ໂດຍ: ແສງຈັນ
ຂົວມິດຕະພາບ ລາວ-ໄທ ແຫ່ງທີ1 ໄດ້ນໍາເອົາຜົນປະໂຫຍດສູງມາສູ່ປະຊາຊົນລາວຢ່າງເປັນຮູບປະທໍາ ເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວນະຄອນຫຼວງວຽງຈັນ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.
ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30ປີ ທີ່ຂົວມິດຕະພາບ ແຫ່ງທີ1, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ຊຶ່ງໄດ້ກ່າວວ່າ: ຕະຫຼອດໄລຍະ 30ປີ ພາຍໃຕ້ການສະໜັບສະໜູນງົບປະມານ ຈາກລັດຖະບານອົສຕຣາລີ ການກໍ່ສ້າງຂົວແຫ່ງນີ້ ຊຶ່ງເປັນຂອງຂວັນມອບໃຫ້ປະຊາຊົນ 2ຊາດ ລາວ-ໄທ. ສປປ ລາວ ບໍ່ມີຊາຍແດນຕິດກັບທະເລ, ເພື່ອເປັນການເຊື່ອມໂຍງ-ເຊື່ອມຈອດ ໃນປີ1994ເປັນຈຸດເລີ່ມຕົ້ນໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດຖະບານທາງດ້ານທາງຜ່ານ ຈາກແລ່ນລ໋ອກ ເປັນແລ່ນລິ້ງ ນັ້ນຖືວ່າ ເປັນທາງຜ່ານໃນອະນຸພາກພື້ນ.
ໄລຍະ 30ປີຜ່ານມາ ສປປ ລາວ ແມ່ນໄດ້ຮັບຜົນປະໂຫຍດສູງ ແລະ ເປັນຮູບປະທໍາ ໃນການຊົມໃຊ້ຂົວເປັນທາງຜ່ານ, ປັດຈຸບັນພາຫະນະເຂົ້າ-ອອກໃນແຕ່ລະວັນ 7-8ພັນຄັນ, ຈໍານວນຜູ້ໂດຍສານແຕ່ລະວັນ ເກືອບໝື່ນກວ່າຄົນ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະດວກ-ສະບາຍ, ການຄ້າ-ຂາຍ ນັບມື້ສູງຂຶ້ນ ໂດຍສະເພາະການປະຕິບັດແຜນພັດທະນາຂອງລັດ ແຕ່ລະປີລາຍຮັບຢູ່ຂົວກວມເກືອບ 50% ຂອງລາຍຮັບແຫ່ງຊາດ ໃນຂອບເຂດທົ່ວປະເທດ ຊຶ່ງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ຈໍານວນນັກທ່ອງທ່ຽວນັບມື້ເພີ່ມຂຶ້ນ, ນະຄອນຫຼວງວຽງຈັນ (ນວ) ວາງແຜນຄາດຄະເນວ່າປີນີ້ຈະມີບັນດານັກທ່ອງທ່ຽວເຂົ້າມາທ່ຽວລາວ 5 ລ້ານກວ່າຄົນຂຶ້ນໄປ, ບັນດານັກທ່ອງທ່ຽວຈໍານວນໜຶ່ງອາດຈະໄດ້ຜ່ານຊ່ອງທາງຂົວ ແຫ່ງທີ1 ເຖິງ 60-70% ເຫັນໄດ້ວ່າຈໍານວນຄົນໃຊ້ຂົວເປັນທາງຜ່ານຢ່າງເປັນຮູບປະທໍາ, ນອກຈາກຂົວແຫ່ງທີ 1 ແລ້ວ ຍັງຈະມີຂົວແຫ່ງທີ 5 ທີ່ກໍາລັງຈະກໍ່ສ້າງສໍາເລັດ ຄາດຄະເນວ່າ ຈະນໍາໃຊ້ໃນປີ 2024; ພາຍຫຼັງ ສປປ ລາວ ປະຕິບັດນະໂຍບາຍການປ່ຽນແປງໃໝ່ ຂອງພັກທີ່ມີຫຼັກການໃນຊຸມປີ 80, ຕົ້ນຊຸມປີ90 ສາມາດສູ້ຊົນ ໂດຍການຮ່ວມມື ລະຫວ່າງ ລັດຖະບານລາວ-ລັດຖະບານອົສຕາລີ ແລະ ລັດຖະບານແຫ່ງຣາຊະອານາຈັກໄທ ຈຶ່ງສາມາດເຮັດໃຫ້ການສ້າງຂົວແຫ່ງທີ 1 ສໍາເລັດ ຊຶ່ງເປັນຈຸດເລີ່ມຕົ້ນໃນການເປີດປະຕູສູ່ພາຍນອກ. ສໍາລັບແຜນພັດທະນາເສດຖະກິດ-ສັງຄົມ ຂອງນວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄດ້ກໍານົດວ່າ: ທ່າແຮງທີ່ບົ່ມຊ້ອນ ຂອງນວ ແມ່ນນໍາໃຊ້ 3 ທ່າແຮງ ຄື: ທ່າແຮງທາງລົດໄຟ-ທາງດ່ວນ, ນວ ສົ່ງເສີມໃຫ້ເຂດທີ່ມີເນື້ອທີ່ໜ້ອຍເຮັດກະສິກໍາສະອາດ-ກະສິກໍາຕົວເມືອງ, ບັນດາເຂດເສດຖະກິດພິເສດ-ສະເພາະ, ພາຍໃນ ນວ ມີເຂດເສດຖະກິດພິເສດ 6 ເຂດເສດຖະກິດ ຊຶ່ງເຂດເສດຖະກິດດັ່ງກ່າວ ຈະສ້າງມູນຄ່າເພີ່ມ, ສ້າງໃຫ້ເປັນແຮງງານທີ່ມີວຽກເຮັດງານທໍາ, ການຜະລິດໃນເຂດເສດຖະກິດສ່ວນຫຼາຍຜະລິດເພື່ອສົ່ງອອກ ນີ້ຖືວ່າເປັນທ່າແຮງໃນການຂະຫຍາຍຕົວ.
ສິ່ງທີ່ ນວ ຄວນເອົາໃຈໃສ່ໃນຕໍ່ໜ້າແມ່ນບັນຫາພື້ນຖານໂຄງລ່າງ, ກົນໄກດ້ານລະບຽບ, ຫຼັກການ, ນິຕິກໍາ ເພື່ອອໍານວຍຄວາມສະດວກ ໃຫ້ດ່ານຊາຍແດນເຂົ້າ-ອອກມີຄວາມສະດວກກວ່າເກົ່າ, ປັດຈຸບັນ, ລັດຖະບານໄດ້ມີແຈ້ງການຫາບັນດາຂະແໜງການທີ່ກ່ຽວຂ້ອງຕ່າງໆ ລວມທັງ ນວ ໃນການປັບປຸງຂອດ, ຂັ້ນຕອນຕ່າງໆໃຫ້ມັນກະທັດຮັດ, ສະດວກ ແລະ ຫັນເປັນທັນສະໄໝ. ໃນໂອກາດດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ຮຽກຮ້ອງມາຍັງ ພໍ່, ແມ່, ປະຊາຊົນ ເວົ້າລວມ, ເວົ້າສະເພາະ ປວງຊົນ ນວ ຈົ່ງຮ່ວມແຮງ-ຮ່ວມໃຈກັນ ຊົມໃຊ້ຂົວໃຫ້ເກີດປະໂຫຍດສູງສຸດໃນດ້ານການບໍລິການ ແລະ ເພີ່ມຂີດຄວາມສາມາດເພື່ອໃຫ້ ການໄປ-ມາຫາສູ່ກັນ ນັບມື້ສະດວກ, ສະບາຍຂຶ້ນຕື່ມ ແລະ ຊົມໃຊ້ຢ່າງກວ້າງຂວາງ.