(ໂດຍ: ຣັດສະໝີ ດວງສັດຈະ)
ພວກເຮົາເຄີຍຍິນເລື້ອຍໆວ່າ: “ຄໍາ” ມີຄ່າສູງຫຼາຍ ຊຶ່ງຢູ່ໃນລະບົບການເງິນ-ເງິນຕາ ມັກຈະນໍາມາຄໍ້າປະກັນຄັງສໍາຮອງເງິນຕາຂອງຊາດ ຫຼື  ຊໍາລະສະສາງ ແລະ ແລກປ່ຽນສິນຄ້າທຸກຢ່າງ; ຂະນະນີ້ “ຄໍາແທ້” ຍິ່ງມີຄວາມສໍາຄັນ ໃນທ່າມກາງຄວາມບໍ່ແນ່ນອນ ທາງດ້ານເສດຖະກິດ; ນອກນີ້, ນັກເສດຖະສາດ ກໍມີຄໍາປຽບເປີຍວ່າ ປ່າໄມ້ຄື: “ຄໍາຂຽວ”; ແຕ່ໃນວົງການໄຟຟ້າກໍມັກຈະເອີ້ນພະລັງງານ ໄຟຟ້ານໍ້າຕົກ ຫຼື ເຂື່ອນເປັນ  “ຄຳຂາວ” ຊຶ່ງປັດຈຸບັນແມ່ນໍ້າຂອງ ແລະ ບັນດາແມ່ນໍ້າສາຂາ ໄດ້ກາຍເປັນຊັບພະຍາກອນສໍາຄັນ ທີ່ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ເຮັດໜ້າທີ່ສະໜັບສະໜູນອຸ້ມຊູ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນ ໃນພາກພື້ນແມ່ນໍ້າຂອງຕອນລຸ່ມຜ່ານການສະໜອງດ້ານພະລັງງານ, ຄໍ້າປະກັນດ້ານສະບຽງອາຫານ, ດ້ານຊັບພະຍາກອນນໍ້າ ເພື່ອການອຸປະໂພກ-ບໍລິໂພກ ແລະ ເປັນແຫຼ່ງສ້າງລາຍຮັບອື່ນໆ ເຊັ່ນ: ການທ່ອງທ່ຽວ ແລະ ຊົນລະປະທານ. ແຕ່ການຂະຫຍາຍຕົວດັ່ງກ່າວຂຶ້ນກັບສະພາບຄວາມອຸດົມສົມບູນຂອງແມ່ນໍ້າຂອງ ແລະ ຄວາມຕ້ອງການດ້ານພະລັງງານຂອງພາກພື້ນ ທີ່ຄາດວ່າຈະຂະຫຍາຍຕົວໃນລະດັບ 6-7% ຕໍ່ປີ ແລະ ບັນດາປະເທດທີ່ຕັ້ງຢູ່ລຽບຕາມແຄມຝັ່ງອ່າງແມ່ນໍ້າຂອງຕອນລຸ່ມ ກໍກໍາລັງລົງທຶນກັບເຂື່ອນໄຟຟ້າພະລັງນໍ້າ ທີ່ມີທ່າແຮງບົ່ມຊ້ອນໃນເຂດນີ້.
ດ້ວຍທ່າແຮງ ທີ່ຕັ້ງພູມສັນຖານ ທີ່ເປັນເງື່ອນໄຂ ທີ່ບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອນໍາໃຊ້ຊັບພະຍາກອນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແລະ ສ້າງເປັນພະລັງງານໄຟຟ້ານໍ້າຕົກ ຊຶ່ງໃນປີ 1975 ຄືນຫຼັງຢູ່ປະເທດເຮົາ ມີເຂື່ອນຜະລິດກະແສໄຟຟ້າຂະໜາດກາງ 1 ເຂື່ອນ ຄືເຂື່ອນໄຟຟ້ານໍ້າງື່ມ 1  ຊຶ່ງໃນເບື້ອງຕົ້ນ ມີກຳລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ມີເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ  ແລະ ເຂື່ອນແຊລະບຳ ຢູ່ແຂວງຈຳປາສັກ ຊຶ່ງແຕ່ລະແຫ່ງ ມີກໍາລັງຕິດຕັ້ງ 1 ເມກາວັດເທົ່ານັ້ນ ແລະ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ພັກ ແລະ ລັດ ຈຶ່ງມີຍຸດທະສາດ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ, ພະລັງງານໄຟຟ້າລົມ ແລະ ພະລັງງານໄຟຟ້າແສງອາທິດ ທີ່ສະອາດ ເປັນມິດກັບມະນຸດ ແລະ ທໍາມະຊາດ ໂດຍສະເພາະການພັດທະນາພະລັງງານໄຟຟ້ານໍ້າຕົກ ດ້ວຍການສ້າງເຂື່ອນ ຕາມແມ່ນໍ້າຂອງ ແລະ ສາຂາຂອງມັນ ຕາມຄວາມເໝາະສົມ ເພື່ອຜະລິດກະແສໄຟຟ້າ ສະໜອງໃຫ້ປະຊາຊົນພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ ນໍາເອົາເງິນຕາກັບມາພັດທະນາປະເທດ, ເສດຖະກິດ-ສັງຄົມ ຕາມແນວທາງຂອງພັກ ແລະ ລັດຖະບານ.
ນັບແຕ່ປະກາດໃຊ້ກົດໝາຍ ວ່າດ້ວຍໄຟຟ້າ ໃນປີ 1997 ເປັນຕົ້ນມາ, ລັດຖະບານເຮົາ ໄດ້ວາງນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດ ເຮັດໃຫ້ນັກລົງທຶນຈາກຫຼາຍປະເທດ ເຂົ້າມາລົງທຶນຢູ່ປະເທດເຮົາ ທັງໃນຮູບແບບຜູ້ຜະລິດໄຟຟ້າເອກະຊົນອິດສະຫຼະ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານໄຟຟ້າຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະ ກໍມີລັກສະນະກ້າວກະໂດດ, ປັດຈຸຸບັນທົ່ວປະເທດ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.531,9 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິກກະວັດໂມງຕໍ່ປີ ໃນນີ້ແຫຼ່ງຜະລິດໄຟຟ້າມາຈາກເຂື່ອນໄຟຟ້າພະລັງງານນໍ້າ ກວມເອົາ 75%, ມີລະບົບສາຍສົ່ງແຕ່ລະປະເພດຍາວທັງໝົດ  62.000 ກວ່າກິໂລແມັດ ແລະ ມີສະຖານີຈ່າຍໄຟຟ້າ 70 ແຫ່ງ.
ລັດວິສາຫະກິດໄຟຟ້າລາວ (ຟຟລ) ຊຶ່ງເປັນຫົວໜ່ວຍວິຊາການ ທີ່ຕິດພັນກັບຂະບວນການພັດທະນາພະລັງງານໄຟຟ້ານໍ້າຕົກ ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ; ເວົ້າໄດ້ວ່າ: ເປັນລັດວິສາຫະກິດ ທີ່ມີມູນຄ່າຊັບສິນສູງ ທີ່ສຸດໃນປະເທດ ຊຶ່ງມີໜ້າທີ່ຈັດຕັ້ງປະຕິບັດຍຸດທະສາດ ທີ່ພັກ-ລັດ ມອບໝາຍໃຫ້ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງ ກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ໃຫ້ເປັນຮູບປະທໍາ ໂດຍສະເພາະຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາ ເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້ ຊຶ່ງມາຮອດປັດຈຸບັນປະຊາຊົນລາວ ສາມາດມີໄຟຟ້າໃຊ້ແລ້ວເຖິງ 95% ຂອງຈໍານວນຄົວເຮືອນທັງໝົດໃນທົ່ວປະເທດ ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ຄ່ອຍກ້າວຂຶ້ນຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວ.
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ສະເໜີຢູ່ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ ປະຈໍາປີ 2023 ກ່ຽວກັບການປະຕິຮູບ ຟຟລ ໃນຕໍ່ໜ້າ ຄື: 1. ເຮັດໃຫ້ການບໍລິຫານ ແລະ ດໍາເນີນທຸລະກິດ ມີຄວາມໂປ່ງໃສ, ມີປະສິດທິພາບ, ກວດສອບໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບທຸກພາກສ່ວນ; 2. ສ້າງຄວາມໝັ້ນຄົງທາງດ້ານພະລັງງານ;  3. ຊື້ໄຟ ທີ່ມີຄຸນນະພາບ ແລະ ເປັນປະໂຫຍດແກ່ລະບົບຂອງໄຟຟ້າລາວໃນລາຄາ ທີ່ສົມເຫດສົມຜົນ; 4. ຫຼຸດລາຄາສະເລ່ຍລວມຂອງການຊື້ໄຟ ໃຫ້ຕໍ່າລົງ; 5. ການລົງທຶນໃໝ່ຕ້ອງຮັບປະກັນໃຫ້ມີປະສິດທິຜົນ; 6. ສ້າງລາຍຮັບອື່ນໆຈາກທ່າແຮງຂອງ ຟຟລ ແລະ 7. ປັບປຸງຄຸນນະພາບຂອງການສະໜອງໄຟ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ເຖິງວ່າ ຟຟລ ຈະມີສະພາບການປະເຊີນໜ້າທີ່ບໍ່ສະດວກ ແລະ ຢູ່ໃນໄລຍະຂາດງົບປະມານການລົງທຶນກໍຕາມ; ໂດຍສະເພາະໃຫ້ໄດ້ເລີ່ມດໍາເນີນການປັບປຸງຂອດການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຫັນເປັນ Digital ຊຶ່ງສັງຄົມຈະໄດ້ເຫັນການປ່ຽນແປງການບໍລິການໃນໄຕມາດທີ 3 ຂອງປີ 2024 ນີ້.
ຜ່ານມາ; ຂະແໜງ ພບ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າສູງ ແລະ ມີຜົນສໍາເລັດຫຼາຍດ້ານ ໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດມະຫາພາກຢ່າງຕໍ່ເນື່ອງ ຊຶ່ງຈາກໂຕເລກທາງດ້ານສະຖິຕິ ລະຫວ່າງປີ 2021-2023 ໄດ້ປະກອບສ່ວນເຂົ້າໃນ GDP ປີ 2021 ກວມເອົາ 16,2% ສະເພາະພະລັງງານໄຟຟ້າແມ່ນ 11,8%; ປີ 2022 ກວມເອົາ 15,5% ໃນນັ້ນ ພະລັງງານໄຟຟ້າ 11,5% ແລະ ຄາດຄະເນປີ 2023 ກວມເອົາ 14,3% ພະລັງງານໄຟຟ້າ 10,8%; ປະກອບສ່ວນຢູ່ໃນການສົ່ງອອກສິນຄ້າທົ່ວປະເທດ ປີ 2021 ກວມເອົາ 47% ແຕ່ໃນນີ້ພະລັງງານໄຟຟ້າ ກວມ 26,5%; ປີ 2022 ກວມເອົາ 44% ໄຟຟ້າ ກວມ 27% ແລະ ມາຮອດ 6 ເດືອນຕົ້ນປີ 2023 ກວມເອົາ 49,28% ໃນນັ້ນ, ພະລັງງານໄຟຟ້າ ກວມ 28,89% ແລະ ການປະກອບສ່ວນເຂົ້າໃນງົບປະມານແຫ່ງລັດປີ 2021 ຂະແໜງໄຟຟ້າມີ 969 ຕື້ກີບ; ປີ 2022 ມີ 1.279 ຕື້ກີບ ແລະ ປີ 2023 ມີ 973 ຕື້ກີບ (ໝາຍເຫດ: ຂໍ້ມູນຮອດເດືອນ 11/2023). 
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ພິທີສະເຫຼີມສະຫຼອງໄຟຟ້າລາວ ຄົບຮອບ 62 ປີ ມີບາງຕອນວ່າ: ໄຟຟ້າລາວ ບໍ່ພຽງແຕ່ເຮັດບົດບາດອັນສໍາຄັນໃນການຄຸ້ມຄອງການຜະລິດພະລັງງານໄຟຟ້າ ທີ່ມີຄວາມໝັ້ນຄົງເທົ່ານັ້ນ, ແຕ່ຫາກຍັງແມ່ນຜູ້ດໍາເນີນທຸລະກິດ, ຜູ້ໃຫ້ການສະໜອງການບໍລິການກະແສໄຟຟ້າ ເພື່ອການຊົມໃຊ້ຢູ່ພາຍໃນສັງຄົມ ທີ່ມີຄຸນນະພາບສູງ ຊຶ່ງມາຮອດປັດຈຸບັນ 100% ຂອງເທດສະບານແຂວງ, ນະຄອນຫຼວງ; 100% ຂອງເທດສະບານເມືອງ, ນະຄອນ; 92% ຂອງຈຳນວນບ້ານ ແລະ  95% ຂອງຈຳນວນຄອບຄົວໃນທົ່ວປະເທດ ໄດ້ຊົມໃຊ້ກະແສໄຟຟ້າຢ່າງຖາວອນແລ້ວ ໃນນີ້ 33,1% ແມ່ນທີ່ຢູ່ອາໄສ, 46,1% ຢູ່ໃນພາກອຸດສາຫະກໍາ ແລະ ປະເພດອື່ນໆ 20,8%; ນອກຈາກນີ້, ໄຟຟ້າລາວ ຍັງເຮັດບົດບາດເປັນຜູ້ສົ່ງອອກກະແສໄຟຟ້າ ແລະ ກາຍເປັນຫົວໜ່ວຍທຸລະກິດພາກລັດ ທີ່ສໍາຄັນໃນການສ້າງລາຍຮັບງົບປະມານ.
ມາຮອດປັດຈຸບັນ, ອຸດສາຫະກໍາໄຟຟ້າ ໄດ້ກາຍເປັນຂະແໜງເສດຖະກິດ ທີ່ເຮັດບົດບາດເປັນຜູ້ເປີດຊ່ອງທາງ ໃນລະບົບເສດຖະກິດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດ ໄປສູ່ເສດຖະກິດຜະລິດເປັນສິນຄ້າ, ແມ່ນເງື່ອນໄຂສໍາຄັນໃນການຫັນປ່ຽນແບບວິທີການຜະລິດ ແລະ ກາຍເປັນພື້ນຖານທີ່ສໍາຄັນໃນຂະບວນວຽກງານ 3 ສ້າງ, ການພັດທະນາຊົນນະບົດ, ການປັບປຸງ, ຍົກລະດັບຊີວິດການເປັນຢູ່, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ ແລະ ການເຊື່ອມໂຍງພາກພື້ນ, ສາກົນໄດ້ຢ່າງຖືກຕ້ອງ ຊຶ່ງສາມາດດູດດຶງການມາລົງທຶນຂອງຜູ້ປະກອບການ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ-ສາກົນໄດ້ຢ່າງໜັກ     ແໜ້ນ, ກວ້າງຂວາງ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາມີບາງຕອນວ່າ: ການພັດທະນາດ້ານພະລັງງານ, ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ເພື່ອໃຫ້ມັນສອດຄ່ອງ, ເຂົ້າແກັບເຂົ້າເກຍກັນ; ດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ; ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນເງື່ອນໄຂໃໝ່ ຕ້ອງສືບຕໍ່ເສີມຂະຫຍາດ້ານດີ, ບົດຮຽນ ທີ່ພວກເຮົາສະສົມມາໄດ້ໃນຊຸມປີທີ່ຜ່ານມາ, ນໍາໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ, ທ່າແຮງຂອງຂະແໜງການ ຕິດພັນກັບການຍາດແຍ່ງກາລະໂອກາດ. ພ້ອມກັນນັ້ນ, ໃຫ້ສຸມໃສ່ການປັບປຸງຫົວໜ່ວຍທຸລະກິດໃນຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ມີການຫັນປ່ຽນ ສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງໃຫ້ແກ່ຫົວໜ່ວຍວິສາຫະກິດໃນພາກເອກະຊົນໄດ້ ເປັນຕົ້ນການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫຼຸດຜ່ອນຂັ້ນຕອນການບໍລິການໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ ກ້າວເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍຂອງແຜນການ, ແຜນງານທີ່ວາງອອກ ກໍຄືການຍົກສູງປະສິດທິຜົນຂອງການດໍາເນີນທຸລະກິດ ບັນຫາທີ່ມີລັກສະນະຕັດສິນແມ່ນບັນຫາຄົນ, ບັນຫາບຸກຄະລາກອນ ຍ້ອນວ່າ: ຄົນແມ່ນຜູ້ຈັດຕັ້ງປະຕິບັດ, ເປັນຜູ້ເຮັດຕົວຈິງ; ສະນັ້ນ, ການຍົກສູງຄຸນນະພາບຂອງບຸກຄະລາກອນໃຫ້ທຽບທັນກັບຄວາມຕ້ອງການ ແລະ ສາມາດຮອງຮັບການຈັດຕັ້ງແກ້ໄຂສະພາບຄ່ອງທາງດ້ານການເງິນ, ແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ, ໄດ້ມາດຕະຖານສູງ; ພະນັກງານ - ກໍາມະກອນ ຕ້ອງກ້າວເຂົ້າສູ່ການເຮັດວຽກແບບເປັນມືອາຊີບ.
ໄປຄຽງຄູ່ກັນນັ້ນ, ສິ່ງທີ່ສໍາຄັນ ກໍແມ່ນຄວາມເຂົ້າໃຈຂອງມະຫາຊົນ ຕໍ່ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ແມ່ນມີຄວາມສໍາຄັນຫຼາຍທີ່ສຸດ ເພື່ອຈະຊ່ວຍສະໜັບສະໜູນ ແລະ ໃຫ້ການອູ້ມຊູ ລັດວິສາຫະກິດຍຸດທະສາດນີ້ ໃຫ້ສາມາດດໍາເນີນທຸລະກິດ ທີ່ມີການຄຸ້ມຄອງຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າໃຫ້ແກ່ປະເທດ ໄດ້ຢ່າງຍືນຍົງຕະຫຼອດໄປ.