ນາງ ຫຼີມິງ (Li Ming) ມາຈາກນະຄອນມັນດາເລ ຂອງປະເທດມຽນມາ. ປີ 2008, ນາງໄດ້ມາເຮັດວຽກຢູ່ນະຄອນຣຸ້ຍລີ້ ຕາມຊາຍແດນຈີນ-ມຽນມາ. ຕໍ່ມາ, ນາງໄດ້ແຕ່ງງານຢູ່ບ້ານຫົງຊຽງຄຸ້ມຊານຢີ້ ຕາແສງຢາວກວນ ເມືອງຊືຕ້ຽນ ນະຄອນປາວຊານ ແຂວງຢຸນນານຈີນ. ຈາກນັ້ນມາ, ດິນແດນແຫ່ງນີ້ໄດ້ກາຍເປັນບ້ານເກີດແຫ່ງທີ 2 ຂອງນາງ.
ປີ 2014, ນາງ ຫຼີມິງ ກັບສາມີ (ຜົວ) ກັບໄປຢາມບ້ານຫົງຊຽງ ແລ້ວພົບເຫັນວ່າຄຽງຄູ່ກັບການທ່ອງທ່ຽວນິເວດຈະເລີນຂຶ້ນ, ໜອງເປັດປ່າທີ່ຢູ່ໜ້າບ້ານຂອງຕົນໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວເຂດອ້ອມຂ້າງ. ນາງເລີຍຕົກລົງກັບມາສ້າງທຸລະກິດຢູ່ບ້ານ, ຂາຍອາຫານເຜົ່າໄທລື້ຕ່າງໆເຊັ່ນ: ເຂົ້າພັດທີ່ຈັບກິນດ້ວຍມື, ຂົ້ວກຸ້ງມັງກອນນ້ອຍ, ຂົ້ວຫອຍ, ປີ້ງປາເປັນຕົ້ນ ອາຫານເຫຼົ່ານີ້ໄດ້ມີລູກຄ້າມາກິນນັບມື້ນັບຫຼາຍຂຶ້ນ.
ນາງ ຫຼີມິງ ກ່າວວ່າ: “ແຕ່ກ່ອນ, ລາຍຮັບຂອງຄອບຄົວຂ້ອຍຕ່ຳຫຼາຍ, ບໍ່ມີຕົ້ນທຶນໄປເຮັດທຸລະກິດ. ສິ່ງທີ່ຄາດຄິດບໍ່ເຖິງກໍແມ່ນ ອົງການປົກຄອງທ້ອງຖິ່ນໄດ້ມອບລົດຂາຍອາຫານຄັນໜຶ່ງໃຫ້ຂ້ອຍ, ມາຮອດປັດຈຸບັນ ຂ້ອຍໄດ້ໃຊ້ລົດຄັນນີ້ມາເປັນເວລາ 7 ຫາ 8 ປີແລ້ວ, ເລື່ອງນີ້ເຮັດໃຫ້ຂ້ອຍລືມຍາກທີ່ສຸດ. ປັດຈຸບັນ, ຊີວິດຂອງຄອບຄົວຂ້ອຍນັບມື້ນັບດີຂຶ້ນ, ຂ້ອຍກໍຮູ້ສຶກມີຄວາມສຸກຫຼາຍ.”
ໃນເວລາເວົ້າເຖິງຊີວິດການເປັນຢູ່ ຢູ່ແຂວງຢຸນນານ, ນາງຫຼີມິງ ກ່າວວ່າ: “ພູຜາ ແມ່ນ້ຳ, ຄົນໃຈດີ, ທຸກສິ່ງທຸກຢ່າງດີໝົດ.” ນາງໄດ້ເວົ້າເຖິງຄຳວ່າ “ດີ” ຕິດປາກເລີຍ. ໃນເວລາຂາຍອາຫານ ມາເປັນເວລາຫຼາຍປີ, ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວມີຄວາມຮັກແພງຕໍ່ນາງຫຼາຍ. ນາງສັງເກດເຫັນວ່າ, ມີຊາວຈີນຫຼາຍຄົນໄປເຮັດໂຄງການ ຫຼື ເປີດໂຮງງານຢູ່ມຽນມາ, ໄດ້ດຳລົງຊີວິດຢ່າງປອງດອງກັນກັບປະຊາຊົນທ້ອງຖິ່ນ.
ປີ 2020, ນາງ ຫຼີມິງ ໄດ້ເປີດຮ້ານອາຫານ ລົດຊາດເຜົ່າໄທລື້ມຽນມາ ຢູ່ໜ້າປະຕູຕະຫຼາດຖະໜົນຢາວກວນ. ເມື່ອເຫັນຮ້ານຂອງນາງຫຼີມິງມີລູກຄ້າມາຫຼາຍ, ຊາວບ້ານຫຼາຍຄົນຢູ່ເຂດອ້ອມຂ້າງກໍໄດ້ມາເປີດຮ້ານອາຫານຢູ່ໃກ້ຮ້ານຂອງນາງ, ຖະໜົນສາຍນັ້ນເລີຍກາຍເປັນຖະໜົນຂາຍອາຫານທີ່ມີຊື່ສຽງ ແລະ ມີນັກທ່ອງທ່ຽວຫຼາຍຄົນມາຖ່າຍຮູບເປັນທີ່ລະນຶກຢູ່ແຫ່ງນີ້. ປະຊາຊົນທ້ອງຖິ່ນໄດ້ຕັ້ງຊື່ຖະໜົນສາຍນີ້ວ່າ “ຖະໜົນດອກບົວ”.
ນອກຈາກເປີດຮ້ານອາຫານແລ້ວ, ນາງ ຫຼີມິງ ຍັງໄດ້ຮັບຜົນປະໂຫຍດຈາກການຝຶກອົບຮົມດ້ານການທ່ອງທ່ຽວ ແລະ ທຸລະກິດເອເລັກໂຕຣນິກປະເພດຕ່າງໆຂອງທ້ອງຖິ່ນ. ປັດຈຸບັນ, ນັກທ່ອງທ່ຽວທີ່ມາທ່ຽວຢາວກວນ ມີປະມານ 1 ແສນກວ່າຄົນຕໍ່ປີ, ຢູ່ຄຸ້ມຊານຢີ້, ຄຸ້ມຊ້ວນຢວນ ແລະ ເຂດອ້ອມຂ້າງໄດ້ເປີດຮ້ານອາຫານຊົນນະບົດ 50 ກວ່າແຫ່ງ ແລະ ເຮືອນພັກ 20 ກວ່າແຫ່ງ, ລາຍຮັບຈາກການທ່ອງທ່ຽວບັນລຸເຖິງ 15 ລ້ານກວ່າຢວນ.
ນັກຂ່າວ: ຮວງຢີ້ຊຽນ, ຫວັງຮວນ