ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ (ກຄງຕ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສປປ ລາວ ມີນະໂຍບາຍຄຸ້ມຄອງເງິນຕາຕ່າງປະເທດທີ່ເປີດກວ້າງຫຼາຍດ້ານທຽບໃສ່ຫຼາຍປະເທດ ແລະ ປະຕິບັດຕາມຫຼັກການສາກົນສະແດງອອກຄື: ສັງ​ຄົມຊິນ​ເຄີຍໃຊ້ເງິນຕາຕ່າງປະເທດຫຼາຍ​ສະ​ກຸນ, ບຸກຄົນ, ນິຕິບຸກຄົນ ສາມາດຖືຄອງເງິນຕາ​ຕ່າງ​ປ​ະ​ເທດໃນຮູບແບບເງິນສົດ ແລະ ອະນຸຍາດໃຫ້​ມີ​ບັນ​ຊີເງິນ​ຝາກເງິນ​ຕາຫຼາຍສະກຸນ, ບໍ່ມີການຫັກອາກອນລາຍໄດ້ຈາກບັນຊີເງິນຝາກ ແລະ ສາມາດໂອນເປັນເງິນຕາຜ່ານບັນຊີ​ເງິນ​ຝາກເພື່ອຊໍາລະພາຍໃນ, ໃນຂະນະທີ່ຫຼາຍປະເທດນໍາໃຊ້ສະກຸນດຽວເທົ່າ​ນັ້ນ; ການໂອນເງິນ​​ເຂົ້າ-ອອກຂອງບຸກ​ຄົນ ແລະ ນິຕິ​ບຸກ​ຄົນ​ໄປ​ຕ່າງ​ປະ​ເທດ ​ແລະ ລາຍ​ຮັບຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດກັບປະເທດໄດ້ສະດວກ.
ເຖິງ​ຢ່າງ​ໃດກໍຕາມ​ເຫັນ​ວ່າ ລະ​ບົບ​ການ​ຄຸ້ມ​ຄອງແຫຼ່ງ​ລາຍ​ຮັບ​ເງິນ​ຕາຜ່ານ​ມາຍັງບໍ່ທັນຮັດ​ກຸມ​ ແລະ ​ຄົບ​ຖ້ວນເປັນ​ຕົ້ນ ການ​ລົງ​ທະ​ບຽນ, ການເປີດບັນຊີສະ​ເພາະ​ຜູ້​ນຳ​ເຂົ້າ-ສົ່ງ​ອອກ, ບັນ​ຊີ​ສະ​ເພາະ​ການ​ລົງ​ທຶນ​ຕ່າງ​ປະ​ເທດ, ກຳ​ນົດ​​ສັດ​ສ່ວນ​ການ​ແລກ​ປ່ຽນ​ກັບ​ລະ​ບົບ​ທະ​ນາ​ຄານ, ​ຂອບ​ເຂດ​ເພ​ດານການ​ກູ້​ຢືມ​ຕ່າງ​ປະ​ເທດ​​ຂອງ​ພາ​ກ ລັດ ​ແລະ ​ເອ​ກະ​ຊົນ, ການ​ຄຸ້ມ​ຄອງ​ລາຍ​ຮັບ​ເງິນ​ຕາ​ຈາ​ກ​ແຮງ​ງານ, ​ຈາກການ​ທ່ອງ​ທ່ຽວ, ​ການ​ຄຸ້ມ​ຄອງ​​ລາຍ​ຈ່າຍ ​ຊຳ​ລະກັບ​ຕ່າງ​ປະ​ເທດຍັງ​ບໍ່​ທັນ​ໄດ້​​ດີ​ເທົ່າ​ທີີ່ຄວນ. ຍ້ອນ​ວ່າຍັງ​ບໍ່​ທັນ​ໄດ້​ດັ​ດ​ສົມ​ຫົວ​ໜ່ວຍ​ນໍ​າ​ເຂົ້າເຮັດ​ໃຫ້​ຕ້ອງ​ນຳ​ເຂົ້າສິນ​ຄ້າ​ເປັນ​ສ່ວນ​ໃຫຍ່ ແລະ ​ອາ​ໄສແຫຼ່ງ​ເງິນ​ຕາ​ເພື່ອ​ຊຳ​ລະ​ກັບ​ຕ່າງ​ປະ​ເທດ. ການ​ຄຸ້ມ​ຄອງ​ກະ​ແສ​ເງິນ​ຕາ​​ຈາກໂຄງ​ການ​ລົງ​ທຶນ​ໄຟ​ຟ້າຂະ​ໜາດ​ໃຫຍ່​​​ແບບການ​ສະ​ໜອງ​ທຶນ​ແກ່​ໂຄງ​ການ (Project Finance) ຫຼື ການ​ປ່ອຍ​ກູ້​ຮ່ວມ​ຈາກ​ຕ່າງ​ປະ​ເທດຈຶ່ງ​ຖືກ​ກຳ​ນົດ​ເງື່ອນ​ໄຂ​ໃນ​ສັນ​ຍາ​ກູ້​ຢືມ ແລະ ​ສັນ​ຍາ CA ເຮັດ​ໃຫ້​ຍົກ​ເວັ້ນເກີນ​ຄວາມ​ຈຳ​ເປັນ. ​ສະ​ນັ້ນ, ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ ​ແມ່ນ​ຮັກ​ສາ​ໄວ້​​ຢູ່​ບັນ​ຊີ​ເງິນ​ຝາກ​ຢູ່​ຕ່າງ​ປະ​ເທດກ່ອນ, ເມື່ອ​ຊຳ​ລະ​ໜີ້​ສິນ​ແລ້ວ​ຢ່າງ​ໜ້ອຍ 15-20 ປີລາຍ​ຮັບ​ດັ່ງ​ກ່າວຈຶ່ງ​ເຂົ້າມາ​ ສ​ປ​ປ​ ລາວເປັນສ່ວນ​ໃຫຍ່.
ສະ​ນັ້ນ, ຈຶ່ງເຫັນ​ວ່າໂຕ​ເລກ​ການ​ສົ່ງ​ອອກ​ມີ​ສູງ ແຕ່ເມັດເງິນ​ຕົວ​ຈິງ​ເປັນເງິນຕາເຂົ້າ​ຜ່ານ​ທະ​ນາ​ຄານແມ່ນ​ຕ່ຳ. ການ​ຄຸ້ມ​ຄອງ​ກະ​ແສ​ເງິນ​ຕາ​​ເຂົ້າ​-ອອກ​ເພື່ອຊຳ​ລະ​ກັບ​ຕ່າງ​ປະ​ເທດບໍ່​ສົມ​ດຸນ (ລາຍ​ຈ່າຍ​ສູງກວ່າ​ລາຍ​ຮັບ)ຍ້ອນຄວາມຕ້ອງການເພື່ອຊໍາລະຕ່າງປະເທດຂອງສັງ​ຄົມມີຫຼາຍເປັນ​ຕົ້ນ ພັນ​ທະຊຳ​ລະ​ໜີ້​​ສິນ, ການ​ນຳ​ເຂົ້າ​ສິນ​ຄ້າ ​ແລະ ​ການ​ບໍ​ລິ​ການມີ​ສູງ (ນ້ຳ​ມັນເຊື້ອ​ໄຟປະ​ມານ 100 ລ້ານກວ່າໂດ​ລາ​ຕໍ່​ເດືອນ, ສິນ​ຄ້າ​ອຸ​ປະ​ໂພກ-​ບໍ​ລິ​ໂພກ, ອຸ​ປະ​ກອນ​ກົນ​ຈັກ ແລະ ​ອື່ນໆ).
ຈາກ​ສະ​ພາບ​ຕົວ​ຈິງ​ທີ່​ເກີດຂຶ້ນ​ຜ່ານ​ມາ, ​ທ​ຫລ ຈຶ່ງ​ໄດ້​ດຳ​ເນີນ​ການ​ປັບ​ປຸງ​ຄືນ​ວຽກ​ງານ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດຢ່າງ​ຮອບ​ດ້ານ ​ສາ​ມາດ​ສະ​ຫຼຸບຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ດັ່ງ​ນີ້:
1. ໄດ້ສ້າງ ​ແລະ ​ປັບ​ປຸງ​​ນິ​ຕິ​ກຳ​ລຸ່ມກົດໝາຍໃນ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດສຳເລັດຈຳ​ນວນ 9 ສະບັບແລະ ເຜີຍ​ແຜ່​ນິ​ຕິ​ກຳ​ດັ່ງ​ກ່າວ​ຢ່າງກວ້າງ​ຂວາງ ແຕ່​ສູນ​ກາງ​ຮອດທ້ອງ​ຖິ່ນ ​ລວມ​ທັງ​ຊຸກ​ຍູ້​ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ ​ແລະ ​ຫຼຸດ​ຜ່ອນ​ການ​ນຳ​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ທັງ​ໝົດ 51 ຄັ້ງ 2. ລົງ​ຕິດ​ຕາມກວດ​ກາ​​ຕິດ​ປະ​ກາດ, ການ​ໂຄ​ສະ​ນາຊຳ​ລະ-ຮັບ​ຊຳ​ລະ​ສິນ​ຄ້າ ​ແລະ​ ການ​ບໍ​ລິ​ການ​ເປັນ​ເງິນ​ຕາ​
ຕ່າງ​ປະ​ເທດ, ຊຸກ​ຍູ້ການ​ພັດ​ທະ​ນາ​ອອກ​ຜະ​ລິດ​ຕະ​ພັນ EZY KIP Application ເພື່ອ​ຮັບ​ໃຊ້​ໃນ​ການ​ຊຳ​ລະ, ການ​ແລກ​ປ່ຽນ​ເງິນ​ຕາ​ເພື່ອຮອງ​ຮັບ​ປີ​ທ່ອງ​ທ່ຽວ​ລາວ 2024;
3. ຄຸ້ມ​ຄອ​ງ​ລາຍ​ຮັບເງິນ​ຕາ​​ຕ່າງ​ປະ​ເທດ​ຈາກ​ການສົ່ງ​ອອກ ໂດຍ​ມີ​ການ​ລົງ​ທະ​ບຽນ​​ບໍ​ລິ​ສັດ​ນຳ​ເຂົ້າ-ສົ່ງ​ອອກ ແລະ ​ການ​ເປີດ​​ຫຼືຫັນ​ບັນ​ຊີ​ເງິນ​ຝາກສະ​ເພາະ​; ຮອດວັນທີ 26 ມັງ​ກອ​ນ 2024 ທຫລ ໄ​ດ້ຢັ້ງຢືນໄປເປີດ/ຫັນບັນຊີເງິນດັ່ງ​ກ່າວກັບທະນາຄານທຸລະກິດຈໍານວນ 1.415 ບໍລິສັດ (ບ/ສ) (ໃນນັ້ນມີ 335 ບ/ສ ນຳເຂົ້າ; 242 ບ/ສ ສົ່ງອອກ ແລະ 838 ບ/ສ ນຳເຂົ້າ-ສົ່ງອອກ). ໃນນີ້, ມີຈໍານວນ 96 ບໍລິສັດທີ່ນອນໃນຫົວໜ່ວຍວິສາຫະກິດລາຍໃຫຍ່ 100 ບໍລິສັດ (ມູນຄ່າສົ່ງອອກສະເລ່ຍ 10 ລ້ານໂດລາ/ປີຂຶ້ນໄປ). ລາຍຮັບເງິນ​ຕາ​ຈາກການສົ່ງອອກຜ່ານລະບົບທະນາຄານ (ITRS) ​ມີ​ທ່າ​ອ່ຽງ​ດີ​ຂຶ້ນປີ 2021 ກວມເອົາ 32,46%, ປີ 2022 ແມ່ນ 36,26% ແລະ ໃນປີ 2023 ກວມເອົາ 55,47% ຂອງມູນຄ່າສົ່ງອອກທັງໝົດໃນ​ປີ 2024 (ຄາດ​ໝາຍສະພາແຫ່ງຊາດຮັບຮອງ ≥ 50% ຂອງມູນຄ່າສົ່ງອອກ);
4. ໄດ້ລົງຕິດຕາມ ແລະ ເຮັດບົດບັນທຶກກັບບໍລິສັດສົ່ງອອກຂະແໜງກະສິກຳສຳເລັດ 49 ບໍລິສັດ ແລະ ເຮັດວຽກກັບບໍລິສັດຜູ້ສົ່ງອອກລາຍໃຫຍ່ຫຼາຍກວ່າ 50 ເທື່ອບໍລິສັດ ເພື່ອກໍາ​ນົດ​ຄາດ​ໝາຍໃຫ້ບໍລິສັດນຳລາຍຮັບຈາກການສົ່ງອອກເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານໃຫ້ດີ​ຂຶ້ນ;
5. ພັດທະນາລະບົບຄຸ້ມຄອງກະແສເງິນຕາ​ຕ່າງ​ປະ​ເທດ (CMS) ເຊື່ອມໂຍງຮ່ວມກັນລະຫວ່າງຂະແໜງການແລະ​ ທະ​ນາ​ຄານ​ທຸ​ລະ​ກິດ​ສຳ​ເລັດ​ ແລະ​ ຈະສາມາດ​ເປີດ​ນຳ​ໃຊ້​ທົດ​ລອງ​ໃນ​ເດືອນກຸມ​ພາປີ 2024;
6. ຄຸ້ມ​ຄອງ​ ແລະ​ ອ​ະ​ນຸ​ຍາດການ​ໂອນ​ເງິນ​ຂອງ​ບຸກ​ຄົນ,​ ນິ​ຕິ​ບຸກ​ຄົນຜ່ານ​ທະ​ນາ​ຄານ​ທຸ​ລະ​ກິດ​ ເພື່ອ​ຊຳ​ລະ​ກັບ​ຕ່າງ​ປະ​ເທດ;​
7. ຄຸ້​ມ​ຄອງ​ກະ​ແສ​ເງິນ​ຕາ​ຈາກການ​ລົງ​ທຶນ​ຕ່າງ​ປະ​ເທດ ​ເພື່ອ​ຢັ້ງ​ຢືນ​ທຶນ​ເຂົ້າ​ມາ​ນຳ ທ​ຫລ ຊຶ່ງ​ໃນ​ປີ 2023 ໄດ້​ມີບໍ​ລິ​ສັດ​ມາຢັ້ງ​ຢືນ​ທຶນ​ເຂົ້າ​ມາ​ຜ່ານ​ທະ​ນາ​ຄານ​ທຸ​ລະ​ກິດນໍາ ​ທ​ຫລ ຈຳ​ນວນ 268 ເທື່ອ/ບໍ​ລິ​ສັດເປັນ​ຈຳ​ນວນ​ເງິນ​ທຽບ​ເທົ່າທັງ​ໝົດ 2.17 ຕື້​ໂດ​ລາ;
8. ເຮັດ​ວຽກ​ກັບໂຄງ​ການ​ໄຟຟ້າຂະ​ໜາດ​ໃຫຍ່ທີ່ມີການຍົກເວັ້ນເງື່ອນໄຂການເງິນຕາມ CA ເພື່ອຊຸກຍູ້ປະຕິບັດຕາມລະບຽບການຄຸ້ມຄອງເງິນຕາຢ່າງເຂັ້ມງວດ. ພ້ອມທັງເຮັດວຽກກັບຂະແໜງການບໍ່ແຮ່ໃນການທົບທວນສັນ ຍາສໍາປະທານ ແລະ ຊຸກຍູ້​ນຳ​ເງິນ​ຕາ​ເຂົ້າ​ມາ​;
9. ຄົ້ນ​ຄວ້າ​ການ​ຂໍອະ​ນຸ​ຍາດໄປກູ້ຢືມຕ່າງປະເທດຂອງ​ບຸກ​ຄົນ ​ແລະ ​ນິ​ຕິ​ບຸກ​ຄົນໃນ​ການ​ປະ​ຕິ​ບັດ​ເງື່ອນ​ໄຂ​ທາງ​ການ​ເງິນ (ເປັນ​ຕົ້ນດອກ​ເບ້ຍ​, ໄລ​ຍະ​ການ​ກູ້​ຢືມ ແລະ​ ໄລ​ຍະ​ຊຳ​ລະ​ຄືນ) ພ້ອມ​ທັງ​ຊຸກ​ຍູ້​ໃຫ້ເປົ້າ​ໝາຍ​ດັ່ງ​ກ່າວ ​ປະ​ກອບ​ສ່ວນ​ແລກ​ເງິນ​ຕາ​ກັບ​ລະ​ບົບທະ​ນາ​ຄານ​ເວ​ລາ​ມີ​ການ​ໃຊ້​ຈ່າຍ​ພາຍ​ໃນ;
10. ສຳເລັດການເຊື່ອມລະບົບຊຳລະຍ່ອຍຂ້າມແດນໃນຮູບແບບ QR ລະຫວ່າງລາວ-ກຳປູເຈຍ ແລະ ການເປີດໂຄງການ ການໂອນເງິນແຮງງານລາວກັບຄືນປະເທດລາວ - ສ ເກົາຫຼີ; ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ (ກີບ-ດົງ, ກີບ-ຢວນ ແລະ ​ອື່ນໆ) ເຂົ້າໃນການຊໍາລະທາງດ້ານການຄ້າ ແລະ ການລົງທຶນ;
11. ສຳ​ເລັດ​​ປິດ​ຮ້ານ​ແລກ​ປ່ຽນ​​ທົ່ວ​ປະ​ເທດ​ ແລະ ​ຫັນ​ການ​ແລກ​ປ່ຽນ​ເປັນ​ຂອງ​ທະ​ນາ​ຄານ​ເທົ່າ​ນັ້ນ, ສົ​ມ​ທົບ​ກັບ​ເຈົ້າ​ໜ້າ​ທີ່ລົງຕິດຕາມກວດກາ ແລະ ກ່າວເຕືອນຕໍ່ຮ້ານແລກປ່ຽນເງິນຕາທີ່ໄດ້ປິດຜ່ານມາ​ ທີ່​ໄດ້​ເຄື່ອນ​ໄຫວບໍ່​ຖືກ​ຕ້ອງ​ ແລ​ະ ​ດຳ​ເນີນ​ມາດ​ຕະ​ການ​ຕໍ່​ຜູ້​ລະ​ເມີດຈຳ​ນວນ​ໜຶ່ງ.
ຂ່າວ: ຣັດສະໝີ ດວງສັດຈະ