ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III (1991-1995): ແມ່ນໄລຍະສືບຕໍ່ປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ທີ່ໄດ້ກຳນົດໄວ້ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ. ຕົ້ນຕໍກໍແມ່ນສົ່ງເສີມເສດຖະກິດຫຼາຍພາກສ່ວນ ແນໃສ່ຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ຫັນປ່ຽນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດຜະລິດສິນຄ້າຕາມກົນໄກຕະຫຼາດ ທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ, ປັບປຸງພື້ນຖານໂຄງລ່າງ ແລະ ສືບຕໍ່ປັບປຸງມາດຖານການດໍາລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ຂະຫຍາຍການຮ່ວມມືກັບຕ່າງປະເທດ ແລະ ດຶງດູດການລົງທຶນຂອງຕ່າງປະເທດ. ລັດຖະບານໄດ້ກຳນົດ 8 ແຜນງານບຸລິມະສິດແຫ່ງຊາດ ເພື່ອເປັນພື້ນຖານໃຫ້ແກ່ການຂະຫຍາຍການຜະລິດສິນຄ້າ ແລະ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ໃນໄລຍະນີ້,ແມ່ນສາມາດບັນລຸໂຕເລກການເຕີບໂຕເສດຖະກິດໃນລະດັບສະເລ່ຍແມ່ນ 6,42%ຊຶ່ງໂຄງປະກອບກະສິກໍາປ່າໄມ້, ອຸດສາຫະກຳ ແລະ ບໍລິການ ແມ່ນມີການພັດທະນາ ແລະ ໄປຕາມທິດທີ່ກໍານົດໄວ້ຄື: ໂຄງປະກອບກະສິກຳປ່າໄມ້ ຕໍ່ GDP ຫຼຸດລົງ ຈາກ 60,70% ເຫຼືອ 53,66%, ອຸດສາຫະກຳຫັດຖະກຳ ເພີ່ມຂຶ້ນ ຈາກ 14,40% ເປັນ 18,55% ແລະ ບໍລິການເພີ່ມຂຶ້ນຈາກ 24,10% ເປັນ 25,32%, ອັດຕາເງິນເຟີ້ສະເລ່ຍປະມານ 11,15%, ລາຍໄດ້ສະເລ່ຍຕໍ່ຫົວຄົນ ເພີ່ມຈາກ 200 ໂດລາ ໃນປີ 1990 ເປັນ 380 ໂດລາ ໃນປີ 1995. ການລົງທຶນຂອງຕ່າງປະເທດແມ່ນມີທ່ວງທ່າເພີ່ມຂຶ້ນ ຊຶ່ງລວມຍອດການລົງທຶນ ໄລຍະ 5 ປີຫຼາຍກວ່າ 2 ຕື້ໂດລາ ຫຼືເພີ່ມຂຶ້ນ 59%, ດ້ານພື້ນຖານໂຄງລ່າງລັດຖະບານ ກໍໄດ້ສຸມທຶນຮອນໃສ່ປະມານ 562 ຕື້ກີບ ໃນການກໍ່ສ້າງເສັ້ນທາງ ແລະ ຂົວ; ພິເສດແມ່ນສາມາດຍາດແຍ່ງການຊ່ວຍເຫຼືອເຂົ້າໃນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທຳອິດ(ຂົວມິດຕະພາບລາວ-ໄທ), ການພັດທະນາ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມ ໄດ້ເອື້ອອໍານວຍໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 667,90 ໂຕນ ໃນປີ 1990 ເປັນ 1.470,20 ໂຕນ ໃນປີ 1995, ສະເລ່ຍເພີ່ມຂຶ້ນ 44% ຕໍ່ປີ. ໃນປີ 1995 ເມືອງ ຫຼວງພະບາງ ຖືກຮັບຮອງ ເປັນເມືອງມໍລະດົກໂລກ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ໃນໄລຍະ 5 ປີດັ່ງກ່າວ ມີເຖິງ 720.749 ເທື່ອຄົນ ສ້າງລາຍຮັບໄດ້ປະມານ 9 ລ້ານກວ່າໂດລາ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ IV (1996-2000): ໄລຍະນີ້ແມ່ນໄດ້ກໍານົດຈຸດໝາຍໃຫຍ່ ຮອດປີ 2020 ແມ່ນສູ້ຊົນເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ວຍພັດທະນາ, ເສດຖະກິດ-ສັງຄົມ ມີການພັດທະນາ ແລະ ມີການປ່ຽນແປງໃໝ່ດ້ວຍລະດັບແຕກຕ່າງກັບສະພາບປັດຈຸບັນ ໂດຍສຸມໃສ່: ເຮັດໃຫ້ການຜະລິດກະສິກຳ ແລະ ອຸດສາຫະກຳ ມີການຂະຫຍາຍຕົວ ແລະ ມີບາງດ້ານທັນສະໄໝ.ສ້າງໂຄງປະກອບເສດຖະກິດຕາມຂະແໜງການ ແລະ ພັດທະນາເຂດແຄ້ວນໃຫ້ມີຄວາມເຂັ້ມແຂງ ໂດຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາເຂດພູດອຍຫ່າງໄກສອກຫຼີກ ແລະ ການແກ້ໄຂລະດັບການຫຼຸດໂຕນລະຫວ່າງຕົວເມືອງກັບຊົນນະບົດ ໃຫ້ຄ່ອຍໆຫຍັບເຂົ້າໃກ້ກັນເທື່ອລະກ້າວ, ເອົາໃຈໃສ່ໃຈໃສ່ປັບປຸງວຽກງານການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາບົດຮຽນ, ທຶນຮອນ ແລະ ການຊ່ວຍເຫຼືອ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຊຶ່ງໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວດີ,ສະເລ່ຍ 5 ປີ GDP ເພີ່ມຂຶ້ນໃນລະດັບ 6,17% ຕໍ່ປີ ແຕ່ກໍຕໍ່າກວ່າແຜນການວາງໄວ້. ສາເຫດກໍຍ້ອນຜົນກະທົບ ຂອງວິກິດການທາງດ້ານການເງິນອາຊີ ໃນປີ 1997 ເຮັດໃຫ້ປະເທດປະສົບກັບໄພເງິນເຟີ້ ສູງເຖິງ 134% ໃນປີ 1999. ເຖິງຢ່າງໃດກໍຕາມລັດຖະບານ ກໍຄ່ອຍໆດັດປັບ ແລະ ສາມາດນຳເອົາເສດຖະກິດຂອງປະເທດຫຼຸດພົ້ນຈາກວິກິດການດັ່ງກ່າວໄດ້.ໄປພ້ອມກັບການເປີດກ້ວາງ ການຮ່ວມມືກັບພາກພື້ນ ແລະ ສາກົນ ຊຶ່ງສາມາດຍາດແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດນັບມື້ ນັບຫຼາຍຂຶ້ນ ແລະ ອັນພົ້ນເດັ່ນໃນປີ 1997 ສປປ ລາວ ກໍໄດ້ເຂົ້າຮ່ວມເປັນສະມາຊິກສົມບູນ ຂອງປະຊາຄົມອາຊຽນ (ASEAN) ແລະ ໄດ້ເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA) ກໍຄືການເຂົ້າຮ່ວມແຜນງານຫຼຸດຜ່ອນກຳແພງພາສີ (CEPT) ນັບແຕ່ປີ 1998 ເປັນຕົ້ນມາ; ດ້ານກະສິກຳກໍໄດ້ມີການຫັນປ່ຽນໂຄງປະກອບການຜະລິດເຮັດໃຫ້ການພັດທະນາຂະແໜງກະສິກຳໂດຍສະເພາະ ໃນເຂດຊົນນະບົດໄດ້ມີການພັດທະນາທີ່ຫຼາກຫຼາຍ.ດ້ານອຸດສາຫະກຳ ແລະ ຫັດຖະກຳໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານວຽກງານຄົມມະນາຄົມຂົນສົ່ງກໍໄດ້ຮັບການພັດທະນາຢ່າງກວ້າງຂວາງ ໂດຍສະເພາະເສັ້ນທາງຫຼາຍເສັ້ນໄດ້ຮັບການຟື້ນຟູ ແລະ ກໍ່ສ້າງໃໝ່, ໄດ້ຍົກລະດັບການກໍ່ສ້າງລະບົບຄົມມະນາຄົມທາງອາກາດ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ V (2001-2005): ເປົ້າໝາຍລວມຂອງແຜນການ 5 ປີ ໄລຍະນີ້ ແມ່ນຮັບປະກັນໃຫ້ປະເທດສືບຕໍ່ຄວາມສະຫງົບທາງດ້ານສັງຄົມ ແລະ ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ ແລະ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7-7,5% ຕໍ່ປີ, ທັງມີຄວາມໝັ້ນທ່ຽງ, ສະເລ່ຍລາຍຮັບຕໍ່ຫົວຄົນ 700-750 ໂດລາຕໍ່ຄົນຕໍ່ປີ ໂດຍໄດ້ວາງຍຸດທະສາດຄື: ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຍຸດທະສາດການເຕີບໂຕ ແລະ ຫຼຸຜ່ອນຄວາມທຸກຍາກແຫ່ງຊາດ ແລະ ຍຸດທະສາດການພັດທະນາເຂດພາກເໜືອ; ນອກນີ້ຍັງມີນິຕິກຳຕ່າງໆເພື່ອຮັບປະກັນໃຫ້ແກ່ການກຳນົດ ແລະ ສູ້ຊົນບັນລຸການກຳນົດວິໄສທັດ ຮອດປີ 2020 ຂອງລັດຖະບານ ຄືການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ລັດຖະບານຕີລາຄາສູງຕໍ່ຄວາມສຳຄັນຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ເລັ່ງໃສ່ການພັດທະນາໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງທາງດ້ານເສດຖະກິດ ພ້ອມທັງຍາດແຍ່ງເອົາ ການຊ່ວຍເຫຼືອ(ODA) ແລະ ການລົງທຶນ ຂອງຕ່າງປະເທດເຂົ້າໃສ່ຂະແໜງທີ່ເປັນທ່າແຮງຂອງປະເທດເປັນຕົ້ນ: ບໍ່ແຮ່, ໄຟຟ້າເພື່ອພັດທະນາ ສປປ ລາວ ໃຫ້ກາຍເປັນໝໍ້ໄຟຂອງອາຊຽນ. ເຖິງວ່າການພັດທະນາເສດຖະກິດ-ສັງຄົມ ໃນໄລຍະນີ້ຈະປະສົບກັບຫຼາຍບັນຫາຈາກສະພາບການຜັນແປຂອງພາກພື້ນ ແລະ ສາກົນ ແຕ່ພາຍໃຕ້ການນຳພາຢ່າງມີໄຫວພິກຂອງພັກ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ເຮັດໃຫ້ປະເທດເຮົາສາມາດຮັກສາສະຖຽນລະພາບໄວ້ໄດ້ຢ່າງໝັ້ນຄົງ, ຮັກສາໄດ້ລະດັບການຂະຫຍາຍຕົວເສດຖະກິດຢ່າງຕໍ່ເນື່ອງ ໂດຍສະເລ່ຍຂະຫຍາຍຕົວ 6,32% ຕໍ່ປີ, ລາຍໄດ້ຕໍ່ຫົວຄົນ ບັນລຸ 480 ໂດລາ, ອັດຕາເງິນເຟີ້ກໍໄດ້ມີສະຖຽນລະພາບຂຶ້ນເທື່ອລະກ້າວ ແລະ ຫຼຸດລົງຢູ່ໃນລະດັບໜຶ່ງ ໂຕເລກຈາກ 15,46% ໃນປີ2003 ເປັນ 7,17% ໃນປີ 2005. ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ; ດ້ານການພົວພັນການຄ້າກັບຕ່າງປະເທດ ໃນຊຸມປີນີ້ມີການເຕີບໂຕຂຶ້ນ ເນື່ອງຈາກສະພາບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນ. ການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ໄດ້ຮັບການເສີມຂະຫຍາຍ ແລະ ບົດບາດຂອງ ສປປ ລາວ ໃນເວທີສາກົນສູງຂຶ້ນ.ພິເສດໃນປີ 2004 ລາວໄດ້ຮັບກຽດໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 10, ກອງປະຊມຸລັດຖະສະພາອາຊຽນ ແລະ ກອງປະຊຸມສຳຄັນອື່ນໆ.