ໂດຍ: ແສງຈັນ
ເພື່ອທົດແທນການນໍາເຂົ້າ ແລະ ການຊຸກຍູ້ການຜະລິດກະສິກຳ ຕິດພັນກັບການປຸງແຕ່ງເປັນສິນຄ້າ, ກົມການລ້ຽງສັດ ແລະ ການປະມົງ ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນການ 5ປີ ໄປພ້ອມໆກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ການຊຸກຍູ້ການຜະລິດກະສິກຳ ຕິດພັນກັບການປຸງແຕ່ງເປັນສິນຄ້າ.
 ໃນກອງປະຊຸມສະຫຼຸບວຽກງານ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ 2023  ແຜນປີ 2024 ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດໃນທ້າຍເດືອນມັງກອນຜ່ານມາ, ຕາງໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ຂຶ້ນລາຍງານກ່ຽວກັບການຄຸ້ມຄອງການຜະລິດ ແລະ ການສະໜອງຊີ້ນ, ໄຂ່, ປາ ແລະ ອາຫານສັດ ປະຈໍາປີ2023, ສຸມໃສ່ການຈັດຕັ້ງປະຕິບັດແຜນການ 5ປີ ໄປພ້ອມໆກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ການຊຸກຍູ້ການຜະລິດກະສິກຳຕິດພັນກັບການປຸງແຕ່ງເປັນສິນຄ້າ. ໄດ້ມີການປັບປຸງດ້ານນິຕິກຳສຳເລັດຫຼາຍດ້ານ ໂດຍສະເພາະແມ່ນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ຊຶ່ງປະກອບມີ 8 ນະໂຍບາຍ, ສ້າງໂຄງການລ້ຽງສັດ ແລະ ສັດນໍ້າ ເພື່ອສົ່ງເສີມການຜະລິດພາຍໃນ ປະກອບມີ 4 ໂຄງການ ຄື: ໂຄງການຍົກລະດັບການຜະລິດ ແລະ ສະໜອງຊີ້ນໝູ, ໂຄງການລ້ຽງແມ່ພັນໄກ່ໄຂ່, ໂຄງການລ້ຽງແມ່ພັນໄກ່ຊີ້ນ ແລະ ໂຄງການຍົກລະດັບການຜະລິດປານິນ; ໂຄງການລ້ຽງສັດ ເປັນສິນຄ້າ ມີ 2 ໂຄງການ ຄື: ໂຄງການລ້ຽງງົວ ເພື່ອສົ່ງອອກ ແລະ ໂຄງການລ້ຽງແບ້ ເປັນສິນຄ້າ. ຜ່ານການຈັດຕັ້ງປະຕິບັດ ສົກປີ2023 ໄດ້ມີຜົນສຳເລັດ ຄື: ການລ້ຽງສັດ ແລະ ການປະມົງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຝູງສັດທົ່ວປະເທດ ມີການຂະຫຍາຍຕົວ ຢູ່ໃນລະດັບ 3,5% ແລະ ວຽກງານການປະມົງ ຂະຫຍາຍຕົວ 3,9%, ທຽບໃສ່ປີ 2022 ຝູງງົວ, ແບ້ ແລະ ການປະມົງ ມີການຂະຫຍາຍຕົວລື່ນຄາດໝາຍ. ສໍາລັບໝູ ແລະ ສັດປີກ ຍັງມີການຂະຫຍາຍຕົວຊ້າ ເມື່ອທຽບໃສ່ແຜນການທີ່ວາງໄວ້ ຊຶ່ງເກີດຈາກຫຼາຍປັດໄຈ ເປັນຕົ້ນ: ຕົ້ນທຶນການຜະລິດທີ່ສູງຂຶ້ນ ເນື່ອງຈາກລາຄາວັດຖຸດິບອາຫານສັດທີ່ສູງຂຶ້ນ, ລາຄານໍ້າມັນທີ່ແພງຂຶ້ນ, ຄ່າເງິນກີບອ່ອນໂຕ ແລະ ອື່ນໆ ທີ່ເປັນສາເຫດເຮັດໃຫ້ ຊາວກະສິກອນຜູ້ລ້ຽງສັດ ມີການພັກຄອກ ແລະ ຢຸດການລ້ຽງຊົ່ວຄາວ.   ເຖິງຢ່າງໃດກໍຕາມ ການຂະຫຍາຍຕົວຂອງຝູງສັດ ໃນປີ 2023 ທຽບໃສ່ປີ 2022 ເຫັນວ່າ ຂະຫຍາຍຕົວ 3,5%, ໃນປີ 2023ມີຈຳນວນສັດລ້ຽງ ແລະ ປະມົງ ຄື: (1) ງົວ2.561.453 ໂຕ  ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 5,5%, (2) ຄວາຍ 1.250.174ໂຕ  ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 0,3 %, (3) ໝູ4.539.786 ໂຕ  ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 3,0%, (4) ແບ້   801.338 ໂຕ   ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 5,0%, (5) ສັດປີກ  51.972.665 ໂຕ  ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 3,7%ແລະ (6) ການປະມົງ ທຽບໃສ່ປີ 2022 ຂະຫຍາຍຕົວເພີ່ມຂຶ້ນ 3,9 %
ການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ແກ່ການບໍລິໂພກພາຍໃນໄດ້ທັງໝົດ 530.517 ໂຕນ ທຽບໃສ່ປີ 2022 ເພີ່ມຂຶ້ນ 3,98% (ໃນນີ້, ເປັນຊີ້ນ 257.145 ໂຕນ, ໄຂ່ 50.272 ໂຕນ ແລະ ປາ 224.100 ໂຕນ); ຫຼື ບັນລຸໄດ້ 99,91% ຂອງແຜນການທີ່ວາງໄວ້ (ແຜນການ: 531.000 ໂຕນ), ອັດຕາການບໍລິໂພກສະເລ່ຍຕໍ່ຫົວຄົນບັນລຸໄດ້ 69,73 ກິໂລ/ຄົນ/ປີ ຮັບປະກັນດ້ານໂພຊະນາການຂອງປະຊາຊົນໃຫ້ໄດ້ຮັບພະລັງງານຈາກຊີ້ນ, ໄຂ່ ແລະ ປາ ໄດ້ໂດຍພື້ນຖານ.
ຜ່ານການດຸ່ນດ່ຽງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2023 ຢູ່ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ຫຼວງພະບາງ ເຫັນວ່າພຽງພໍ ກັບຄວາມຕ້ອງການ.  ສະເພາະແມ່ນໄຂ່ ຍັງໄດ້ເອົາໄປຂາຍຢູ່ຕ່າງແຂວງອີກ. ການສົ່ງອອກສັດເປັນໂຕ ໄດ້ທັງໝົດ 4.452.070 ໂຕ, ໃນນີ້: ສັດປີກ 4.230.000 ໂຕ, ສັດໃຫຍ່ (ງົວ,ຄວາຍ, ໝູ,ແກະ,ແບ້, ມ້າ) 222.070 ໂຕ. ຄິດເປັນມູນຄ່າ 96.658.198 ໂດລາ.  ການສົ່ງອອກສັດໃຫຍ່ ສ່ວນຫຼາຍຍັງແມ່ນການຄ້າຊາຍແດນ ຕາມດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ສົ່ງອອກຜະລິດຕະພັນສັດໄດ້ທັງໝົດ 3.955,44 ໂຕນ, ໃນນີ້: ນໍ້ານົມສົດ 3.858,83 ໂຕນ, ລວມມູນຄ່າທັງໝົດ 3.603.043 ໂດລາ (ນົມສົດ 2.653.514). ລວມມູນຄ່າສົ່ງອອກສັດ ແລະ ຜະລິດຕະພັນສັດ 100.261.241 ໂດລາ (ແຜນການ 100 ລ້ານໂດລາ).
ຄຽງຄູ່ກັບບັນຫາທີ່ກ່າວມາຂ້າງເທິງ ແຕ່ກໍຍັງມີ ສິ່ງທ້າທາຍ ຄື: ການສ້າງ ແລະ ຜັນຂະຫຍາຍ ບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ນະໂຍບາຍທີ່ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງມະຫາພາກບໍ່ທັນເປັນລະບົບຄົບຊຸດ ສ່ວນນິຕິກຳທີ່ມີແລ້ວກໍຍັງບໍ່ໄດ້ເຜີຍແຜ່ໄດ້ຢ່າງກວ້າງຂວາງ ແລະ ການຈັດຕັ້ງປະຕິບັດກໍຍັງບໍ່ທັນເຂັ້ມງວດ; ຮູບແບບການລ້ຽງສັດ, ການລ້ຽງປາຂອງຜູ້ຜະລິດ ເຖິງວ່າຈະໄດ້ມີການຫັນປ່ຽນໄປໃນຮູບແບບທີ່ດີດ້ວຍການນໍາໃຊ້ເຕັກນິກໃໝ່ ເຂົ້າໃສ່ການລ້ຽງແຕ່ຍັງບໍ່ທັນຂະຫຍາຍຕົວຢ່າງກວ້າງຂວາງ, ການລ້ຽງສັດແບບເປັນຟາມ ຕາມທິດຫັນເປັນອຸດສາຫະກຳ ຍັງບໍ່ທັນຂະຫຍາຍຕົວດີເທົ່າທີ່ຄວນ;ການຜະລິດເປັນສິນຄ້າເພື່ອສົ່ງອອກຕ່າງປະເທດ ກໍຍັງຈຳກັດຫຼາຍດ້ານຍ້ອນຕະຫຼາດຂອງປະເທດຄູ່ຄ້າແມ່ນວາງມາດຕະຖານດ້ານ SPS ສູງ; ຍັງມີການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບາງແຂວງແມ່ນໄດ້ມີການອະນຸຍາດ ໃນລະດັບແຂວງເອງ ຊຶ່ງຜິດຕໍ່ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ເຮັດໃຫ້ການຜະລິດພາຍໃນ ໄດ້ຮັບຜົນກະທົບບໍ່ສາມາດແຂ່ງຂັນທາງດ້ານລາຄາ, ທັງຍັງມີຄວາມສ່ຽງສູງຕໍ່ການລະບາດຂອງພະຍາດສັດພາຍໃນປະເທດຈາກການນໍາເຂົ້າດັ່ງກ່າວ; ການລະບາດຂອງພະຍາດສັດກໍຍັງເກີດຂຶ້ນຢູ່ໃນຫຼາຍຂົງເຂດຂອງທ້ອງຖິ່ນ, ການສັກຢາກັນພະຍາດສັດ ຍັງບໍ່ທັນເປັນລະບົບຕໍ່ເນື່ອງ, ອັດຕາການສັກຢາປ້ອງກັນພະຍາດສັດຂອງຊາວກະສິກອນກໍຍັງບໍ່ສູງ; ການສະໜອງວັດຖຸດິບໃນການຜະລິດຫົວອາຫານສັດເຊັ່ນ: ໂປເຕອິນ, ແຮ່ທາດ, ວິຕາມິນ, ສານເສີມ ແລະ ປະລິມານ ກວມເອົາຫຼາຍກວ່າ 40% ແມ່ນນຳເຂົ້າຈາກຕ່າງປະເທດ, ສ່ວນຢູ່ພາຍໃນສາມາດສະໜອງໄດ້ ຄື: ສາລີ, ມັນຕົ້ນ, ຮຳ ແລະ ແຮ່ທາດຈຳນວນໜຶ່ງ, ເມື່ອຄ່າເງິນກີບອ່ອນຄ່າ ຈຶ່ງສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດອາຫານສັດສູງຂຶ້ນເທົ່າຕົວ; ຍັງຂາດສາງເກັບຮັກສາວັດຖຸດິບ ເພື່ອປ້ອນໂຮງງງານ ໂດຍສະເພາະແມ່ນໄລຍະທີ່ນອກລະດູເກັບກ່ຽວ ແລະ ການເຂົ້າເຖິງແຫຼ່ງທຶນ ເພື່ອຂະຫຍາຍການຜະລິດ ຂອງຄອບຄົວ ຊາວກະສິກອນ ຍັງມີຈຳກັດ.