ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ມາຮອດຕົ້ນປີ 2016, ທ່ານ ສົມດີ ດວງດີ ໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່, ວັນທີ 28 ເມສາປີ 2016 ທ່ານ ສຸພັນ ແກ້ວມີໄຊ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ມາເຖິງວັນທີ 30/6/2017 ລັດຖະບານໄດ້ປັບປຸງ ແລະ ປ່ຽນດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຜນການ ແລະ ການລົງທຶນ ເລກທີ 374/ນຍ ມາເປັນ ດໍາລັດ ເລກທີ 201/ນຍ. ໃນໄລຍະດັ່ງກ່າວ ກະຊວງແຜນການ ແລະ ການລົງທຶນ ໄດ້ຮັບເອົາການຍົກຍ້າຍກົງຈັກພ້ອມພະນັກງານ ຂອງ ຫ້ອງການເຂດເສດຖະກິດພິເສດ (ຄະນະກຳມະການສົ່ງເສີມຄຸ້ມຄອງເຂດເສດຖະກິດພິເສດໃນເມື່ອກ່ອນ) ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ມາຢູ່ໃນກົງຈັກການຈັດຕັ້ງ ຂອງກະຊວງແຜນການ ແລະ ການລົງທຶນ ແລະ ຍົກຍ້າຍສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດອອກ ເຮັດໃຫ້ກົງຈັກການຈັດຕັ້ງຂອງ ກະຊວງແຜນການ ແລະ ການລົງທຶນ ປະກອບມີ 13 ພາກສ່ວນ (ໃນນັ້ນມີ 1 ສູນສະຖິຕິແຫ່ງຊາດ ຊຶ່ງມີ 4 ກົມກອງຂຶ້ນກັບ). ຄຽງຄູ່ກັນນັ້ນກະຊວງ ຜທ ກໍໄດ້ປັບປຸງບັນດາດໍາລັດ ແລະ ຂໍ້ຕົກລົງວ່າດ້ວຍການເຄື່ອນໄຫວ ຂອງພາກສ່ວນຕ່າງໆພາຍໃນກະຊວງ ໂດຍອີງຕາມດໍາລັດ ເລກທີ 201/ນຍ, ກະຊວງແຜນການ ແລະ ການລົງທຶນ ແມ່ນມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກດ້ານວຽກງານແຜນການ ແລະ ການລົງທຶນ, ຄົ້ນຄວ້າສັງລວມ ກ່ຽວກັບຍຸດທະສາດ, ແຜນແມ່ບົດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກົນໄກ ແລະ ນະໂຍບາຍລວມ ກ່ຽວກັບການຄຸ້ມຄອງເສດຖະກິດ, ເຂດເສດຖະກິດພິເສດ, ວຽກງານສະຖິຕິ, ການລົງທຶນພາຍໃນ, ຕ່າງປະເທດ ແລະ ການຮ່ວມມືເສດຖະກິດກັບຕ່າງປະເທດໃນຂອບເຂດທົ່ວປະເທດ.
ໃນເດືອນຕຸລາ 2019 ທ່ານ ສຸພັນ ແກ້ວມີໄຊ ກຳມະການສູນກາງພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າພັກຜ່ອນຮັບເບ້ຍບຳນານ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັັກຮອງນາຍົກລັດຖະມົນຕີ ໄດ້ຮັບການມອບໝາຍເປັນລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານ ກະຊວງແຜນການ ແລະ ການລົງທຶນ ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 201/ນຍ. ດ້ານກົງຈັກການຈັດຕັ້ງ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ເຮັດໃຫ້ກົງຈັກເພີ່ມຂຶ້ນເປັນ 14 ພາກສ່ວນ. ໃນໄລຍະປີ 2016-2020 ອົງຄະນະພັກກະຊວງ ຜທ ໄດ້ມີຄວາມພະຍາຍາມ ແລະບຸກບືນສູງໃນການປະຕິບັດມະຕິ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຊຶ່ງຢູ່ໃນໄລຍະທີ່ສະພາບພາຍໃນ ແລະ ພາຍນອກມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍປະການ ໂດຍສະເພາະຢູ່ໃນທ່າມກາງການຮັບມືຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ.
ໃນຕົ້ນເດືອນກຸມພາ 2022 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກຮອງນາຍົກ ລັດຖະມົນຕີລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກຍ້າຍໄປປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳເຈນ ວົງໂພສີ ກໍາມະການສູນກາງພັັກລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮັບມອບໝາຍເປັນ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານ ກະຊວງແຜນການ ແລະ ການລົງທຶນ ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 636/ນຍ. ໃນໄລຍະນີ້, ໄດ້ມີການປັບປຸງກົງຈັກການຈັດຕັ້ງເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ຄື: ໄດ້ໂຮມເອົາກົມນິຕິກຳ ເຂົ້າກັບ ຫ້ອງການກະຊວງ, ໂຮມສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ເຂົ້າກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ປ່ຽນຊື່ມາເປັນສະຖາບັນຄົ້ນຄ້ວາວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ປ່ຽນຊື່ກົມບໍລິການສະຖິຕິ ເປັນກົມສະຖິຕິສິ່ງແວດລ້ອມ ແລະຄວາມໝັ້ນຄົງ ຊຶ່ງເຮັດໃຫ້ກົງຈັກຂອງ ກະຊວງ ຜທ ໃນປັດຈຸບັນມີ 12 ພາກສ່ວນ (ໃນນັ້ນມີ 1 ສູນສະຖິຕິແຫ່ງຊາດ ຊຶ່ງມີ 4 ກົມກອງຂຶ້ນກັບ). ອົງຄະນະພັກ ກະຊວງ ຜທ ໄດ້ມີຄວາມພະຍາຍາມ ແລະ ບຸກບືນສູງໃນການປະຕິບັດມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X (2026-2030) ພ້ອມດຽວກັນ ກະຊວງ ຜທ ກໍຢູ່ໃນໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ລວມທັງການເຂົ້າຮ່ວມໃນຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.
ກ່ຽວກັບຜົນສໍາເລັດພົ້ນເດັ່ນດ້ານວຽກງານວິຊາສະເພາະ ຂອງ ກະຊວງແຜນການ ແລະ ການລົງທຶນ:ວຽກງານສະຖິຕິ:ມີຜົນງານອັນທີ່ພົ້ນເດັ່ນແມ່ນໄດ້ມີການຈັດຕັ້ງປະຕິບັດການສໍາຫຼວດໃຫຍ່ທົ່ວປະເທດປະກອບມີ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດທັງໝົດ 4 ຄັ້ງ: (ຄັ້ງທີI (1985), ຄັ້ງທີII (1995), ຄັ້ງທີIII (2005), ຄັ້ງທີIV (2015); ການສຳຫຼວດກະສິກຳທົ່ວປະເທດທັງໝົດ 3 ຄັັ້ງ: ຄັ້ງທີI (1998/1999), ຄັ້ງທີII (2010/2011), ຄັ້ງທີIII (2019/2020) ຊຶ່ງທັງສອງການສໍາຫຼວດໃຫຍ່ດັ່ງກ່າວຈັດຕັ້ງປະຕິບັດໃນທຸກຮອບ 10 ປີ; ສຳຫຼວດເສດຖະກິດທົ່ວປະເທດທັງໝົດ 3 ຄັ້ງ: ຄັ້ງທີI (2006), ຄັ້ງທີII (2012), ຄັ້ງທີIII (2019) ຊຶ່ງຈັດຕັ້ງປະຕິບັດໃນທຸກໆ 5 ປີ. ບັນດາການສຳຫຼວດຕົວແທນລະດັບຊາດທີ່ປະຕິບັດໃນໄລຍະ 5 ປີໃດເທື່ອໜຶ່ງປະກອບມີ: ການສຳຫຼວດການຊົມໃຊ້ແລະໃຊ້ຈ່າຍຂອງຄົວເຮືອນຄັ້ງທີI (1991/1992), ຄັ້ງທີII (1997/1998), ຄັ້ງທີIII (2002/2003); ຄັ້ງທີIV (2007/2008), ຄັ້ງທີV (2012/2013), ຄັ້ງທີVI (2018/2019); ການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີI (2011/2012), ຄັ້ງທີII (2017); ການສໍາຫຼວດແຮງງານໃນຕົວເມືອງ (1994), ການສຳຫຼວດກຳລັງແຮງງານຄັ້ງທີI (2010) ແລະຄັ້ງທີII (2017); ການສ້າງປຶ້ມແຜນທີ່ກ່ຽວກັບເສດຖະກິດ-ສັງຄົມເຫຼັ້ມI (2005) ແລະເຫຼັ້ມII (2015); ສະພາບຄວາມທຸກຍາກດ້ວຍແຜນທີ່ຄັ້ງທີI (2005) ແລະຄັ້ງທີII (2015); ສະພາບຄວາມທຸກຍາກໃນສປປລາວຄັ້ງທີI (2005) ແລະຄັ້ງທີII (2015) ນອກຈາກນັ້ນ,ກໍຍັງມີການສຳຫຼວດຕົວແທນອື່ນໆອີກ. ຜົນການສຳຫຼວດທັງໝົດດັ່ງກ່າວໄດ້ສ້າງເປັນຖານຂໍ້ມູນການສຳຫຼວດໃນລະບົບຄັງຂໍ້ມູນແລະນຳໃຊ້ເຂົ້າໃນການປຸງແຕ່ງ, ວິໄຈກໍຄືການສັງລວມຂໍ້ມູນສະຖິຕິທາງການທີ່ເປັນພື້ນຖານແລະສ້າງລະບົບຖານຂໍ້ມູນສະຖິຕິຕົວຊີ້ບອກດ້ານເສດຖະກິດ-ສະຖິຕິສັງຄົມເປັນຕົ້ນແມ່ນ: ໂຕເລກລວມຍອດຜະລິດຕະພັນພາຍໃນຂອງສປປລາວປະຈຳປີ; ດັດຊະນີລາຄາແລະອັດຕາເງິນເຟີ້ຂອງສປປລາວ; ສະຖິຕິຄວາມທຸກຍາກ, ສະຖິຕິພົນລະເມືອງແລະຕົວຊີ້ບອກອື່ນໆໃນວາລະສານສະຖິຕິປະຈຳປີ, ວາລະສານສະຖິຕິ 40 ປີ. ນອກຈາກນັ້ນ, ຍັງໄດ້ລົງເລິກວິເຄາະແລະສ້າງເປັນບົດລາຍງານເປັນຕົ້ນ: ບົດວິໄຈສະພາບຄວາມທຸກຍາກຈາກການສຳຫຼວດ LECS ໃນທຸກໆ 5 ປີ; ບົດລາຍງານການພັດທະນາມະນຸດຮ່ວມກັບ UNDPເຫຼັ້ມ 1-ເຫຼັ້ມ 3; ປຶ້ມແຜນທີ່ເສດຖະກິດ-ສັງຄົມເຫຼັ້ມ 1-2 ແລະປຶ້ມແຜນທີ່ສະຖິຕິຄວາມທຸກຍາກຂອງສປປລາວ. ລະບົບຂໍ້ມູນສະຖິຕິຖືກສັງລວມແລະເປີດນໍາໃຊ້-ການເຂົ້າເຖິງໃຫ້ແກ່ພາກສ່ວນລັດແລະເອກະຊົນທັງພາຍໃນແລະຕ່າງປະເທດດ້ວຍຫຼາຍຮູບການລວມທັງຜ່ານລະບົບທັນສະໄໝ (Website) ແລະເຊື່ອມໂຍງກັບສະຖິຕິສາກົນ. ອັນທີ່ສຳຄັນທີ່ສຸດຂໍ້ມູນສະຖິຕິໄດ້ນຳໃຊ້ເຂົ້າໃນການສ້າງນະໂຍບາຍປະຊາກອນ, ຍຸດທະສາດການເຕີບໂຕແລະລຶບລ້າງຄວາມທຸກຍາກແຫ່ງຊາດ, ການຕີລາຄາສະພາບແລະຜົນໄດ້ຮັບຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຕ່ 1990-2000ຊຶ່ງແມ່ນໄລຍະແຜນ 5 ປີຄັ້ງທີII, III, IVແລະແຕ່ 2000-2020 ໄລຍະແຜນ 5 ປີຄັ້ງທີV, VI, VII, VIIIລວມທັງຜົນແລະບົດລາຍງານໃນການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາປີ 2015 (MDG) ຂອງສປປລາວຕໍ່ເວທີສາກົນ, ຜະລິດຕົວຊີ້ບອກໃຫ້ບັນດາບົດລາຍງານແບບສະໝັກໃຈເຫຼັ້ມທີIIແລະIIIຂອງເປົ້າໝາຍການພັດທະນາແບບຍືນຍົງແຕ່ລະໄລຍະແຕ່ນີ້ຮອດ 2030, ການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ແຕ່ນີ້ຮອດ 2024, ການຕິດຕາມປະເມີນຜົນແຜນງານແຫ່ງຊາດອື່ນໆ, ພິເສດແມ່ນການສ້າງແລະຕິດຕາມປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIXການເຕີບໂຕຕາມທິດສີຂຽວແລະການພັດທະນາແບບຍືນຍົງ.