“ເຖິງວ່າຄົນຮຸ່ນປູ່ຍ່າຕາຍາຍ ໄດ້ລ່ວງລັບໄປແລ້ວ, ແຕ່ເລື່ອງລາວໃນອະດີດຈະບໍ່ຖືກຫຼົງລືມໄປ, ປະຫວັດສາດຂອງເຜົ່າຮານີ, ປານນ້ຳຝົນໃນລະດູບານໃໝ່ທີ່ຕົກຮໍາໂຮຍ ໃສ່ດວງໃຈຂອງຄົນຮຸ່ນຫຼັງ.” ເພງອໍາມະຕະທີ່ອອນຊອນໄດ້ດັງຂຶ້ນຢູ່ຕາມທົ່ງນາຂັ້ນໄດ. ນາຂັ້ນໄດຮານີເມືອງຢວນຢາງ (Yuanyang) ກິ່ງແຂວງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຫົງເຫີ (Honghe) ໃນລະດູຮ້ອນເຕັມໄປດ້ວຍຄວາມມີຊີວິດຊີວາ. ເມກໝອກໄດ້ປົກຫຸ້ມນາຂັ້ນໄດ, ພູຂຽວ, ນາຂັ້ນໄດ ແລະ ບ້ານປະຊາຊົນ ຂຽວງາມປານຮູບແຕ້ມທີ່ໜ້າອັດສະຈັນ.
ຕະຫຼອດໄລຍະ1.300 ກວ່າປີມານີ້, ຊາວເຜົ່າຮານີ ໄດ້ເປັ່ງນ້ຳເຂົ້າໃສ່ນາຂັ້ນໄດຈາກປ່າໄມ້ຕຶບໜາເທິງຈອມພູ ດ້ວຍລະບົບຄອງນ້ຳທີ່ສັບສົນ ຊຶ່ງໄດ້ສ້າງລະບົບນິເວດກະສິກຳໝູນວຽນ ທີ່ປະກອບດ້ວຍປ່າໄມ້, ບ້ານເຮືອນປະຊາຊົນ, ນາຂັ້ນໄດ ແລະ ລະບົບນ້ຳ. ຊາວບ້ານທ້ອງຖິ່ນ ໄດ້ສືບທອດວັດທະນະທຳ ແລະ ສີມືຂອງຄົນຮຸ່ນກ່ອນ, ຕັ້ງໜ້າຄົ້ນຄວ້າຊ່ອງທາງ ທັງພັດທະນາທັງປົກປັກຮັກສາ, ໄດ້ປັບປຸງຊີວິດການເປັນຢູ່ຂອງຕົນ ດ້ວຍການປົກປັກຮັກສາ ແລະ ນຳໃຊ້ນາຂັ້ນໄດຢ່າງຕໍ່ເນື່ອງ.ໃນລາຍການພາກນີ້, ໃຫ້ພວກເຮົາ ມາຮັບຮູ້ເລື່ອງລາວຂອງ ນາງ ຢາງລີ (Yang Li) ຊາວເຜົ່າຮານີ ເພື່ອຮູ້ຈັກກັບສະພາບການປ່ຽນແປງໃໝ່ຂອງທ້ອງຖິ່ນພາຍຫຼັງທິວທັດວັດທະນະທຳນາຂັ້ນໄດຮານີ ຫົງເຫີ ຖືກຈັດເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ”.
ນາຂັ້ນໄດ ໄດ້ລ້ຽງດູຂ້ອຍມາແຕ່ນ້ອຍ, ນາງ ຢາງລີ ປີນີ້ ອາຍຸ 14 ປີ, ໄດ້ດຳລົງຊີວິດຢູ່ໜ່ວຍສຽວຈ້າຍ ບ້ານສວນຝູຈ່ວງ ຕາແສງຊິນເຈ່ຍ ເມືອງຢວນຢາງ, ບ້ານແຫ່ງນີ້ຕັ້ງຢູ່ເຂດໃຈກາງມໍລະດົກນາຂັ້ນໄດຮານີ, ນາຂັ້ນໄດຫຼາຍສິບຂັ້ນທີ່ສຸດສາຍຕາ ກໍໄດ້ຕັ້ງຢູ່ລຸ່ມບ້ານ.
ເດືອນມິຖຸນາ 2013, ທິວທັດວັດທະນະທຳນາຂັ້ນໄດຮານີ ຫົງເຫີ ຖືກຈັດເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ” ແລະ ເປັນໂຄງການມໍລະດົກ ໂຄງການທຳອິດຂອງຈີນ ທີ່ເນັ້ນໃສ່ຫົວຂໍ້; “ເຮັດໄຮ່ໄຖນາ”. ໃນເວລາ ນາຂັ້ນໄດຮານີ ຖືກຈັດເຂົ້າໃນບັນຊີມໍລະດົກໂລກ, ນາງ ຢາງລີ ມີອາຍຸພຽງ 3 ປີ, ປັດຈຸບັນ, ນາງ ໄດ້ເປັນນັກຮຽນມັດທະຍົມຕົ້ນ ໃນໂຮງຮຽນຊືຢວນເມືອງຢວນຢາງແລ້ວ.
ນາງ ຢາງລີ ກ່າວວ່າ: ພໍ່ມັກເວົ້າວ່າ“ນາຂັ້ນໄດ ເປັນຊີວິດຈິດໃຈຂອງຊາວເຜົ່າຮານີ. ຊາວເຜົ່າຮານີພວກເຮົາ ໄດ້ຜູກສາຍແນນກັບນາຂັ້ນໄດ ມາຕັ້ງແຕ່ເກີດ. ຜູ້ເຖົ້າໃນບ້ານເຄີຍເວົ້າວ່າ: ໃນອະດີດ, ຖ້າຄອບຄົວເຜົ່າຮານີໃດມີລູກຄົນໃໝ່, ຄອບຄົວນັ້ນຈະເປີດນາຂັ້ນໄດໃໝ່ຜືນໜຶ່ງ ຢູ່ບ່ອນທີ່ເໝາະສົມ. ອາດເວົ້າໄດ້ວ່າ: ເດັກນ້ອຍເຜົ່າຮານີ ເຕີບໃຫຍ່ຂຶ້ນມາພ້ອມກັບນາຂັ້ນໄດຜືນໜຶ່ງ.” ນາງ ຢາງລີ ກ່າວຕື່ມວ່າ: ໂດຍຜ່ານການສືບທອດ ແລະ ພັດທະນາມາເປັນເວລາພັນປີ, ຊາວເຜົ່າຮານີ ໄດ້ຂຸດຊ່າວນາຂັ້ນໄດ ຈາກຕີນພູເຖິງຈອມພູ. ໂດຍອີງຕາມທຳນຽມທີ່ເຄີຍປະຕິບັດກັນມາແຕ່ ປູ່ຍ່າຕາຍາຍ, ຄົນທັງຫຼາຍຂຸດຄອງ, ຢຽບຄັນນາ ແລະ ເປັ່ງນ້ຳເຂົ້ານາ… ເຮັດທຸກຂັ້ນຕອນເພື່ອນາຂັ້ນໄດ, ທັງເພິ່ງພາອາໄສນາຂັ້ນໄດ, ທັງປົກປັກຮັກສານາຂັ້ນໄດ.
“ພວກເຮົາປູກເຂົ້າ, ປູກສາລີ, ລ້ຽງປາ, ລ້ຽງເປັດ ຫຼື ຈັບປາດຸກໃນນາຂັ້ນໄດ… ທັງເມື່ອຍທັງມ່ວນ.” ຕອນຫາກໍ່ຍ່າງເປັນ, ພໍ່ແມ່ໄດ້ພານາງ ຢາງລີ ໄປເຮັດນາຢູ່ນາຂັ້ນໄດ. ຕອນເລີ່ມຕົ້ນ, ນາງ ຮູ້ແຕ່ຫຼິ້ນຂີ້ຕົມ ເທົ່ານັ້ນ, ພາຍຫຼັງມາ, ນາງ ກໍໄດ້ເຮັດໄຮ່ເຮັດນາຊ່ວຍພໍ່ແມ່ ໄດ້ແລ້ວ. ນາງ ຢາງລີ ເວົ້າວ່າ: ໃນບ້ານຊາວເຜົ່າຮານີ, ເດັກນ້ອຍທຸກຄົນ ລ້ວນແຕ່ຕ້ອງຜ່ານໄລຍະເຕີບໃຫຍ່ ທີ່ທັງຫຼິ້ນ ທັງຊ່ວຍວຽກໄຮ່ນາໃນນາຂັ້ນໄດ. ໃນນາຂັ້ນໄດ, ຕົ້ນກ້ານ້ອຍສີຂຽວ ຈະກາຍເປັນເມັດເຂົ້າສີຄຳ, ເວລາຜ່ານໄປຫຼາຍປີ, ເດັກນ້ອຍໃນບ້ານກໍເຕີບໃຫຍ່ຂຶ້ນມາແລ້ວ!
ຂ້ອຍເຕີບໃຫຍ່ຂຶ້ນມາ ແລະ ບ້ານຂ້ອຍ ກໍສວຍງາມກວ່າເກົ່າ
“ນາຂັ້ນໄດ ບໍ່ໄດ້ມີການປ່ຽນແປງ, ທົ່ງນາຍັງເປັນນາຜືນເກົ່າ, ແຕ່ຊີວິດການເປັນຢູ່ຂອງຊາວເຜົ່າຮານີ ພັດເກີດມີການປ່ຽນແປງໃໝ່. ຍ້ອນນາຂັ້ນໄດ ຊາວເຜົ່າຮານີ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກ. ໃນນັ້ນ, ການປ່ຽນແປງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດກໍຄື: ບ້ານພວກເຮົາ ສວຍງາມກວ່າເກົ່າ ແລະ ສະອາດກວ່າເກົ່າ.” ນາງ ຢາງລີ ກ່າວວ່າ: ນາງ ເຄີຍຮຽນຢູ່ໂຮງຮຽນປະຖົມສວນຝູຈວງ ທີ່ຢູ່ໃກ້ບ້ານ, ເສັ້ນທາງໄປສູ່ໂຮງຮຽນສາຍນີ້ ນັບມື້ນັບສວຍງາມກວ່າເກົ່າໃນຫຼາຍປີຜ່ານມາ.
ເສັ້ນທາງພາຍໃນບ້ານ ລ້ວນແຕ່ປູດ້ວຍແຜ່ນຫີນ, ທັງງາມ ທັງຮາບພຽງດີ, ເວລາແລ່ນຕາມທາງກໍບໍ່ຢ້ານລົ້ມ, ຢູ່ສອງຂ້າງທາງມີດອກໄມ້ງາມ ແລະ ໄຟເຍືອງທາງທີ່ແຈ້ງສະຫວ່າງ. ຊາວເຜົ່າຮານີ ຍັງໄດ້ຮັກສາເຮືອນຊານແບບດັ້ງເດີມຂອງຕົນ ທີ່ມີຮູບຄ້າຍຄືກັບດອກເຫັດ, ຮ້ານອາຫານ, ຣີສອດ ແລະ ໂຮງແຮມຊາວເຜົ່າຮານີ ກໍໄດ້ “ປົ່ງ” ຂຶ້ນມາປານດອກເຫັດ. ເມື່ອຍ່າງໄປຕາມທາງ, ມີນັກທ່ອງທ່ຽວຫຼາຍຄົນ ໄດ້ຖ່າຍຮູບນາຂັ້ນໄດ ແລະ ອຸທານຕໍ່ທິວທັດທີ່ສວຍງາມ. ເມື່ອເຫັນພວກເຂົາເຈົ້າອຸທານ, ນາງ ຢາງລີ ກໍອຸທານນຳ, ພວກເຂົາເຈົ້າອຸທານນຳທິວທັດທີ່ສວຍສົດງົດງາມຂອງນາຂັ້ນໄດ, ນາງ ຢາງລີ ພັດອຸທານວ່າ: ບ້ານເມືອງທີ່ສວຍງາມຂອງຊາວເຜົ່າຮານີ ກໍໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຫຼາຍຄົນຢາກມາທ່ຽວຊົມ.“ນັກທ່ອງທ່ຽວມັກເຂົ້າແດງຂອງນາຂັ້ນໄດພວກເຮົາຫຼາຍ, ມັກປາ ແລະ ເປັດທີ່ລ້ຽງໃນນາຂັ້ນໄດເຊັ່ນກັນ. ສິນຄ້າຂອງພວກເຮົາ ສາມາດຂາຍໄປຮອດບ່ອນທີ່ໄກແສນໄກ ໂດຍຜ່ານທາງອອນລາຍ. ນັກທ່ອງທ່ຽວຫຼາຍຄົນເວົ້າວ່າ: ພາສາ, ອາຫານການກິນ, ເຄື່ອງນຸ່ງຂອງຖື, ເພງ, ແບບຟ້ອນ ແລະ ມື້ບຸນຂອງຊາວເຜົ່າຮານີພວກເຮົາ ລ້ວນແຕ່ເປັນມໍລະດົກວັດທະນະທຳໂລກ.” ນາງ ຢາງລີ ຮູ້ສຶກພາກພູມໃຈທີ່ສຸດ ທີ່ໄດ້ດຳລົງຊີວິດໃນເຂດພື້ນທີ່ມໍລະດົກວັດທະນະທຳໂລກ.
ຄວາມຝັນຂອງ ນາງ ຢາງລີ ແມ່ນຕັ້ງໃຈຮ່ຳຮຽນ, ຈະເສັງເຂົ້າມະຫາວິທະຍາໄລທີ່ດີ ແລະ ກາຍເປັນຄູ-ອາຈານ ຫຼື ແພດໝໍຜູ້ໜຶ່ງ. ນາງເວົ້າວ່າ: “ເມື່ອຂ້ອຍໄປເບິ່ງໂລກພາຍນອກແລ້ວ, ຂ້ອຍຍັງຈະກັບຄືນບ້ານເກີດເມືອງນອນຂອງຕົນ. ຍ້ອນວ່າ, ນາຂັ້ນໄດ ກໍແມ່ນບ້ານຂອງຂ້ອຍ. ການປ່ຽນແປງອັນໃຫຍ່ຫຼວງໃນຫຼາຍປີຜ່ານມາ ທີ່ເກີດຂຶ້ນຢູ່ບ້ານເກີດ ໄດ້ຝັງໄວ້ໃນດວງໃຈຂອງຂ້ອຍຕະຫຼອດມາ. ມັນນັບມື້ນັບສວຍງາມ, ຊາວເຜົ່າຮານີພວກເຮົາ ໄດ້ສືບທອດ ແລະ ເພິ່ງພາອາໄສມູນເຊື້ອວັດທະນະທຳຂອງຕົນ, ຊີວິດການເປັນຢູ່ຂອງຊາວເຜົ່າຮານີ ກໍຈະນັບມື້ນັບດີຂຶ້ນ.”
“ນາຜືນໃຫຍ່ ເປັນລູກຊາຍດຽວ ຂອງເຜົ່າຮານີ, ນາຜືນໃຫຍ່ ເປັນລູກສາວດຽວ ຂອງເຜົ່າຮານີ; ນາຍຊີໂຕໄດ້ນຳພາປູ່ຍ່າຕາຍາຍ ໄປຂຸດຊ່າວນາ, ສຽງເວົ້າສຽງຫົວດັງຂຶ້ນເຕັມທົ່ງນາຂັ້ນໄດ.” ນາງ ຢາງລີ ເວົ້າວ່າ: ທີ່ເວົ້າມາຂ້າງເທິງນີ້ ແມ່ນເນື້ອເພງຂອງເພງ “ຮານີອາເປຊົງໂປໂປ” ທີ່ເປັນບົດເພງອໍາມະຕະ ທີ່ໄດ້ພັນລະນາເຖິງປະຫວັດການຍົກຍ້າຍຖິ່ນຖານຂອງຊາວເຜົ່າຮານີ ໂດຍມີເນື້ອໃນວ່າ: ຊາວເຜົ່າຮານີມາຈາກໄສ, ຂຸດຊ່າວນາຂັ້ນໄດແນວໃດ ແລະ ສ້າງບ້ານເຜົ່າຮານີຄືແນວໃດ. ໄດ້ບັນທຶກຄວາມເຊື່ອຖືຂອງພວກເຮົາ, ກໍໄດ້ບັນທຶກຊີວິດການເປັນຢູ່ທຸກດ້ານຂອງຊາວເຜົ່າຮານີ. ເຖິງແມ່ນວ່າບໍ່ໄດ້ສືບທອດກັນມາຢ່າງຄົບຖ້ວນກໍຕາມ, ແຕ່ສຽງເພງຂອງປູ່ຍ່າຕາຍາຍ ໄດ້ຝັງໄວ້ໃນໃຈຂອງຕົນແລ້ວ. ຖ້າເດັກນ້ອຍຮານີທຸກຄົນລ້ວນແຕ່ຈື່ຈຳປະຫວັດສາດ ແລະ ວັດທະນະທຳຂອງຕົນ, ກໍຈະມີຊາວເຜົ່າຮານີໄປສືບທອດ ແລະ ຄົ້ນຄວ້າມໍລະດົກຂອງຊາວເຜົ່າຮານີຕະຫຼອດໄປ. ຄັນຊັ້ນ, ນາຂັ້ນໄດຮານີ ທີ່ສວຍງາມຂອງພວກເຮົາ ກໍຈະສາມາດສືບທອດໄດ້ຕະຫຼອດໄປ.
ບົດພາບ: Che Anda, Shen Yajie, Xia Wei, Lihua