂອງຊາດໃຫ້ອອກມາເປັນສິນຄ້າ ເພື່ອໃຫ້ອອກສູ່ຕະຫຼາດໂລກ ແລະ ເປັນເຈົ້າການນຳເອົາຈາກໂລກ (ພາຍນອກ)ມາໃຊ້ພາຍໃນຢ່າງມີການຄິດໄລ່-ໄຕ່ຕອງ;
- ເອົາສິ່ງທີ່ເຮົາມີຢູ່ນີ້ກະທົບໃສ່ໂລກພາຍນອກໃຫ້ເກີດອອກມາເປັນເງິນ,ເປັນທຶນທີ່ຈັບຕ້ອງໄດ້;
- ຮູ້ຈັກເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີຈາກພາຍນອກມາກະທົບໃສ່ຊັບພະຍາກອນຂອງປະເທດເຮົາ ໃຫ້ເກີດເປັນມູນຄ່າເພີ່ມຢ່າງມີຄວາມເປັນເຈົ້າແລະ ອື່ນໆ...
ທັງໝົດເຫຼົ່ານີ້,ຢາກໃຫ້ເຂົ້າໃຈວ່າ:
- ພວກເຮົາຮູ້ຫາເງິນດ້ວຍມັນສະໝອງຂອງພວກເຮົາ;
- ຮູ້ຫາເງິນດ້ວຍການນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ;
- ຫາເງິນໄດ້ແຕ່ຮັກສາໄດ້ຊັບພະຍາກອນທີ່ສາມາດນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ; ຖ້າເຮັດໄດ້ດີ,ຖ້າເຮົາໃຊ້ມັນສະໝອງແລະສະຕິປັນຍາໃນການຫາເງິນ,ຊັບພະຍາກອນທີ່ເຮົາມີຈະເພີ່ມມູນຄ່າຂຶ້ນ, ບໍ່ສູນເສຍໄປໃສ ແຕ່ພັດໄດ້ເງິນມາ;ຍ້ອນວ່າເຮົາໄດ້ເງິນມາຈາກສິ່ງໜຶ່ງຈະໄປພັດທະນາສິ່ງອື່ນ ໃຫ້ກັບມາມີຄຸນຄ່າໃຫຍ່ກວ່າເກົ່າ, ເປັນປະໂຫຍດໃຫ້ການພັດທະນາກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າເກົ່າ... ນີ້ຄືເປົ້າໝາຍສຳຄັນຂອງ “ສອຈ”.ທັງໝົດນັ້ນ ແມ່ນຄົນລາວເປັນເຈົ້າຕົນເອງແຫ່ງຄວາມຄິດ,ເຮັດໃຫ້ເກີດມີທຶນຮອນ, ເປັນເຈົ້າຂອງສິ່ງທີ່ໄດ້ມາ, ເປັນເຈົ້າແຫ່ງການໃຊ້ຈ່າຍ ຕາມການວາງແຜນໄວ້ ເພື່ອຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ... ຜົນສຸດທ້າຍແມ່ນຄົນລາວທຸກໆຄົນຈະໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍືນຍົງ.
3. ກ່ຽວກັບລະບົບການເງິນ-ເງິນຕາຂອງ “ສອຈ”ແລະຮູບຮ່າງຂອງລະບົບນີ້ອາດຈະເປັນການວາດອອກໃຫ້ເຫັນພາບລວມໃນເບື້ອງຕົ້ນດັ່ງນີ້:
ສົມທຽບໃສ່ຮ່າງກາຍຂອງຄົນຜູ້ໜຶ່ງທີ່ປະກອບໄປດ້ວຍອະໄວຍະວະສຳຄັນຕ່າງໆ ເພື່ອໃຫ້ກາຍເປັນຄົນທີ່ມີຄວາມສົມບູນແບບ ແລະ ມີຊີວິດຢູ່ດ້ວຍສຸຂະພາບທີ່ແຂງແຮງ, ແຕ່ລະອະໄວຍະວະໃນຮ່າງກາຍຂອງຄົນນັ້ນ ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ວ່າອະໄວຍະວະທີ່ສຳຄັນຍິ່ງແມ່ນ “ໝາກຫົວໃຈ” ເພາະໝາກຫົວໃຈ ເປັນສ່ວນປະກອບສຳຄັນທີ່ຕັດສິນກວ່າໝູ່, ໝາກຫົວໃຈຈະເຮັດວຽກຕະຫຼອດ 24 ຊົ່ວໂມງຕໍ່ມື້, ຈາກມື້ເປັນເດືອນ, ຈາກເດືອນເປັນປີ, ຈາກປີເປັນຕະຫຼອດຊີວິດ ຈົນເຖິງມື້ສິ້ນລົມຫາຍໃຈ (ໝາກຫົວໃຈບໍ່ມີເວລາພັກຜ່ອນບໍ່ຢຸດເຕັ້ນໄດ້ແມ່ນແຕ່ນາທີດຽວ).
ລະບົບຮ່າງກາຍຂອງຄົນເຮົາ ສົມທຽບໄດ້ກັບລະບົບເສດຖະກິດຂອງລັດໜຶ່ງ, ຂອງປະເທດໜຶ່ງຄື: ການເງິນປຽບສະເໝືອນໝາກຫົວໃຈຂອງລະບົບເສດຖະກິດຂອງປະເທດ... ມື້ໃດໝາກຫົວໃຈຢຸດເຕັ້ນຄົນກໍຕາຍ, ແຕ່ສຳລັບລະບົບເສດຖະກິດຖ້າການເງິນຢຸດເຮັດວຽກ ຫຼື ຫຼົ້ມເຫຼວ ລະບົບເສດຖະກິດຂອງປະເທດຈະຢຸດເຮັດວຽກ ແລະ ຫຼົ້ມເຫຼວ ກ້າວໄປເຖິງການລົ້ມລະລາຍ, ແຕ່ວ່າຄວາມເປັນຊາດ ແລະ ຄວາມເປັນປະເທດຈະບໍ່ຕາຍຈັກເທື່ອ... (ສົມທຽບແບບນີ້ຈະແທດເໝາະຫຼືບໍຂໍໃຫ້ພິຈາລະນາຮ່ວມກັນ).
ຖ້າເວົ້າເຖິງ ເສດຖະກິດເອກະລາດເປັນເຈົ້າຕົນເອງແລ້ວ,ລະບົບການເງິນ-ເງິນຕາຂອງປະເທດ ຍິ່ງເກີດມີການຕີລາຄາ ແລະ ສົມທຽບໄດ້ໃນຫຼາຍແງ່ຫຼາຍມຸມ, ໃນນັ້ນອາດສົມທຽບໄດ້ວ່າເປັນໝາກຫົວໃຈ ຫຼື ສາຍເລືອດຂອງລະບົບເສດຖະກິດ.ດັ່ງນັ້ນ, ການເງິນຕ້ອງ:
- ເຮັດທຸກສິ່ງ, ທຸກຢ່າງໃຫ້ໄດ້ເງິນມາເຂົ້າຄັງ, ເຂົ້າງົບປະມານ (ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້);
- ການເງິນຕ້ອງເອົາເງິນຈາກບ່ອນທີ່ມີຄວາມສາມາດເອົາໄດ້ ແລະ ເກັບໄດ້ຕາມລະບຽບການຢ່າງມີການປັບປຸງ ແລະ ພັດທະນາຢ່າງເປັນປົກກະຕິຕາມຫຼັກວິທະຍາສາດທີ່ປ່ຽນແປງໄດ້ຕາມສະຖານະການ;
- ເກັບເງິນມາໄດ້ຕ້ອງຮູ້ວາງແຜນໃຊ້ຈ່າຍ (ມີຫຼາຍຄົນເວົ້າວ່າການເກັບເງິນມາໄດ້ແມ່ນຍາກແຕ່ກໍພໍມີ
ທາງເກັບໄດ້ສາມາດເຮັດໄດ້.ແຕ່ການຈ່າຍເງິນໃຫ້ມີປະສິດທິຜົນ, ຈ່າຍອອກໄປໃຫ້ເກີດດອກອອກຜົນຍິ່ງຍາກກວ່ານັ້ນຫຼາຍເທົ່າ. ອັນນີ້ແມ່ນຄວາມເວົ້າ, ຄວາມຄິດ ແລະ ຄວາມຮູ້ສຶກທີ່ອອກມາຈາກພຶດຕິກຳຕົວຈິງຂອງນັກເສດຖະສາດ, ນັກການເງິນ ແລະ ນັກປະກອບການທີ່ເປັນຂອງແທ້...);
- ຄວາມເປັນເຈົ້າທາງດ້ານວຽກງານການເງິນ, ວຽກງານເງິນຕານັ້ນແຫຼະ ແມ່ນຄວາມເປັນເຈົ້າທີ່ແທ້ຈິງຂອງ “ສອຈ”.ໃນທີ່ນີ້ຢາກເວົ້າວ່າ:
ຄວາມເປັນເຈົ້າ ດ້ານການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ;
ຄວາມເປັນເຈົ້າດ້ານການສະສົມໃຫ້ຄັງເງິນ, ໃຫ້ງົບປະມານເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ;
ຄວາມເປັນເຈົ້າໃນການຕໍ່ຍອດອອກສູ່ການພັດທະນາ;
ຄວາມເປັນເຈົ້າໃນການສ້າງມູນຄ່າເພີ່ມ ໃນສິ່ງທີ່ພວກເຮົາມີໄວ້ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ;
ຄວາມເປັນເຈົ້າໃນຄວາມເປັນເອກະລາດຂອງຕະກຸນເງິນຂອງຊາດ;
ຄວາມເປັນເຈົ້າໃນການເຂົ້າສູ່ຕະຫຼາດການເງິນຂອງໂລກ, ການກະຈາຍຄວາມສ່ຽງ, ການບໍ່ໃຫ້ສະກຸນເງິນໃດຜູກມັດ, ຜູກຂາດ...;
ຄວາມເປັນເຈົ້າໃນການສະກັດກັ້ນ ບໍ່ໃຫ້ມີໜີ້ສິນເກີນການຄວບຄຸມ ແລະ ຄວາມເປັນເຈົ້າໃນການດຸ່ນດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫຼັກເສດຖະສາດ (ບໍ່ແມ່ນມີໜີ້ ພັດໄປຊອກຢືມເງິນມາໃຊ້ໜີ້ ເປັນວັນໆໄປ ຫຼື ບໍ່ກໍຊອກແຕ່ວິທີຂາຍພັນທະບັດມາໃຊ້ໜີ້ “ແບບງູກິນຫາງ”, ສິ່ງນີ້ຈະນຳໄປສູ່ການເພີ່ມໜີ້ ແລະ ຈະກາຍເປັນຄວາມຫາຍະນະ ໃນເວລາຕໍ່ໄປ...);ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບາງແນວຄິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເພື່ອໃຫ້ມີການສືບຕໍ່ຄົ້ນຄວ້າ ກ້າວໄປສູ່ການສ້າງໃຫ້ເສດຖະກິດຂອງປະເທດເຮົາ ເປັນເສດຖະກິດເອກະລາດເປັນເຈົ້າຕົນເອງ; ເຮັດໃຫ້ລະບົບການເງິນ-ເງິນຕາຂອງປະເທດເຮົາ ກາຍເປັນການເງິນເອກະລາດເປັນເຈົ້າຕົນເອງ ແລະເຮັດໃຫ້ລະບົບທະນາຄານຂອງພວກເຮົາສືບຕໍ່ເປັນແຫຼ່ງຫາເງິນອີກແຫຼ່ງໜຶ່ງ ເພື່ອຄໍ້າຈູນລະບົບເສດຖະກິດ-ການເງິນຂອງປະເທດເຮົາໃຫ້ກາຍເປັນ “ສອຈ” ທີ່ແທ້ຈິງ.