ຂ່າວສານຊີອາໄອລາຍງານເມື່ອວັນທີ 15 ພຶດສະພາ ຜ່ານມາ, ກະຊວງການທ່ອງທ່ຽວ ແລະກິລາໄທໄດ້ເປີດເຜີຍຂໍ້ມູນສະຖິຕິການທ່ອງທ່ຽວຫຼ້າສຸດວ່າ: ແຕ່ວັນທີ 1 ມັງກອນຫາວັນທີ 12 ພຶດສະພາ ຜ່ານມາ, ນັບລວມແລ້ວ, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຈຳນວນ13.157.997 ເທື່ອຄົນ, ມູນຄ່າການບໍລິໂພກຂອງນັກທ່ອງທ່ຽວຕ່າງປະເທດມີປະມານ 631,249 ຕື້ບາດ.
ຂໍ້ມູນຍັງສະແດງໃຫ້ເຫັນວ່າ: 5 ປະເທດທີ່ເຂົ້າມາທ່ຽວໄທຫຼາຍທີ່ສຸດແມ່ນຈີນ, ມາເລເຊຍ, ຣັດເຊຍ, ສ ເກົາຫຼີ ແລະອິນເດຍຕາມລຳດັບ.