ໂດຍ: ສ.ບຸດປະຊາ
ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເປັນຮູບປະທໍາ ຊຶ່ງແມ່ນພາລະກິດຕົ້ນຕໍໃນການສ້າງພື້ນ ຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາ ເພື່ອນໍາເອົາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ສືບຕໍ່ກ້າວໄປສູ່ຈຸດໝາຍສັງຄົມນິຍົມ. ດັ່ງນັ້ນ, ລັດຖະ ບານ ໄດ້ສ້າງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ຂຶ້ນ.
ນະໂຍບາຍດັ່ງກ່າວ, ໄດ້ກໍານົດແນວທາງນະໂຍບາຍຂອງພາກລັດ ເພື່ອອໍານວຍຄວາມສະດວກ, ຊຸກຍູ້, ສົ່ງເສີມການປູກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ແນໃສ່ສົ່ງເສີມການປູກພືດຂອງ ບຸກຄົນ, ກຸ່ມ, ສະຫະກອນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນການຜະລິດ ກ່ຽວກັບການປູກຝັງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ຮັບປະກັນການສະໜອງຜົນຜະລິດພືດ ແລະ ຜະລິດຕະພັນພືດ ໃຫ້ພຽງພໍ, ປອດໄພ, ມີໂພຊະນາການ, ເປັນສິນຄ້າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າຂອງ ສປປ ລາວ ໃຫ້ນັບມື້ນັບສູງຂຶ້ນ. ພ້ອມນີ້, ຍັງມີຄວາມສໍາຄັນໃນການສ້າງເງື່ອນໄຂໃຫ້ແກ່ຂະແໜງການ ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານການຜະລິດສະບຽງອາຫານ ແລະ ຜະລິດສິນຄ້າກະສິກໍາ ທີ່ໄດ້ກໍານົດໄວ້ໃນທິດທາງແຜນພັດທະນາ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ສໍາເລັດຜົນ. ນອກຈາກນັ້ນ, ຍັງເປັນການກຽມຄວາມພ້ອມຂອງຂະແໜງການ ເພື່ອເຊື່ອມໂຍງກັບການເຂົ້າຮ່ວມໃນເວທີພາກພື້ນ ແລະ ສາກົນ ທີ່ ສປປ ລາວ ເປັນພາຄີ.
ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ແມ່ນລວມເອົາການຕີ ລາຄາສະພາບລວມ ກ່ຽວກັບການປູກພືດ, ການວິເຄາະເຖິງທ່າແຮງ, ບັນຫາ, ກາລະໂອກາດ, ສິ່ງທ້າທາຍ, ເຫດຜົນ, ຄວາມຈໍາເປັນ, ເປົ້າໝາຍ ແລະ ເນື້ອໃນ 8 ຂໍ້ (ນະໂຍບາຍທີ່ດິນ ສຳລັບການປູກພືດ, ນະໂຍບາຍປັດໄຈການຜະລິດ, ນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ, ນະໂຍບາຍດ້ານການສົ່ງອອກພືດ ແລະ ຜະລິດຕະພັນພືດ, ນະໂຍບາຍບຸກຄະລາກອນ ແລະ ຜູ້ອອກແຮງງານ, ນະໂຍບາຍຮັບປະກັນຄວາມສ່ຽງ ຕໍ່ການປູກພືດ, ນະໂຍບາຍສົ່ງເສີມການນໍາໃຊ້ວິທະຍາສາດ, ເຕັກນິກ-ເຕັກໂນໂລຊີທັນສະໄໝ ແລະ ພະລັງງານ, ນະໂຍບາຍດ້ານສິນເຊື່ອ ແລະ ການເຂົ້າເຖິງແຫຼ່ງທຶນ) ເພື່ອສະໜັບສະໜູນ ແລະ ສ້າງສິ່ງເອື້ອອໍານວຍໃຫ້ແກ່ ລະບົບຕ່ອງໂສ້ມູນຄ່າຂອງການຜະລິດພືດ ຂອງ ສປປ ລາວ ນັບຕັ້ງແຕ່ຂັ້ນຕອນການຜະລິດ ໄປຈົນເຖິງການປຸງແຕ່ງ, ຈໍລະຈອນ ແລະ ການຄ້າ. ນອກຈາກນັ້ນ, ຍັງມີການຄາດຄະເນຜົນໄດ້ຮັບ, ກໍານົດມາດຕະການ, ວິທີການຈັດຕັ້ງປະຕິບັດ ແລະ ການຕິດຕາມປະເມີນຜົນ. ນະໂຍບາຍສະບັບນີ້, ຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນໄດ້ກໍຕໍ່ເມື່ອໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ.
ຈຸດປະສົງນະໂຍບາຍນີ້, ກໍານົດຂຶ້ນເພື່ອເປັນແນວທາງຂອງພາກລັດ ໃນການສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ແກ່ການພັດທະນາຂະແໜງການປູກຝັງ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ແນໃສ່ຮັບປະກັນດ້ານສະບຽງອາຫານ, ໂພຊະນາການ ແລະ ເປັນສິນຄ້າພາຍໃນ ແລະ ສົ່ງອອກ ຕາມທິດປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ, ຍືນຍົງ ແລະ ເປັນສິນຄ້າ ຊຶ່ງເລີ່ມແຕ່ນີ້ຮອດປີ 2030 ຜົນປະໂຫຍດທີ່ຈະໄດ້ຮັບທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ເປົ້າໝາຍທາງດ້ານເສດຖະກິດ ແມ່ນສູ້ຊົນການຜະລິດເຂົ້າ ໃຫ້ໄດ້ 4 ລ້ານໂຕນ, ການຜະລິດພືດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ໃຫ້ໄດ້ 10 ລ້ານກວ່າໂຕນ; ໃນນັ້ນ, ພືດສະບຽງ 2,5 ລ້ານກວ່າໂຕນ (ການຜະລິດສາລີຫວານ 190.000 ໂຕນ, ເຜືອກມັນ 250.000 ໂຕນ, ປະເພດໝາກໄມ້ 550.000 ໂຕນ ແລະ ພືດຜັກ 1,60 ລ້ານໂຕນ ແລະ ອື່ນໆ) ແລະ ພືດສິນຄ້າ ໃຫ້ໄດ້ 7,5 ລ້ານກວ່າໂຕນ (ສາລີແຂງ 600.000 ໂຕນ, ກາເຟ 200.000 ໂຕນ, ອ້ອຍ 1,4 ລ້ານໂຕນ, ມັນຕົ້ນ 4 ລ້ານໂຕນ, ຢາສູບ 35.000 ໂຕນ, ໝາກເດືອຍ ສະເລ່ຍ 200.000 ໂຕນ, ໝາກກ້ວຍ ສະເລ່ຍ 800.000 ໂຕນ, ໝາກໂມ 200.000 ໂຕນ ແລະ ອື່ນໆ), ຄາດຄະເນມູນຄ່າການສົ່ງອອກພືດ ແລະ ຜະລິດຕະພັນພືດ ຮອດປີ 2030 ບໍ່ໃຫ້ຫຼຸດ 1,5 ຕື້ໂດລາ.
ຂະນະທີ່, ເປົ້າໝາຍທາງດ້ານສັງຄົມຂອງນະໂຍບາຍນີ້ ແມ່ນຈະມີຜົນປະໂຫຍດທາງດ້ານສັງຄົມ ເປັນຕົ້ນ ສ້າງອາຊີບ, ວຽກເຮັດງານທໍາ ໃຫ້ມີລາຍຮັບ ແລະ ເຮັດໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນ, ຍົກລະດັບສີມືແຮງງານ, ສ້າງຄວາມຊໍານານໃນການຄຸ້ມຄອງ, ບໍລິຫານ ແລະ ບໍລິການກິດຈະການດ້ານການປູກຝັງ, ຫຼຸດຜ່ອນການຫຼັ່ງໄຫຼເຂົ້າມາເຮັດວຽກໃນຕົວເມືອງ ແລະ ປະເທດເພື່ອນບ້ານ ຂອງຊາວຫນຸ່ມ; ສົ່ງຜົນໃຫ້ສັງຄົມມີຄວາມສະຫງົບ, ອຸ່ນອ່ຽນທຸ່ນທ່ຽງ, ປະເທດຊາດມີຄວາມໝັ້ນຄົງ ຈະເລີນສີວິໄລເພີ່ມຂຶ້ນ. ສ່ວນເປົ້າໝາຍດ້ານສິ່ງແວດລ້ອມ ແມ່ນຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມດ້ານສິ່ງແວດລ້ອມ ເປັນຕົ້ນການຊຸກຍູ້ ແລະ ຫັນການຜະລິດເຂົ້າສູ່ລະບົບກະສິກໍາສະອາດ ກະສິກໍາທີ່ດີ (GAP) ແລະ ກະສິກໍາອິນຊີ (OA) ຊຶ່ງຈະນໍາໃຊ້ຝຸ່ນອົງຄະທາດ-ຊີວະພາບ ໃນການປັບປຸງບໍາລຸງດິນເພື່ອປູກພືດ, ການຄຸ້ມຄອງການນໍາເຂົ້າ, ການນໍາໃຊ້ຝຸ່ນເຄມີ, ຢາປາບສັດຕູພືດ ເຂົ້າສູ່ລະບົບ ແລະ ເຕັກນິກເພີ່ມຂຶ້ນ.