ໂດຍ:ວັນໄຊ ຕະວິນຍານ
ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີ ນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອ ພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນສັດຕູ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ໝັ້ນຄົງ; ພາຍຫຼັງເຈົ້າຟ້າງຸ່ມ ທ້ອນໂຮມປະເທດລາວເປັນອະນາຈັກລາວລ້ານຊ້າງ ໃນສະຕະວັດທີ 14 ແລະ ໃນສະຕະວັດທີ 16 ຖືກສັກດີນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງສ່ວຍແກ່ພວກເຂົາ; ມາ ຮອດທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20 ພວກລ່າເມືອງຂຶ້ນໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງ ປະເທດລາວ 2 ຄັ້ງ. ຄັ້ງທີໜຶ່ງ: ແຕ່ປີ 1893 - 1945, ຄັ້ງທີສອງ: ແຕ່ປີ 1946 – 1954. ຕະຫຼອດໄລຍະເວລາ ທີ່ຈັກກະພັດປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລໍາບາກ, ບໍ່ມີສິດເສລີພາບ, ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫິວ, ກືກໜັງສື, ເກີດພະຍາດລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງໜັກໜ່ວງ; ຍ້ອນທົນຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້ ປະຊາຊົນລາວບັນດາເຜົ່າ ຈຶ່ງລຸກຂຶ້ນ ຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ ຂອງພໍ່ກະດວດ, ອົງແກ້ວ - ອົງກົມມະດໍາ, ເຈົ້າຟ້າເມືອງສິງ, ເຈົ້າຟ້າ ປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນປັດໄຈຕົ້ນຕໍແມ່ນບໍ່ມີພັກນໍາພາ.
ວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ນໍາພາ. ນັບແຕ່ນັ້ນມາ, ຂະບວນການຕໍ່ສູ້ ຂອງປະຊາຊົນ 3 ຊາດອິນດູຈີນກໍໄດ້ຮັບແສງສະຫວ່າງ ການນໍາພາ ຂອງພັກ, ເຮັດໃຫ້ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຂອງປະຊາຊົນ 3 ຊາດອິນດູຈີນນັບມື້ນັບແຂງແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ.
ເດືອນ 8 ປີ 1945 ກອງທັບແດງໂຊວຽດ ແລະ ພັນທະມິດໄດ້ຜາບແພ້ພວກຟາດຊິດ ເຮັດໃຫ້ສົງຄາມ ໂລກຄັ້ງທີ 2 ສິ້ນສຸດລົງ. ໄຊຊະນະອັນໃຫຍ່ຫຼວງ ຂອງການປະຕິວັດ ເດືອນ 8 ປີ 1945 ຢູ່ຫວຽດນາມ ເປັນເງື່ອນໄຂອັນສະດວກ, ເໝາະສົມ ໃຫ້ແກ່ຂະບວນການຕໍ່ສູ້ ຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວ ບັນດາເຜົ່າ. ໂດຍກໍາແຫນ້ນກາລະໂອກາດທີ່ອໍານວຍດັ່ງກ່າວ, ພັກໄດ້ເດັດດ່ຽວນໍາພາປະຊາຊົນລຸກຮືຂຶ້ນຢຶດ ອໍານາດການປົກຄອງຈາກຂຸນເສິກຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນແບບເກົ່າ ໃນວັນທີ 23 ສິງຫາ 1945 ແລະ ໄດ້ ປະກາດເອກະລາດ ຕໍ່ຊາວໂລກ ເມື່ອວັນທີ 12 ຕຸລາ 1945.
ປີ 1946 ພວກລ່າເມືອງຂຶ້ນ ໄດ້ກັບຄືນມາຮຸກຮານລາວເປັນ ຄັ້ງທີ 2. ພາຍໃຕ້ການນໍາພາ ຂອງ ພັກກອມມູນິດອິນດູຈີນ, ປະຊາຊົນລາວບັນດາເຜົ່າໄດ້ສືບຕໍ່ດໍາເນີນການຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນ.ເດັ່ນກວ່າໝູ່ ກໍແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ພາຍໃຕ້ ການບັນຊາຂອງ ສະເດັດເຈົ້າ ສຸພານຸວົງ.
ໃນໄລຍະປີ 1946 – 1949 ປະຕິບັດຕາມແນວທາງການຕໍ່ຕ້ານຍືດເຍື້ອຍາວນານເດັດຂາດມີໄຊ ຂອງພັກ, ທຸກກໍາລັງໄດ້ຫັນລົງສູ່ຊົນນະບົດ ສ້າງເຂດທີ່ໝັ້ນ, ກໍ່ສ້າງຮາກຖານໃນໝູ່ປະຊາຊົນ, ປຸກລະດົມ ຂົນຂວາຍປະຊາຊົນ ກໍ່ສ້າງກໍາລັງປະກອບອາວຸດ ຢູ່ທ້ອງຖິ່ນ ປະຕິບັດຍຸດທະສາດສົງຄາມກອງຫຼອນ; ໄລຍະນີ້, ສົງຄາມກອງຫຼອນໄດ້ປະກົດຕົວຂຶ້ນ ຢູ່ຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກໍາລັງປະກອບອາວຸດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງລຽນຕິດເຊັ່ນ:
* ສ້າງຕັ້ງ ກອງຟ້າງຸ່ມ ຢູ່ວຽງຈັນ (ເດືອນ 1 ປີ 1947).
* ສ້າງຕັ້ງ ກອງໄຊຈັກກະພັດ ຢູ່ພາກໃຕ້ (ເດືອນ 5 ປີ 1947).
* ສ້າງຕັ້ງ ກອງປັດໄຈ ຢູ່ຊຽງຂວາງ (ເດືອນ 4 ປີ 1948).
* ສ້າງຕັ້ງ ກອງໄຊເຊດຖາ ຢູ່ພາກກາງ (ເດືອນ 10 ປີ 1948).
* ສ້າງຕັ້ງ ຄະນະຕະລຸມບອນລາວເໜືອ, ກອງໂຄສະນາປະກອບອາວຸດທີ 12, 15 (1948).

ຫໍພິພິທະພັນປະຫວັດສາດກອງທັບ