ໂດຍ: ສູນກາງສະຫະພັນແມ່ນຍິງ
ສູນກາງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ມີຄຳເຫັນກ່ຽວກັບສື່ສັງຄົມອອນລາຍທີ່ເຜີຍແຜ່ກໍລະນີການໃຊ້ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ ລົງໃນສື່ສັງຄົມອອນລາຍ.
ໃນໄລຍະຜ່ານມາ, ສື່ສັງຄົມອອນລາຍໄດ້ເຜີຍແຜ່ຮູບພາບການທຳຮ້າຍຮ່າງກາຍຢ່າງທາລຸນ ຊຶ່ງສ້າງຄວາມເຈັບປວດ ຕໍ່ແມ່ຍິງທີ່ບໍ່ມີທາງສູ້ ອັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງເປັນໃຍ, ຄວາມກັງວົນ ແລະ ຄວາມບໍ່ພໍໃຈຢ່າງກວ້າງຂວາງ. ເຫດການດັ່ງກ່າວ ໄດ້ເນັ້ນຢ້ຳໃຫ້ເຫັນ ເຖິງຄວາມຮຸນແຮງທີ່ແຜ່ຫຼາຍ ຊຶ່ງມີຢູ່ໃນຊີວິດຈິງ ແລະ ໃນສັງຄົມອອນລາຍ ທີ່ເປັນສິ່ງບໍ່ດີຕໍ່ແມ່ຍິງ ກໍຄືສັງຄົມ.
ສື່ສັງຄົມອອນລາຍທີ່ເຜີຍແຜ່ກ່ຽວກັບເຫດການຄວາມຮຸນແຮງທີ່ໜ້າຕົກໃຈໃນໄລຍະຜ່ານມາ, ໄດ້ເຮັດໃຫ້ເກີດຂໍ້ກັງວົນຫຼາຍປະການເຊັ່ນ: ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ, ທັດສະນະຄະຕິ, ວັດທະນະທໍາ, ຮີດຄອງປະເພນີດັ່ງເດີມ, ຄວາມສະຫງົບ ກ່ຽວກັບຄວາມຮຸນແຮງ; ການເມີນເສີຍຂອງຜູ້ພົບເຫັນ, ຜູ້ສັງເກດການ ແລະ ອື່ນໆອີກຫຼວງຫຼາຍ. ຮູບພາບຂອງແມ່ຍິງທີ່ຖືກຄູ່ຄອງຂອງຕົນທຸບຕີໂດຍບໍ່ໄດ້ຕໍ່ສູ້ ທີ່ຖືກເຜີຍແຜ່ລົງໃນສື່ສັງຄົມ ສະທ້ອນໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງສັງຄົມພວກເຮົາທີ່ເຄີຍມີຄວາມເຊື່ອຜິດໆກັນວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາສະເພາະຂອງຄົນພາຍໃນຄອບຄົວ.
ລັດຖະບານ ສປປ ລາວ, ລວມທັງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ໂດຍສະເພາະຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ກະຊວງສາທາລະນະສຸກ ໄດ້ຮ່ວມມືກັບ ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ຜູ້ເຄາະຮ້າຍ. ລັດຖະບານໂດຍການຮ່ວມມືກັບອົງການ UNFPA ຍັງຈະສືບຕໍ່ໃຫ້ຄວາມສຳຄັນຕໍ່ການປົກປ້ອງ ແລະ ການຊ່ວຍເຫຼືອເບິ່ງແຍງຄວາມເປັນຢູ່ທີ່ດີຂອງຜູ້ຖືກເຄາະຮ້າຍແລະຈະສະເໜີໂອກາດໃນການພື້ນຟູ, ສ້າງຄວາມເຂັ້ມແຂງໃຫ້ຜູ້ເຄາະຮ້າຍໂດຍການເອົາຜູ້ເຄາະຮ້າຍເປັນໃຈກາງ.

ແມ່ຍິງ 1 ໃນ 3 ທົ່ວໂລກ ປະເຊີນກັບຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດ ແລະ ສະຖິຕິທົ່ວໂລກເຫຼົ່ານີ້ສອດຄ່ອງກັບການສຶກສາຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດ ປະຈໍາປີ 2014 ໃນປະເທດລາວ ພົບວ່າ:1 ໃນ 3 ຂອງແມ່ຍິງຖືກຄວາມຮຸນແຮງທາງຮ່າງກາຍ, ທາງເພດ ແລະ ທາງອາລົມໂດຍຄູ່ຄອງ ຫຼື ຄູ່ສົມລົດຕົນເອງ. ການສຶກສານີ້ຍັງພົບວ່າ: ມີແມ່ຍິງພຽງ 10 ໃນ 100 ຄົນເທົ່ານັ້ນ ທີ່ເລົ່າປະສົບການຄວາມຮຸນແຮງໃຫ້ຜູ້ອື່ນຮູ້ ແລະ ມີພຽງ 2 ໃນ 100 ຄົນເທົ່ານັ້ນ ທີ່ຂໍຄວາມຊ່ວຍເຫຼືອ ແລະ ບໍລິການຕ່າງໆ.
ໃນວິດີໂອທີ່ເຜີຍແຜ່ການໃຊ້ຄວາມຮຸນແຮງຜ່ານສື່ອອນລາຍ. ຄວາມເປັນສ່ວນຕົວຂອງຜູ້ເຄາະຮ້າຍແມ່ນເປັນສິ່ງສຳຄັນ ແລະ ພວກເຮົາຂໍຮຽກຮ້ອງໃຫ້ຜູ້ນຳໃຊ້ສື່ມວນຊົນ ຢຸດການເຜີຍແຜ່ວິດີໂອ, ຮູບພາບຊຶ່ງຈະເປັນການສ້າງຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍ ແລະ ກະຕຸ້ນຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍຄົນອື່ນ. ໃນວິດີໂອ ຍັງເຫັນວ່າ: ຄົນອ້ອມຂ້າງ, ຜູ້ທີ່ພົບເຫັນເຫດການ ບໍ່ໄດ້ເຂົ້າໄປຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍ. ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍແມ່ນມີຄວາມຜິດທາງອາຍາ ແລະ ທາງແພ່ງ “ບຸກຄົນໃດຫາກໄດ້ພົບເຫັນຜູ້ອື່ນ ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອ ທັ້ງໆທີ່ຕົນເອງກໍມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼື ບອກຄົນອື່ນໃຫ້ຊ່ວຍເຫຼືອ.
ແມ່ຍິງ ແລະ ເດັກຍິງ ໄດ້ຮັບການຄຸ້ມຄອງສິດຜົນປະໂຫຍດ ຕາມກົດໝາຍ ດັ່ງທີ່ເຫັນໃນກໍລະນີທີ່ເກີດຂຶ້ນນີ້, ຜູ້ຖືກເຄາະຮ້າຍ ຄວນຂໍຄວາມຊ່ວຍເຫຼືອ ຈາກຄົນອ້ອມຂ້າງ, ໜ່ວຍງານທີ່ບັງຄັບໃຊ້ກົດໝາຍ, ສະຫະພັນແມ່ຍິງ ແລະ ສະຖານບໍລິການສຸຂະພາບຕ່າງໆ. ສິ່ງທີ່ໜ້າກັງວົນຢ່າງໜຶ່ງຄື: ຈໍານວນການເຜີຍແຜ່ວິດີໂອ ແລະ ການຖ່າຍຮູບ ໂດຍມີຈໍານວນຄົນເບິ່ງຫຼາຍແສນຄັ້ງ ແລະ ການສົ່ງຕໍ່ນັບພັນຄັ້ງ. ຄວາມເປັນສ່ວນຕົວຂອງຜູ້ຖືກເຄາະຮ້າຍເປັນສິ່ງສໍາຄັນ ຊຶ່ງພວກເຮົາຂໍຮຽກຮ້ອງ ໃຫ້ຜູ້ທີ່ນຳໃຊ້ສື່ແລະ ເຂົ້າເຖິງສື່ສັງຄົມອອນລາຍ ຫຼີກລ່ຽງການສົ່ງຕໍ່ວິດິໂອ ແລະ ຮູບຖ່າຍ ຊຶ່ງອາດຈະເຮັດໃຫ້ຜູ້ຖືກເຄາະຮ້າຍບອບຊໍ້າທາງຈິດໃຈ ແລະ ອາດຈະກະທົບຈິດໃຈຂອງຜູ້ຖືກເຄາະຮ້າຍຄົນອື່ນ.
ເຫດການທີ່ໜ້າກັງວົນນີ້, ຍັງຕອກຢໍ້າເຖິງຄວາມຈໍາເປັນ ໃນການພະຍາຍາມຢ່າງຕໍ່ເນື່ອງ, ເຖິງວ່າ ຈະມີຄວາມຄືບໜ້າໃນ 5 ປີ ທີ່ຜ່ານມາກໍຕາມ. ລັດຖະບານ ຊຶ່ງໄດ້ຮັບການສະໜັບສະໜູນຈາກ UNFPA ໄດ້ເພີ່ມການລົງທຶນໃນການຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ, ການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ 2021-2025 ແລະ ໄດ້ເພີ່ມຂະຫຍາຍການຈັດຕັ້ງປະຕິບັດຂັ້ນຕອນ, ມາດຕະຖານການປະຕິບັດງານ (SOPs) ສຳລັບການຕອບສະໜອງຢ່າງເປັນລະບົບ ແລະ ການປະສານງານກັນ ຂອງຂະແໜງສັງຄົມ ແລະ ສຸຂະພາບ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍ ຢ່າງມີຄຸນນະພາບ. ເຖິງຢ່າງໃດກໍຕາມຍັງມີວຽກຫຼາຍຢ່າງກ່ຽວກັບກັບການຊ່ວຍເຫຼືອຜູ້ເຄາະຮ້າຍ.