ໃນວັນທີ 7 ຕຸລາ ນີ້, ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳຂະບວນຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນຄຸມກຳເນີດສາກົນ (Healthy Walk for World Contraception Day 2023) ຫຼື ວັນວາງແຜນຄອບຄົວໂລກ, ພາຍໃຕ້ຫົວຂໍ້ ພະລັງແຫ່ງທາງເລືອກ ຂຶ້ນຢູ່ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນປະທານກ່າວເປີດຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ບັກທີຢໍ ຄາດີໂຣບ (Dr.Bakhtiyor Karidov) ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ມີບັນດາ ຫົວໜ້າກົມ, ຮອງກົມ, ບັນດາສູນ ອ້ອມຂ້າງກະຊວງສາທາລະນະສຸກ, ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ມີຄວາມພະຍາຍາມ ເພື່ອເຮັດໃຫ້ວຽກງານວາງແຜນຄອບຄົວສາມາດເຂົ້າໄປເຖິງ ໄວໜຸ່ມ-ໄວຈະເລີນພັນ ເພື່ອປັບປຸງສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິ ຂອງພວກເຂົາເຈົ້າ ໂດຍແຕ່ລະປີ ລັດຖະບານ ໄດ້ມີການສົມທົບທຶນ ຮ່ວມກັບ ອົງການ UNFPA ເພື່ອຈັດຊື້ຢາຄຸມກໍາເນີດ ຫຼາຍຊະນິດ ເຊັ່ນ: ຢາຄຸມກໍາເນີດແບບເມັດ, ຢາສັກຄຸມກໍາເນີດ, ຫ່ວງອະນາໄມ, ເຂັມຝັງຄຸມກໍາເນີດ ແລະ ຖົງຢາງອະນາໄມ ເພື່ອມາແຈກຢາຍ ໃຫ້ປະຊາຊົນລາວບັນດາເຜົ່າ ທີ່ຢູ່ໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ກຸ່ມເປົ້າໝາຍ ໄດ້ເຂົ້າໄປໃຊ້ບໍລິການ ໂດຍບໍ່ເສຍຄ່າ, ພ້ອມທັງ ສ້າງຄວາມເຂັ້ມແຂງ ໃຫ້ກັບຕາໜ່າງການບໍລິການວາງແຜນຄອບຄົວ ໃຫ້ລົງໄປຮອດເຂດທ້ອງຖິ່ນຫ່າງໄກສອກຫຼີກ ໃນຂັ້ນສຸກສາລາ ແລະ ຂັ້ນບ້ານ ໂດຍມີອາສາສະໝັກສາທາລະນະສຸກຂັ້ນບ້ານ ເປັນຜູ້ແນະນຳ ກຸ່ມເປົ້າໝາຍ ໃຫ້ໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ພ້ອມນັ້ນ ກໍໄດ້ມີການປະສານສົມທົບກັບຫຼາຍຂະແໜງການ ເພື່ອເປັນການປະສານງານ ແລະ ເຊື່ອມສານເຂົ້າໄປໃນທຸກຂົງເຂດ ເຊັ່ນ: ອົງການຈັດຕັ້ງຂອງສະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ, ສະມາຄົມວາງແຜນຄອບຄົວ ແລະ ກະຊວງອື່ນໆ .
ກະຊວງສາທາລະນະສຸກ. ຈາກການຈັດຕັ້ງປະຕິບັດຄືດັ່ງກ່າວ, ໄດ້ເຮັດໃຫ້ ສຸຂະພາບຂອງຜູ້ເປັນ ແມ່ ແລະ ເດັກໄດ້ມີການພັດທະນາທີ່ດີຂຶ້ນ ເປັນຕົ້ນ ການຖືພາ ມີໄລຍະຫ່າງອອກ ເຮັດໃຫ້ແມ່ ມີສຸຂະພາບດີ ມີເວລາເອົາໃຈໃສ່ໃນການລ້ຽງດູລູກ ໄດ້ຢ່າງເຕັມທີ, 3 ປີໃດ ມີລູກຄົນໜຶ່ງ ຊຶ່ງເຮົາສາມາດເວົ້າໄດ້ວ່າ ການວາງແຜນຄອບຄົວບໍ່ແມ່ນການຢັບຢັ້ງການເກີດ, ແມ່ທຸກຄົນສາມາດເອົາລູກໄດ້ ຕາມໃຈມັກ ຂຶ້ນກັບຄວາມສາມາດໃນການລ້ຽງດູ, ເສດຖະກິດຄອບຄົວ ມີຄວາມພ້ອມ.
ທ່ານ ລັດຖະມົນຕີ ກ່າວອີກວ່າ: ອັດຕາການບໍ່ສາມາດເຂົ້າເຖິງ ການບໍລິການ ການວາງແຜນຄອບຄົວ ທີ່ບໍ່ຖືກຕອບສະໜອງ (Unmet need) ຢູ່ ສປປ ລາວ ຍັງມີເຖິງ 31,1% ຊຶ່ງເຮົາມີຄວາມຈຳເປັນຕ້ອງສູ້ຊົນ ໃຫ້ບັນລຸໄດ້ 12% ໃນປີ 2030 ຕາມຄຳໝັ້ນສັນຍາ ຕໍ່ສາກົນ ໃນການພັດທະນາແບບຍືນຍົງ, ພ້ອມກັນນັ້ນ, ເພື່ອເປັນການຢືນຢັນຄືນ ຕໍ່ຄຳໝັ້ນສັນຍາ ຕໍ່ກັບກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD) ໃນປີ 2019, ລັດຖະບານແຫ່ງ ສປປ ລາວ ຈະໄດ້ເຂົ້າຮ່ວມກອງປະຊຸມດ້ານປະຊາກອນ ໃນຂົງເຂດອາຊີ ແລະ ປາຊີຟິກ ຄັ້ງທີ VII ໃນເດືອນພະຈິກ ປີ 2023 ນີ້ເພື່ອທີ່ຈະຢຸດຕິ ຄວາມຕ້ອງການທີ່ບໍ່ຖືກຕອບສະໜອງ ໃນການວາງແຜນຄອບຄົວ ແລະ ສືບຕໍ່ ສົ່ງເສີມທາງເລືອກ ເພື່ອໃຫ້ແມ່ຍິງ ສາມາດຕັດສິນໃຈ ແລະ ມີຄວາມເອກະລາດ ຕໍ່ຮ່າງກາຍ ແລະ ສຸຂະພາບຂອງເຂົາເຈົ້າ.
ກິດຈະກຳໃນຄັ້ງນີ້ ຍັງໄດ້ໂຄສະນາ ປະຊາສຳພັນ ໃຫ້ກຸ່ມປະຊາກອນ ໄວຈະເລີນພັນ ທັງຍິງ ແລະ ຊາຍ ໃນ ສປປ ລາວ ຕ້ອງເຂົ້າເຖິງການບໍລິການ ວາງແຜນຄອບຄົວ ຢ່າງທົ່ວເຖິງ ເຮັດໃຫ້ສຸຂະພາບແມ່ ແລະ ເດັກ ລວມທັງ ໂພຊະນາການ ໄດ້ຮັບການພັດທະນາດີຂຶ້ນ, ອັດຕາການເຈັບເປັນ ແລະ ການຕາຍ ນັບມື້ ນັບຫຼຸດລົງ ແລະ ອາຍຸຍືນສະເລ່ຍ ກໍນັບມື້ ນັບເພີ່ມຂຶ້ນ.
ຂ່າວ-ພາບ: ຕຸໄລເພັດ