ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ການເຕີບໃຫຍ່ຂອງຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ລັດຖະບານໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການຮໍາບາດແຜຈາກສົງຄາມ, ພັດທະນາເສດຖະກິດ-ສັງຄົມ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ສ້າງພື້ນຖານ ແລະ ພັດທະນາເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.ສໍາຄັນທີ່ສຸດແມ່ນສາມາດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ໂດຍນໍາໃຊ້ແຜນການເປັນເຄື່ອງມືໃນການຈັດຕັ້ງຜັນຂະຫຍາຍ ແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢ່າງເປັນລະບົບ ໂດຍການກຳນົດເປົ້າໝາຍ, ຄາດໝາຍສູ້ຊົນ ແລະ ມາດຕະການ ພ້ອມທັງກຳນົດແຜນງານ ແລະ ໂຄງການລະອຽດ ເພື່ອບັນລຸບັນດາເປົ້າໝາຍ ແລະ ຄາດໝາຍຂອງການພັດທະນາໃນແຕ່ລະໄລຍະ. ລະບົບການວາງແຜນໄດ້ແຍກອອກເປັນ 2 ໄລຍະຍຸດທະສາດ ຄື: ໄລຍະກົນໄກແຜນການລວມສູນ (1976-1985) ແລະ ໄລຍະການປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ (1986-ປັດຈຸບັນ).
ໄລຍະກົນໄກແຜນການລວມສູນ: ໃນໄລຍະ 1976-1977 ລັດຖະບານ ໄດ້ນໍາໃຊ້ແຜນການຕາມກົນໄກລວມສູນ ຊຶ່ງເປັນການວາງແຜນແບບກຳນົດທຸກໂຕເລກຄາດໝາຍເຊັ່ນ: ຄາດໝາຍດ້ານການຜະລິດ, ການດຸ່ນດ່ຽງທຶນ,ສະໜອງວັດຖຸເຕັກນິກ, ກໍານົດລາຄາ, ການບໍລິການ ແລະ ແຈກຢາຍຜົນປະໂຫຍດແບບ ສະເລ່ຍໃຫ້ແກ່ສັງຄົມ ຕາມຫຼັກການລວມສູນ, ເປັນການສ້າງແຜນການປະຈໍາປີ ຄັ້ງທໍາອິດຂອງ ສປປ ລາວ ຊຶ່ງມີເປົ້າໝາຍຕົ້ນຕໍແມ່ນຮໍາບາດແຜສົງຄາມ, ປົກປັກຮັກສາປະເທດຊາດ ແລະ ລະບອບໃໝ່ ໃຫ້ໝັ້ນຄົງ ແລະ ຟື້ນຟູພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ທີ່ຖືກທໍາລາຍມ້າງເພຈາກສົງຄາມ ແນໃສ່ບູລະນະ ແລະ ຟື້ນຟູການຜະລິດກະສິກໍາ, ອຸດສາຫະກໍາ, ສ້າງເງື່ອນໄຂໃຫ້ປະຊາຊົນທຳມາຫາກິນ, ຟື້ນຟູໂຮງຈັກໂຮງງານເພື່ອຮັບໃຊ້ການຜະລິດ ແລະ ຟື້ນຟູລະບົບຄົມມະນາຄົມຂົນສົ່ງ ເພື່ອຮັບປະກັນການຈໍລະຈອນສິນຄ້າ ແລະ ການສັນຈອນໄປມາສະດວກສະບາຍ.ແຜນການ 3 ປີ (1978-1980): ເປັນແຜນຟື້ນຟູເສດຖະກິດສັງຄົມ ຫຼັງສົງຄາມ ແລະ ປົວແປງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ ໂດຍໄດ້ເນັ້ນໜັກ ໃສ່ການພັດທະນາເສດຖະກິດເປັນສຳຄັນ ແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນມີທີ່ຢູ່ອາໄສ ແລະ ມີບ່ອນທຳມາຫາກິນເປັນປົກກະຕິ, ຟື້ນຟູເນື້ອທີ່ການຜະລິດກະສິກຳ, ປົວແປງຄືນບາງຕົວເມືອງ ທີ່ຖືກທຳລາຍໃນປາງສົງຄາມ, ຟື້ນຟູໂຮງງານອຸດສາຫະກໍາທີ່ມີຢູ່ໃຫ້ສາມາດເຄື່ອນໄຫວໄດ້.ຜົນງານທີ່ພົ້ນເດັ່ນ ແມ່ນສາມາດຟື້ນຟູນາເຮື້ອ ແລະ ຊ່າວນາໃໝ່; ບັນດາໂຮງງານປຸງແຕ່ງກະສິກຳ ກໍມີການຂະຫຍາຍຕົວ, ໄດ້ເອົາໃຈໃສ່ສ້ອມແປງ ແລະ ບູລະນະພື້ນຖານໂຄງລ່າງຈຳນວນໜຶ່ງທີ່ຖືກທຳລາຍຈາກສົງຄາມຄືນໃໝ່, ໄດ້ເອົາໃຈໃສ່ເປີດກວ້າງ ແລະ ຂະຫຍາຍຕາໜ່າງການສຶກສາ ໃຫ້ນັບມື້ຂະຫຍາຍຕົວ. ມາຮອດປີ 1980 ສາມາດລຶບລ້າງການກືກໜັງສືຂອງປະຊາຊົນໄດ້ 80%, ວຽກງານສາທາລະນະສຸກ ກໍໄດ້ຮັບການປັບປຸງໃນລະດັບດີສົມຄວນສະແດງອອກ ຄື: ທຸກແຂວງ ແລະເມືອງໄດ້ມີໂຮງໝໍ ແລະໜຶ່ງສ່ວນສາມຂອງຈໍານວນບ້ານທັງໝົດໄດ້ມີຖົງຢາປະຈໍາບ້ານ.
ແຜນການ 5 ປີ ຄັ້ງທີ I (1981-1985): ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍການປະຕິວັດ 3 ປະການ (ການປະຕິວັດການພົວພັນການຜະລິດ,ການປະຕິວັດເຕັກນິກວິທະຍາສາດ ແລະ ການປະຕິວັດວັດທະນະທຳ) ເພື່ອແນໃສ່ການຫັນກະສິກຳປ່າໄມ້ ເປັນພື້ນຖານແກ່ການຂະຫຍາຍອຸດສາຫະກຳ. ໃນໄລຍະນີ້ ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ ໄດ້ເພີ່ມຂຶ້ນຈາກ 7.988 ລ້ານກີບ ໃນປີ 1980 ເປັນ 12.023 ລ້ານກີບ ໃນປີ 1985, ສະເລ່ຍແລ້ວແມ່ນຂະຫຍາຍຕົວເພີ່ມຂຶ້ນປະມານ 8,40% ຕໍ່ປີ ລາຍຮັບສະເລ່ຍຕໍ່ຫົວຄົນກໍໄດ້ເພີ່ມຂຶ້ນ ຈາກ 2.500 ກີບ/ຄົນ/ປີ ໃນປີ1980 ເປັນ 3.400 ກີບ/ຄົນ/ປີ ໃນປີ 1985; ດ້ານການກະສິກໍາ ໄດ້ມີການຂະຫຍາຍຕົວເດັ່ນກວ່າໝູ່ແມ່ນການຜະລິດເຂົ້າ ແລະ ພືດສະບຽງອາຫານ; ດ້ານພື້ນຖານໂຄງລ່າງແມ່ນເລັ່ງໃສ່ການກໍ່ສ້າງພື້ນຖານໂຄງລ່າງສຳລັບກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ; ດ້ານການສຶກສາ ກໍມີການພັດທະນາ ແລະ ຂະຫຍາຍຕົວຢ່າງແຂງແຮງ ສິ່ງທີ່ພົ້ນເດັ່ນ ໃນໄລຍະນີ້ແມ່ນການສຶກສານອກລະບົບ ທີ່ເລັ່ງໃສ່ການລຶບລ້າງການກືກໜັງສືຂອງປະຊາຊົນ.
ໄລຍະການປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ (1986-ປັດຈຸບັນ): ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ໄດ້ປະກາດນຳໃຊ້ກົນໄກເສດຖະກິດໃໝ່ ເຂົ້າໃນການພັດທະນາປະເທດ.ສະນັ້ນ ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ປ່ຽນຈາກແຜນການລວມສູນ ມາເປັນແຜນການຕາມກົນໄກເສດຖະກິດຕະຫຼາດ ໂດຍມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ. ການສ້າງແຜນຕາມແນວທາງປ່ຽນແປງໃໝ່ ແມ່ນເປັນແຜນການທີ່ສັງລວມແຜນການ ຈາກຂະແໜງການ ແລະ ທ້ອງຖິ່ນ ເພື່ອກໍານົດຕົວເລກຄາດໝາຍດ້ານມະຫາພາກ ແລະ ຄາດໝາຍດ້ານການຜະລິດທີ່ມີລັກສະນະວິທະຍາສາດ ເຊັ່ນ: ຄາດໝາຍອັດຕາການເຕີບໂຕຂອງເສດຖະກິດ, ອັດຕາເງິນເຟີ້, ຄາດໝາຍດ້ານການເງິນ, ຄາດໝາຍດຸ່ນດ່ຽງການຄ້າ, ດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການສິນຄ້າ ແລະ ການບໍລິການ, ດຸ່ນດ່ຽງທຶນໃນການພັດທະນາ, ຄວາມຕ້ອງການທຶນ ເພື່ອພັດທະນາເຂດແຄ້ວນ, ພັດທະນາເຂດຕົວເມືອງ ແລະ ຊົນນະບົດ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ II (1986-1990): ແມ່ນແຜນການຂະຫຍາຍການຜະລິດ, ກໍ່ສ້າງໂຄງປະກອບເສດຖະກິດໃໝ່ທີ່ກ້າວໜ້າແນໃສ່ຂະຫຍາຍເສດຖະກິດ-ສັງຄົມໃໝ່ຢ່າງຮອບດ້ານ, ໜັກແໜ້ນ; ສ້າງປະຖົມປັດໄຈອັນຈຳເປັນ ເທື່ອລະກ້າວໃຫ້ແກ່ການຫັນເປັນອຸດສາຫະກໍາສັງຄົມນິຍົມໃນໄລຍະຕໍ່ໄປ ແລະ ໄດ້ກຳນົດ 11 ທິດທາງ ເພື່ອເປັນພື້ນຖານໃຫ້້້້້້ແກ່ການຈັດຕັ້ັງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ. ເຖິງວ່າຈະເປັນໄລຍະທຳອິດຂອງການປະຕິຮູບເສດຖະກິດໃໝ່ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ເສດຖະກິດກໍມີທ່າກ້າວໜ້າ ແລະ ການຂະຫຍາຍຕົວຢູ່ໃນລະດັບ 4,40%, ອັດຕາເງິນເຟີ້ໄດ້ຫຼຸດລົງຈາກ 30,30% ໃນປີ 1985 ມາເປັນ 19,60% ໃນປີ 1990. ໃນໄລຍະນີ້ ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ມີການຂະຫຍາຍຕົວ ເພີ່ມຂຶ້ນສະເລ່ຍ 80% ຕໍ່ປີ, ຕົ້ນຕໍແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ອຸດສາຫະກຳຕັດຫຍິບ, ບໍ່ແຮ່ ແລະ ພະລັງງານ ຊຶ່ງແມ່ນຜົນຈາກການໄຫຼເຂົ້າມາຂອງການລົງທຶນຕ່າງປະເທດ. ຂະແໜງກະສິກຳປ່າໄມ້ກໍມີການຂະຫຍາຍຕົວໃນລະດັບສະເລ່ຍ 3,40%, ເນື້ອທີ່ການຜະລິດກະສິກຳໄດ້ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງເດັ່ນກວ່າໝູ່ແມ່ນການຜະລິດສາລີໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ. ໄລຍະນີ້ໄດ້ມີການປະຕິຮູບການຄ້າ ແລະ ອັດຕາພາສີນຳເຂົ້າ ໄດ້ຫຼຸດລົງ ຈາກ 1-200% ເຫຼືອພຽງ 0-70%ຊຶ່ງເປັນການຊຸກຍູ້ໃຫ້ຂະແໜງການຄ້າມີການຂະຫຍາຍຕົວ ໂດຍສະເພາະການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ເພີ່ມຂຶ້ນ ຈາກ 127 ລ້ານໂດລາ ໃນປີ 1989 ເປັນ 200 ລ້ານໂດລາ ໃນປີ 1990. ຜົນສໍາເລັດດັ່ງກ່າວ ສ່ວນໜຶ່ງແມ່ນຍ້ອນມີການຮັບຮອງ ແລະ ການປະກາດໃຊ້ກົດໝາຍສົ່ງເສີມການລົງທຶນໂດຍກົງກັບຕ່າງປະເທດ ສະບັບທຳອິດຂອງປະເທດ ໃນປີ 1989 ຊຶ່ງເປັນສ່ວນໜຶ່ງຂອງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ.