ໂດຍ: ວັນເພັງ
ອີກບໍ່ພໍເທົ່າໃດມື້ກໍແມ່ນວັນແມ່ຍິງສາກົນວັນທີ 8 ເດືອນມີນາ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ປີນີ້ຄົບຮອບ 114 ປີ ເປັນໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນ, ມີປະຫວັດຄວາມເປັນມາ ທັງເປັນເຫດການການເມືອງສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ.
ອີງຕາມເອກະສານຂອງສູນກາງສະຫະພັນແມ່ຍິງລາວ ກ່ຽວກັບປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນໃຫ້ຮູ້ວ່າ: ວັນແມ່ຍິງສາກົນກຳເນີດເກີດຂຶ້ນໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ. ເມື່ອໂຮງຈັກ, ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍ ຕົວ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນກຳມະກອນເພດຍິງ. ຢູ່ພາຍໃຕ້ລະບອບສັກດີນາ ແລະນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ. ນອກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກຖືເປັນຄືສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກທຸບຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ, ໃນເວລາຖືພາ, ເວລາອອກລູກ ຫຼື ເວລາເຈັບ ເປັນບໍ່ໄດ້ຮັບການປິ່ນປົວ ໂດຍທົ່ວໄປແລ້ວແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຈາກສັງຄົມ, ຕໍ່ໜ້າສະພາບການ ແລະ ຄວາມ ທຸກທໍລະມານ. ດັ່ງກ່າວ, ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ໃນວັນທີ 8 ມີນາ 1899, ຊາວກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດອາເມຣິກາ (New York City, in the United States) ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນຖືກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈຳນວນໜຶ່ງ. ໃນວັນທີ 8 ມີນາ 1908, ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ພາຍໃຕ້ຄໍາຂວັນ: ເຂົ້າຈີ່ ແລະ ດອກກຸຫຼາບ, ເຂົ້າຈີ່ ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ. ເດືອນກຸມພາ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນເປັນເທື່ອທຳອິດ. ແມ່ຍິງໃນນິວຢອກ 3.000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນໍ້າໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.
ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍ ທຶນຢູ່ທະວິບເອີຣົບ ແລະ ໃນປີນີ້ເອງກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດດານມາກ (Copenhagen Denmark) ມີຜູ້ແທນ 100 ກວ່າຄົນຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກປີເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ປີຕໍ່ມາ ໃນວັນທີ 19 ມີນາ 1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງ ໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີຣົບເຊັ່ນ: ປະເທດໂອຕິດ, ດານມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນພາສາອັງກິດເອີ້ນວ່າ: International Women's Day ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ເປັນປີທໍາອິດ.