ໃນວັນທີ 27 ກຸມພານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 55ຂອງສະພາສິດທິມະນຸດ ອົງການສະຫະປະຊາຊາດ (55th Session of the Human Rights Council) ທີ່ ເຊີແນວປະເທດສະວິດ, ພາຍໃຕ້ການເປັນປະທານຂອງທ່ານ ໂອມາ ຊະນີເບີ (Omar Zniber) ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ມາຣົກ ປະຈໍາ ຫ້ອງການ ສປຊ ທີ່ ເຊີແນວ. ໃນພິທີເປີດກອງປະຊຸມສະພາສິດທິມະນຸດ ມີການເຂົ້າຮ່ວມ ແລະ ກ່າວຄໍາເຫັນຂອງປະທານສະມັດຊາໃຫຍ່ ສປຊ, ເລຂາທິການໃຫຍ່ ສປຊ, ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດແລະ ລັດຖະມົນຕີກະຊວງການຕ່າງປະເທດສະວິດ. ໃນກອງປະຊຸມດັ່ງກ່າວ, ການນໍາຂັ້ນສູງຈາກຫຼາຍກວ່າ 100 ປະເທດສະມາຊິກສະພາສິດທິມະນຸດ ແລະ ປະເທດສັງເກດການເຂົ້າຮ່ວມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວຄໍາເຫັນໃນວາລະອະພິປາຍລະດັບສູງ (High-Level Segment) ໂດຍໄດ້ເນັ້ນເຖິງຄວາມກ່ຽວພັນ ແລະ ຜົນກະທົບຊຶ່ງກັນ ແລະ ກັນ ລະຫວ່າງ ສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ. ສັນຕິພາບ ແລະ ການພັດທະນາ ເປັນເງື່ອນໄຂທີ່ຈໍາເປັນໃນການຄໍ້າປະກັນສິດທິມະນຸດ, ຄວາມໝາຍສໍາຄັນຂອງການພັດທະນາຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ໂດຍສະເພາະສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ການຈັດຕັ້ງປະຕິບັດສິດທິມະນຸດ ຈະຕ້ອງຄໍານຶງເຖິງເງື່ອນໄຂ ແລະ ຄວາມເປັນຈິງຂອງແຕ່ລະປະເທດ ແລະ ພາກພື້ນ. ການສົນທະນາ, ການຮ່ວມມື ແລະ ການແລກປ່ຽນຊຶ່ງກັນ ແລະ ກັນ ຈະຊ່ວຍເພີ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ຊຶ່ງເປັນພາລະກິດຮ່ວມກັນຂອງວົງຄະນາຍາດສາກົນ. ທ່ານຮອງນາຍົກລັດຖະມົນຕີ ຍັງເນັ້ນເຖິງຄວາມຈໍາເປັນໃນການຢຶດຖືຕໍ່ຫຼັກການບໍ່ລໍາອຽງ, ພາວະວິໄສ, ບໍ່ເລືອກປະຕິບັດ, ບໍ່ຈຳແນກ, ຫຼີກລ່ຽງມາດຕະຖານສອງໜ້າ ແລະ ບໍ່ມີການເມືອງແຊກຄຸມໃນການພິຈາລະນາ, ການຮ່ວມມື ແລະ ການປະຕິບັດສິດທິມະນຸດ.
ໃນອະດີດ, ສປປ ລາວ ໄດ້ຮັບຜົນກະທົບຈາກສົງຄາມຮຸກຮານ, ປະຊາຊົນລາວບໍ່ມີໂອກາດໃນການພັດທະນາ, ຂາດສິດທິມະນຸດຂັ້ນພື້ນຖານທີ່ເຂົາເຈົ້າຄວນໄດ້ຮັບ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ຮັບເອກະລາດຢ່າງສົມບູນ ໃນປີ 1975, ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ໄດ້ຊົມໃຊ້ສິດໃນການຕັດສິນຊາຕາກຳຂອງຕົນໂດຍຕົນເອງ. ສິ່ງເສດເຫຼືອຈາກສົງຄາມ ໂດຍສະເພາະລະເບີດບໍ່ທັນແຕກ ໄດ້ສືບຕໍ່ເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາປະເທດຊາດ ກໍຄືຕໍ່ສິດທິມະນຸດຂອງປະຊາຊົນລາວ. ລັດຖະບານລາວ ໄດ້ສືບຕໍ່ຄວາມພະຍາຍາມໃນການປະຕິບັດເປົ້າໝາຍພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອນໍາເອົາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ເຮັດໃຫ້ເຂົາເຈົ້າໄດ້ຊົມໃຊ້ຢ່າງເຕັມສ່ວນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສອດຄ່ອງກັບພັນທະ ແລະ ຄໍາໝັ້ນສັນຍາສາກົນດ້ານສິດທິມະນຸດຂອງ ສປປ ລາວ.
ໃນປີ 2024 ສປປ ລາວ ເຮັດໜ້າທີ່ເປັນປະທານອາຊຽນ, ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຮ່ວມກັບ ອົງກອນສິດທິມະນຸດອື່ນໆຂອງອາຊຽນ ພວມສຸມໃສ່ການເຊື່ອມສານສິດທິມະນຸດພາຍໃຕ້ຖະແຫຼງການສິດທິມະນຸດອາຊຽນ ລວມທັງ ສິດທິໃນສັນຕິພາບ ແລະ ສິດທິໃນການພັດທະນາ ເຂົ້າໃນການສ້າງປະຊາຄົມອາຊຽນ.
ທ່ານ ສະເຫຼີມໄຊ ກົມມະສິດ ຍັງຍົກໃຫ້ເຫັນການມີສ່ວນຮ່ວມຂອງ ສປປ ລາວ ຢ່າງຕັ້ງໜ້າ ໃນຄວາມພະຍາຍາມຂອງສາກົນໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ລວມທັງການຮ່ວມມືກັບຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ, ສະພາສິດທິມະນຸດ ສປຊ, ບັນດາກົນໄກ ສປຊ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດ ແລະ ບັນດາຄູ່ຮ່ວມພັດທະນາຈໍານວນໜຶ່ງ.
ໃນໂອກາດເຂົ້າຮ່ວມກອງປະຊຸມສະພາສິດທິມະນຸດຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ວອນເກີ ຕູກ (Volker Türk)ຂ້າຫຼວງໃຫຍ່ ສະຫະປະຊາຊາດ ເພື່ອສິດທິມະນຸດ. ສອງຝ່າຍໄດ້ສົນທະນາ ກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ ແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈນໍາກັນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອດ້ານວິຊາການຂອງຫ້ອງການຂ້າຫຼວງໃຫຍ່ ສປຊ ໃຫ້ແກ່ ສປປ ລາວ ໂດຍສະເພາະການກະກຽມຂອງ ສປປ ລາວ ສໍາລັບການເຂົ້າຮ່ວມການທົບທວນປະຈໍາໄລຍະຮອບວຽນທີ 4 (UPR) ຂອງສະພາສິດທິມະນຸດ ສປຊ ຊຶ່ງຈະມີຂຶ້ນໃນຕົ້ນປີ 2025.
(ຂ່າວ: ກຕທ)