ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປລາວ (ທຫລ) ໄດ້ໃຫ້ຮູ້ກ່ຽວກັບທິດທາງໃນຕໍ່ໜ້າ, ເຖິງວ່າການຄຸ້ມຄອງເງິນຕາຕ່າງປະເທດໄດ້ມີການປັບປຸງດີຂຶ້ນ, ແຕ່ ທຫລ ຍັງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ. ສະນັ້ນ, ທິດທາງການຄຸ້ມຄອງເງິນຕາຕ້ອງຮັບປະກັນສະພາບທາງດ້ານເງິນຕາໂດຍລວມມີຄວາມສະຫງົບ, ໝັ້ນທ່ຽງ. ທຫລ ຈະສືບຕໍ່ຄຸ້ມຄອງແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂື້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າຫຼາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%, ສະນັ້ນ ທຫລ ຈະສຸມໃສ່ໜ້າວຽກຕົ້ນຕໍດັ່ງນີ້: ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ ແລະຕ່າງປະເທດ; ຄຸ້ມຄອງກະແສເງິນຕາຕ່າງປະເທດດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີເງິນຝາກສະເພາະບໍລິສັດນຳເຂົ້າ-ສົ່ງອອກໃນໄຕມາດ 1 ປິ 2024; ເລັ່ງພັດທະນາລະບົບການຄຸ້ມຄອງກະແສເງິນຕາຕ່າງປະເທດໃຫ້ທົດລອງນຳໃຊ້ໃນໄຕມາດ 1 ປີ2024 ແລະ ມີການຄຸ້ມຄອງຕິດຕາມແບບອອນລາຍໂດຍເຊື່ອມໂຍງກັບຂະແໜງການ (ການເງິນ, ການຄ້າແລະທະນາຄານ); ຕິດຕາມຫົວໜ່ວຍຜູ້ສົ່ງອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະນາຄານ; ລົງຕິດຕາມຊຸກຍູ້ວຽກງານຄຸ້ມຄອງເງິນຕາຕ່າງປະເທດນຳຫົວໜ່ວຍສົ່ງອອກ ແຕ່ລະຂະແໜງການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງອອກເພື່ອນຳລາຍຮັບເງິນຕາເຂົ້າມາຕາມລະບຽບການ; ຄຸ້ມຄອງການອະນຸຍາດໂອນເງິນເພື່ອຊຳລະກັບຕ່າງປະເທດໂດຍສະເພາະຊຳລະສິນຄ້າ ແລະ ການບໍລິການທີ່ມີລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານທຸລະກິດ (ເປັນຕົ້ນການໂອນເງິນຊື້ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ); ເອົາໃຈໃສ່ຄຸ້ມຄອງກະແສການລົງທຶນໂດຍກົງຕ່າງປະເທດທັງສູນກາງ ແລະ ທ້ອງຖິ່ນໃຫ້ມາຢັ້ງຢືນທຶນໃຫ້ທັນເວລາ, ເມື່ອນຳທຶນເຂົ້າມາຜ່ານທະນາຄານຢູ່ ສປປ ລາວ ເພື່ອສະດວກໃນການໂອນທຶນກັບຄືນປະເທດໃນອານາຄົດ; ປະຕິບັດ ຜູ້ລົງທຶນຕ່າງປະເທດເປີດບັນຊີກະກຽມການລົງທຶນກັບທະນາຄານທຸລະກິດ ກ່ອນໄດ້ຮັບອະນຸຍາດລົງທຶນ ຫຼື ທະບຽນວິສາຫະກິດແລະ/ຫຼື ຫັນບັນຊີເງິນຝາກສະເພາະກ່ຽວກັບການລົງທຶນ; ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານບັນຊີດັ່ງກ່າວເມື່ອມີການໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ເປັນເງິນກີບເປັນຕົ້ນຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ອື່ນໆ; ສ້າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳນົດຂອບເຂດເພດານອະນຸຍາດກູ້ຢືມຕ່າງປະເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70% ຂອງ GDP ໃນ 5 ປີຕໍ່ໜ້າ; ສົ່ງເສີມການນໍາໃຊ້ເງິນກີບໃນການຊໍາລະ ແລະ ການຕິດປະກາດລາຄາສິນຄ້າ ແລະ ບໍລິການພາຍໃນປະເທດໃຫ້ເປັນເງິນກີບ ແລະ ຜ່ານລະບົບທະນາຄານໂດຍສະເພາະການຊຳລະຄ່າທີດິນ ແລະ ພາຫະນະ, ສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການຊຳລະກັບປະເທດອ້ອມຂ້າງຂອງພາກທຸລະກິດໂດຍສະເພາະກີບ-ດົງ, ກີບ-ຢວນ ແລະ ກີບ-ບາດ; ຕິດຕາມກວດກາການເຄື່ອນໄຫວທຸລະກໍາການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ຫຼຸດລົງ, ການໂອນເງິນດ່ວນຜ່ານບັນຊີ, ໂດຍສະເພາະການເປີດບັນຊີການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີການລົງທຶນ.
ສັງລວມແລ້ວ, ການປັບປຸງການຄຸ້ມຄອງເງິນຕາຕ່າງປະເທດທີ່ດໍາເນີນແມ່ນມາຖືກທິດທາງແລ້ວ, ຂໍໃຫ້ສັງຄົມມີຄວາມເຊື່ອໝັ້ນ ແລະ ສະໜັບສະໜູນເປັນກຳລັງແຮງຊຸກຍູ້ທິດທາງນະໂຍບາຍ ແລະ ມາດຕະການຕ່າງໆຂອງລັດໃຫ້ເປັນຈິງ ແລະຕ້ອງເຮັດໃຫ້ເຖິງຖອງໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການ, ພ້ອມກັນປະຕິບັດເປັນເອກະພາບທຸກຂັ້ນທາງສູນກາງ ແລະ ທ້ອງຖິ່ນ ຊຶ່ງຈະເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດໄດ້ຮັບການປັບປຸງເປັນລະບົບຄົບຊຸດ ແລະ ມີບາດກ້າວຫັນປ່ຽນຢ່າງແທ້ຈິງ ແລະ ນຳສະຖຽນລະພາບທາງດ້ານເສດຖະກິດ-ການເງິນກັບຄືນສູ່ສະພາບປົກກະຕິໂດຍໄວ.
(ຣັດສະໝີ ດວງສັດຈະ)