ທະນາຄານພັດທະນາອາຊີ (ADB) ຄາດການວ່າເສດຖະກິດຂອງສປປ ລາວ ຈະຂະຫຍາຍຕົວໃນລະດັບ 4% ໃນປີນີ້ ແລະ ປີໜ້າຊຶ່ງໄດ້ຮັບແຮງຍູ້ຈາກຄວາມຕ້ອງການພາຍນອກທີ່ເຊື່ອມໂຍງກັບການທ່ອງທ່ຽວ ແລະ ການຄ້າ.ແນວໃດກໍຕາມບັນຫາໜີ້ສິນແລະອັດຕາເງິນເຟີ້ທີ່ຍັງຢູ່ລະດັບສູງ ໄດ້ສ້າງແຮງກົດດັນຕໍ່ທ່າອ່ຽງການຂະຫຍາຍຕົວເສດຖະກິດຂອງສປປລາວ.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີຂອງ ADB ສະບັບຫຼ້າສຸດທີ່ເຜີຍແຜ່ເມື່ອວັນທີ 11 ເມສາ 2024 ໄດ້ຄາດຄະເນວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ ຫຼື ຈີດີພີຂອງ ສປປລາວ ຈະເຕີບໂຕໃນລະດັບ4% ໃນປີ 2024 ແລະ ປີ 2025, ໂດຍຄວາມຕ້ອງການຈາກພາຍນອກ ທີ່ຕິດພັນກັບການບໍລິການຈະສະໜັບສະໜູນການເຕີບໂຕໂດຍຄາດວ່າຈະມີນັກທ່ອງທ່ຽວເຂົ້າມາ ສປປລາວເພີ່ມຂຶ້ນ4,2 ລ້ານ ເທື່ອຄົນ ໃນປີ 2024 ຍ້ອນພື້ນຖານໂຄງລ່າງເຊື່ອມຕໍ່ໄດ້ຮັບການປັບປຸງດີຂຶ້ນ; ການລົງທຶນຂອງຕ່າງປະເທດໃນຂະແໜງພະລັງງານທົດແທນ ຈະຊ່ວຍຊຸກຍູ້ການເຕີບໂຕຂອງຂະແໜງອຸດສາຫະກໍາໃນລະດັບປານກາງເຊັ່ນ: ການພັດທະນາໂຄງການພະລັງງານລົມມອນຊູນ ຊຶ່ງຄາດວ່າຈະສໍາເລັດພາຍໃນປີ 2025. ແນວໃດກໍຕາມ, ແຮງກົດດັນຈາກເສດຖະກິດມະຫາພາກ ຈະຍັງສືບຕໍ່ກົດດັນທ່າອ່ຽງການເຕີບໂຕຕໍ່ໄປ.
ທ່ານ ນາງ ໂຊໂນມິ ທະນາກະຫົວໜ້າສຳນັກງານທະນາຄານພັດທະນາອາຊີປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ:“ໃນປີ 2023, ເສດຖະກິດຂອງ ສປປລາວຍັງຟື້ນຕົວໃນລະດັບປານກາງ ໂດຍໄດ້ຮັບແຮງຍູ້ຈາກຂະແໜງການບໍລິການ ໂດຍສະເພາະແມ່ນການທ່ອງທ່ຽວ ແລະ ການຄ້າ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ:“ເຖິງຢ່າງໃດກໍໍຕາມ, ແຮງກົດດັນ ຈາກໜີ້ສິນ ທີ່ບໍ່ໝັ້ນຄົງ ແລະ ອັດຕາເງິນເຟີ້ສູງ ອາດຈະສົ່ງຜົນໃຫ້ການຟື້ນຕົວຂອງເສດຖະກິດໂດຍລວມຂອງປະເທດຊ້າລົງ.”
ຄວາມກົດດັນຂອງອັດຕາເງິນເຟີ້ໃນປະເທດຄາດວ່າຈະຍັງມີຢູ່ ເນື່ອງຈາກທຸລະກິດຕ່າງໆ ໄດ້ເພີ່ມລາຄາເພື່ອໃຫ້ກຸ້ມກັບຕົ້ນທຶນທີ່ເພີ່ມສູງຂຶ້ນ ຍ້ອນການອ່ອນຄ່າຂອງຄ່າເງິນກີບ ແລະ ຄ່າຈ້າງແຮງງານທີ່ເພີ່ມສູງຂຶ້ນ. ລາຄາຜູ້ບໍລິໂພກຄາດວ່າຈະເພີ່ມຂຶ້ນໂດຍສະເລ່ຍຢູ່ໃນລະດັບ20% ໃນປີ 2024 ກ່ອນທີ່ຈະຫຼຸດລົງມາລະດັບປານກາງເຖິງ 7% ໃນປີ 2025. ທັງນີ້ໃນປີ 2022 ລາຄາຜູ້ບໍລິໂພກໄດ້ເພີ່ມຂຶ້ນ 23% ແລະ 31,2% ໃນປີ 2023,ລາຄາອາຫານ, ໂຮງແຮມ, ຮ້ານອາຫານ ໄດ້ເພີ່ມຂຶ້ນໄວກວ່າຄ່າຈ້າງແຮງງານ, ສົ່ງຜົນໃຫ້ກໍາລັງການຊື້ຂອງຄົວເຮືອນຫຼຸດລົງ.
ການຫຼຸດລົງຂອງກໍາລັງຊື້ຂອງພາກຄົວເຮືອນ ໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ທ່າອ່ຽງຂອງເສດຖະກິດຂອງ ສປປ ລາວ, ໂດຍມີນັກຮຽນປະລະການຮຽນເພີ່ມຂຶ້ນ ແລະ ການເຄື່ອນຍ້າຍແຮງງານຫຼາຍຂຶ້ນ ເນື່ອງຈາກມີຜູ້ຄົນເຄື່ອນຍ້າຍເພື່ອຊອກຫາວຽກເຮັດງານທຳຫຼາຍຂຶ້ນ.
ສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນຂອງ ສປປ ລາວ ໂດຍສະເພາະໜີ້ສິນສາທາລະນະທີ່ສູງ, ການອ່ອນຄ່າຂອງເງິນກີບແລະ ອັດຕາເງິນເຟີ້ທີ່ສູງຂຶ້ນ ລ້ວນແຕ່ມີສ່ວນເຮັດໃຫ້ເກີດສິ່ງທ້າທາຍດ້ານອາຫານ ແລະ ໂພຊະນາການຢ່າງຕໍ່ເນື່ອງ. ອັດຕາເງິນເຟີ້ສູງ ແມ່ນມີຄວາມເປັນຫ່ວງເປັນພິເສດ, ສະເລ່ຍໃນລະດັບ39,5% ໃນປີ 2023;ໜຶ່ງໃນເຈັດປະຊາກອນໃນປະເທດ ປະສົບກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໃນປີ 2023, ໂດຍປະຊາກອນຢູ່ເຂດຊົນນະບົດມີທ່າອ່ຽງວ່າ ຈະປະສົບກັບບັນຫາຂາດແຄນອາຫານຫຼາຍກວ່າປະຊາກອນຢູ່ເຂດຕົວເມືອງເຖິງສອງເທົ່າ; ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການເຮັດໃຫ້ເກີດຄ່າໃຊ້ຈ່າຍສູງ, ລວມທັງ ການຂາດສານອາຫານທີ່ສາມາດສົ່ງຜົນຕໍ່ການຮຽນຮູ້ ແລະ ທັກສະຂອງເດັກນ້ອຍຫຼຸດລົງ ຕະຫຼອດຊີວິດຂອງພວກເຂົາເຈົ້າ.
ລັດຖະບານໄດ້ປະຕິບັດມາດຕະການຜ່ອນຄາຍຄວາມຂັດສົນຂອງຄົວເຮືອນ ໂດຍເຮັດວຽກຮ່ວມກັບບັນດາຄູ່ຮ່ວມພັດທະນາເພື່ອເພີ່ມທະວີການຊ່ວຍເຫຼືອສັງຄົມ, ປັບປຸງການບໍລິການດ້ານສາທາລະນະສຸກ, ພ້ອມທັງ ລົງທຶນໃສ່ນ້ໍາສະອາດ ແລະ ສຸຂະພິບານ.
ສຳລັບທິດທາງໃນຕໍ່ໜ້າ, ການພັດທະນາກົນໄກການເງິນແບບຍືນຍົງ ໃນໄລຍະຍາວ ຈະມີຄວາມສຳຄັນຢ່າງຍິ່ງ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານໃນຫຼາຍຮູບແບບ ທ່າມກາງຄວາມບໍ່ໝັ້ນຄົງ ຂອງເສດຖະກິດມະຫາພາກ. ສິ່ງນີ້ກ່ຽວກັບການປະຕິຮູບ ເພື່ອຜ່ານຜ່າສິ່ງທ້າທາຍ ທາງດ້ານເສດຖະກິດ ແລະ ການເງິນ ແລະ ເພີ່ມທະວີການຊ່ວຍເຫຼືອສັງຄົມທີ່ມີຄວາມອ່ອນໄຫວດ້ານໂພຊະນາການ ແລະ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.
ຂ່າວ: ຄ. ຄຳປະສິດ