ຄະນະສິລະປະກອນກອງທັບແຫ່ງຣາຊະອານາຈັກໄທ ໄດ້ສຳເລັດການສະແດງສິລະປະ-ວັນນະຄະດີແລກປ່ຽນວັດທະທຳກັບສິລະປະກອນກອງທັບປະຊາຊົນລາວໃນວັນທີ 12 ມິຖຸນາຜ່ານມາ ທີ່ໂຮງລະຄອນກອງສິລະປະກອນກອງທັບປະຊາຊົນລາວໂດຍມີທ່ານນາງມໍຣະກົດ ສຣິສະຫວັດດີ ເອກອັກຄະລັດຖະທູດແຫ່ງຣາຊະອາຈັກໄທປະຈຳ ສປປລາວ, ມີທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ,ທ່ານພົນອາກາດເອກ ຊາກອນ ຕະວັນແຈ້ງ ຮອງເສນາທິການທະຫານກອງທັບແຫ່ງຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຊົມຢ່າງຟົດຟື້ນ. 
    ການສະແດງຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທີ 5 ເພື່ອແລກປ່ຽນວັດທະນະທໍາຮີດຄອງປະເພນີອັນດີງາມລະຫວ່າງສອງຊາດ, ສອງກອງທັບທັງເປັນການປຸກລະດົມກຳລັງໃຈໃຫ້ນາຍ ແລະ ພົນທະຫານມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຍັງເປັນການໂຄສະນາເຜີຍແຜ່ມູນເຊື້ອຮີດຄອງປະເພນີວັດທະນະທຳຂອງປະເທດລາວ ເວົ້າລວມ, ເວົ້າສະເພາະມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ແລະ ສ່ອງແສງໃຫ້ເຫັນນໍ້າໃຈຄວາມສາມັກຄີ, ມິດຕະພາບລະຫວ່າງສອງກອງທັບລາວ-ໄທ ໂດຍຜ່ານເນື້ອຮ້ອງທໍານອງເພງ ແລະ ເຕັກນິກການສະແດງ.
    ສຳລັບການສະແດງຂອງຄະນະສິລະປະກອນກອງທັບລາວ-ໄທໃນຄັ້ງນີ້ມີທັງໝົດ 20 ລາຍການຄື: ການສະແດງດົນຕີປະກອບຟ້ອນ, ຮ້ອງເພງຄູ່ຍິງປະກອບຟ້ອນ, ບົດຟ້ອນບັ້ງນ້ຳເຜົ່າກໍ່ໂອມານ, ຮ້ອງເພງຄູ່ຍິງ-ຊາຍ, ລຳຕັ່ງຫວາຍ,ຮ້ອງເພງລວມໝູ່, ບັນເລງດົນຕີລະນາດ-ເປີງມາງ, ຮ້ອງຄູ່ຍິງ-ຊາຍ, ຮ້ອງປະສານຟ້ອນ ແລະ ອື່ນໆ, ຜ່ານການສະແດງເຫັນວ່າແຕ່ລະລາຍການມີຄວາມເປັນເອກະລັກສະເພາະ ແລະ ມີເນື້ອໃນປະກອບແສງສີສຽງ ເຮັດໃຫ້ຜູ້ຮັບຊົມມີຄວາມປະທັບໃຈ ແລະ ມີຄວາມເບີກບານມ່ວນຊື່ນສະແດງເຖິງວິຖີຊີວິດວັດທະນະທຳທີ່ເປັນເອກະລັກຂອງປະຊາຊົນສອງຊາດລາວ-ໄທ ພ້ອມທັງເປັນການຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບລາວ-ໄທ, ໄທ-ລາວໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ໄພນາລິນ