ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ການເຕີບໂຕທາງດ້ານເສດຖະກິດ: ເສດຖະກິດຂອງລາວໄດ້ເຕີບໂຕສະເລ່ຍ 6,42% ຕໍ່ປີໃນໄລຍະ 1991-1995 ແລະທ່າອ່ຽງຫຼຸດລົງເລັກນ້ອຍເປັນ 6,17% ຕໍ່ປີໃນໄລຍະ 1996-2000 ເນື່ອງຈາກໄດ້ຮັບຜົນກະທົບຈາກວິກິດການທາງດ້ານການເງິນຢູ່ອາຊີໃນປີ1997.ຫຼັງຈາກນັ້ນເສດຖະກິດມີທ່າອ່ຽງຂະຫຍາຍຕົວໃນຈັງຫວະທີ່ໄວຂຶ້ນຄື: ໂດຍສະເລ່ຍ 6,3% ຕໍ່ປີໃນໄລຍະ 2001-2005, 7,9% ຕໍ່ປີໃນໄລຍະ 2006-2010 ແລະ 7,90% ຕໍ່ປີໃນໄລຍະ 2011-2014 ຊຶ່ງຖືວ່າເປັນໄລຍະທີ່ເສດຖະກິດຂອງປະເທດເຮົາມີຈັງວະຂະຫຍາຍຕົວໄວໃນລະດັບສູງທີ່ສຸດໃນໄລຍະເກືອບ 14 ປີ.  ປັດໄຈຕົ້ນຕໍດັ່ງກ່າວແມ່ນຍ້ອນເສດຖະກິດຂອງລາວໄດ້ມີການເຊື່ອມໂຍງທາງດ້ານເສດຖະກິດເຂົ້າກັບພາກພື້ນແລະສາກົນຫຼາຍຂຶ້ນສາມາດດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາຢ່າງຫຼວງຫຼາຍເປັນຕົ້ນແມ່ນການລົງທຶນ ໃນຂະແໜງບໍ່ແຮ່ແລະໄຟຟ້າຊຶ່ງໄດ້ປະກອບສ່ວນຢ່າງສູງຕໍ່ກັບການຂະຫຍາຍຂອງເສດຖະກິດ. ເຖິງຢ່າງໃດກໍຕາມ, ອັດຕາການຂະຫຍາຍຕົວໄດ້ມີທ່າອ່ຽງຊ້າລົງໃນໄລຍະ 2016-2020 ຈາກລະດັບ 7% ໃນປີ 2016 ເປັນ 6,9% ໃນປີ 2017; 6,3% ໃນປີ 2018; 5,5% ໃນປີ 2019 ແລະ ຄາດວ່າຈະຂະຫຍາຍຕົວ 3,3% ໃນປີ 2020; ສາເຫດຕົ້ນຕໍທີ່ເຮັດໃຫ້ເສດຖະກິດເຕີບໂຕໃນທ່າອ່ຽງຫຼຸດລົງແມ່ນຍ້ອນໄດ້ຮັບຜົນກະທົບຈາກການຜັນແປຂອງເສດຖະກິດໂລກໂດຍສະເພາະເສດຖະກິດຂອງຫຼາຍປະເທດຄູ່ຄ້າຂອງລາວໄດ້ເຕີບໂຕຊ້າລົງ, ສົງຄາມການຄ້າຂອງປະເທດມະຫາອໍານາດ, ຄວາມຂັັດແຍ່ງທາງການເມືອງ-ການທະຫານປະກອບກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດພາຍໃນປະເທດທີ່ສະສົມຜ່ານມາຫຼາຍປີ. ນອກຈາກນັ້ນ, ຍັງໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດທີ່ຮຸນແຮງຂຶ້ນ ແລະການລະບາດພະຍາດ ໂຄວິດ-19  ໃນທ້າຍປີ 2019 ເປັນຕົ້ນມາ.
ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນຂອງສປປລາວໃນຕະຫຼອດໄລຍະຂອງການສ້າງສາແລະພັດທະນາປະເທດຊາດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງສະແດງອອກຄື: GDP ຕໍ່ຫົວຄົນໃນປີ2020 ແມ່ນຢູ່ໃນລະດັບ 2.742 ໂດລາ/ຄົນ/ປີ, ເພີ່ມຂຶ້ນ 2,5 ເທື່ອ,ທຽບກັບປີ 2010 ເພີ່ມຂຶ້ນ 5,4 ເທື່ອ,ທຽບກັບປີ 2005 ແລະເພີ່ມຂຶ້ນ13 ເທື່ອ,ທຽບກັບປີ 1990.ໂຄງປະກອບເສດຖະກິດຂອງປະເທດໄດ້ມີການຫັນປ່ຽນຕາມທິດການຫັນເປັນອຸດສາຫະກຳແລະທັນສະໄໝເທື່ອລະກ້າວ. ອັດຕາສ່ວນຂອງຂະແໜງກະສິກໍາໃນ GDP ຫຼຸດລົງ, ສ່ວນອັດຕາສ່ວນຂອງຂະແໜງບໍລິການແລະອຸດສາຫະກໍາເພີ່ມຂຶ້ນຢ່າງຕໍ່ເນືອງ. ໂຄງປະກອບຂອງຂະແໜງກະສິກໍາ-ປ່າໄມ້ຫຼຸດລົງຈາກ 60,70% ໃນປີ 1990 ເປັນ 52,14% ໃນປີ 2000, 28,80% ໃນປີ 2010 ແລະກວມພຽງ 15,1% ຂອງລວມຍອດຜະລິດຕະພັນພາຍໃນທັງໝົດໃນປີ 2020. ກົງກັນຂ້າມ,ໂຄງປະກອບຂະແໜງອຸດສາຫະກໍາເພີ່ມຂຶ້ນຈາກ 14,40% ໃນປີ 1990 ເປັນ22,72% ໃນປີ 2000 ແລະເປັນ 28,00% ໃນປີ 2010 ແລະຄາດວ່າຈະເປັນ 32,03% ໃນປີ2020, ຂະແໜງບໍລິການເພີ່ມຂຶ້ນຢ່າງໄວຈາກ 24,10% ໃນປີ 1990 ມາເປັນ 37,20% ໃນປີ2010 ແລະເປັນ 37,90% ແລະຄາດວ່າຈະເປັນ 41,7% ໃນປີ 2020.
ສໍາລັບ ວຽກງານການຄົ້ນຄວ້າ ດ້ານນະໂຍບາຍການພັດທະນາເສດຖະກິດ-ສັງຄົມໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ເພື່ອເປັນເສນາທິການໃນການສ້າງຂໍ້ມູນ, ຫຼັກຖານ ແລະ ຄໍາແນະນໍາດ້ານນະໂຍບາຍໃນການສ້າງ ແລະ ຈັດຕັ້ງປະຕິບັດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ຊຶ່ງໄດ້ມີຜົນສໍາເລັດຫຼາຍຢ່າງດັ່ງນີ້:
-    ສໍາເລັດການສ້າງຍຸດທະສາດການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຮອດປີ 2020;
-    ສໍາເລັດຍຸດທະສາດການເຕີບໂຕເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງ ສປປລາວ;
-    ສໍາເລັດແຜນແມ່ບົດການພັດທະນາເສດຖະກິດ 9 ແຂວງພາກເໜືອ;
-    ສໍາເລັດແຜນແມ່ບົດການພັດທະນາເຂດເສດຖະກິດພິເສດສະຫວັນ-ເຊໂນ;
-    ສໍາເລັດແຜນແມ່ບົດການພັດທະນາແຂວງສະຫວັນນະເຂດ-ຄໍາມ່ວນ;
-    ສໍາເລັດບົດລາຍງານວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາຮອດປີ 2025;
-    ສໍາເລັດບົດຄົ້ນຄວ້າຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຮອດປີ 2030;
-    ສໍາເລັດບົດລາຍງານການພັດທະນາມະນຸດເຫຼັ້ມທີ V ໃນຫົວຂໍ້: ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປລາວ;
-    ສໍາເລັດບົດລາຍງານການພັດທະນາມະນຸດເຫຼັ້ມທີ VI  ໃນຫົວຂໍ້: ໄວໜຸ່ມເປັນຜູ້ຂັບເຄື່ອນການພັດທະນາທີ່ຍືນຍົງ;
-    ຄົ້ນຄວ້າສ້າງ ແລະ ຕິດຕາມ ຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 2021-2023;
-    ສ້າງບົດລາຍງານການຕີລາຄາສະພາບເສດຖະກິດມະຫາພາກປະຈໍາປີ ນັບແຕ່ປີ 2010-ປັດຈຸບັນ;
-    ສໍາເລັດໂຄງການຄົ້ນຄວ້າຕິດພັນກັບນະໂຍບາຍການຄຸ້ມຄອງ ແລະ ພັດທະນາເສດຖະກິດ-ສັງຄົມຮ່ວມກັບບັນດາສະຖາບັນ ແລະ ຄູ່ຮ່ວມພັດທະນາຂອງສາກົນ ແລະ ພາກພື້ນຈໍານວນຫຼາຍຫົວຂໍ້;
-    ພ້ອມນັ້ນ, ສໍາເລັດການພັດທະນາຫຼັກສູດ ແລະ ຈັດຝຶກອົບຮົມກ່ຽວກັບວຽກງານຄຸ້ມຄອງເສດຖະກິດ-ແຜນການ ແລະການລົງທຶນ ໃຫ້ພະນັກງານຂະແໜງແຜນການ ແລະການລົງທຶນ ແລະ ຂະແໜງການທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.