ກອງປະຊຸມ ສຸດຍອດວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທີ II ພາຍໃຕ້ຫົວຂໍ້ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ມີ ທ່ານ ນາງ ເພຍ ເຣເບີໂລ ບຣິດໂຕຫົວໜ້າ ອົງການອຸຍນີເຊັບ ປະຈຳລາວ, ທ່ານ ອານເບີໂຕ້ ໂລດີເກ້ອໍານວຍການພັດທະນາຊັບສິນດ້ານມະນຸດ ປະຈໍາພາກພື້ນອາຊີຕາເວັນອອກ-ປາຊີຟິກ, ມີຫົວໜ້າຫ້ອງການທະນາຄານໂລກ ປະຈຳ ລາວ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດ ປະເທດເພື່ອນມິດ ປະຈຳ ລາວ, ບັນດາເຈົ້າແຂວງ-ຮອງເຈົ້າແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນຢ່າງຍິ່ງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ຊຶ່ງບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພັດທະນາຊັບສິນດ້ານມະນຸດ ໃນໄລຍະຜ່ານມາ ແລະ ຊອກຫາທິດທາງ, ວິທີການ ແລະ ມາດຕະການເພື່ອປັບປຸງໃນຕໍ່ໜ້າ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ. ພ້ອມນີ້,ໄດ້ສຸມໃສ່ວຽກງານໂພຊະນາການ ຊຶ່ງເປັນວຽກງານທີ່ຕິດພັນກັບທຸກພາກສ່ວນໃນສັງຄົມ ແລະ ເປັນວຽກທີ່ທົ່ວໂລກລວມທັງ ສປປ ລາວ ໃຫ້ຄວາມສໍາຄັນ.
ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ຊຶ່ງພວກເຮົາສາມາດຍາດໄດ້ ຜົນສໍາເລັດດີພໍສົມຄວນເປັນຕົ້ນການຫຼຸດຜ່ອນພາວະຂາດໂພຊະນາການ ໃນສອງທົດສະວັດທີ່ຜ່ານມາໂດຍສະເພາະການຫຼຸດຜ່ອນພາວະຂາດໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ ຊຶ່ງໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນຕົ້ນອັດຕາການໃຫ້ນົມແມ່ພຽງຢ່າງດຽວ ໄດ້ເພີ່ມຈາກ 44,9% ໃນປີ 2017 ມາເປັນ 50,6% ໃນປີ 2022 ແລະ ອັດຕາສະພາວະໂພຊະນາການເກີນ (ຕຸ້ຍ) ໄດ້ຫຼຸດລົງຈາກ 3,5% ໃນປີ 2017 ມາ 2,5% ໃນປີ 2022 ອີງໃສ່ຜົນການສໍາຫຼວດ (LSIS III).ເຖິງວ່າພວກເຮົາມີຜົນສໍາເລັດ ແລະ ມີຄວາມຄືບໜ້າຫຼາຍດ້ານກໍຕາມແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນທາງດ້ານເສດຖະກິດ-ການເງິນ, ການພັດທະນາຊັບພະຍາກອນມະນຸດ, ການປົກປັກຮັກສາສິ່ງແວດລ້ອມ, ການກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ຊຶ່ງຈະຕ້ອງໄດ້ໃຊ້ເວລາພໍສົມຄວນ ເພື່ອຟື້ນຟູການພັດທະນາໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍການພັດທະນາຂອງປະເທດ ເວົ້າລວມ, ເວົ້າສະເພາະ ຍັງມີຫຼາຍຄາດໝາຍດ້ານໂພຊະນາການ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ເຊັ່ນ: ເດັກລຸ່ມ 5 ປີ ທີ່ມີຄວາມສູງບໍ່ໄດ້ມາດຕະຖານ ແມ່ນມີຄວາມຄືບໜ້າຊ້າ (ຫຼຸດລົງພຽງແຕ່ 0,2% ຈາກ 33% ໃນປີ 2017 ມາເປັນ 32,8% ໃນປີ 2022), ອັດຕາຂອງນໍ້າໜັກເດັກເກີດໃໝ່ຕໍ່າກວ່າເກນມາດຕະຖານ ແລະ ອັດຕາເດັກຂາດສານອາຫານກະທັນຫັນ (ຈ່ອຍຜອມ) ແມ່ນມີທ່າອ່ຽງເພີ່ມຂຶ້ນເກືອບສອງເທົ່າຕົວຈາກປີ 2011 ທຽບໃສ່ປີ 2023.ນອກນັ້ນ, ພາວະຂາດສານອາຫານຍັງເປັນບັນຫາໃຫຍ່ທີ່ ສປປ ລາວ ກໍາລັງປະເຊີນຢູ່ ໂດຍສະເພາະໃນໄລຍະ 1.000 ວັນທໍາອິດຂອງຊີວິດ (ນັບຕັ້ງແຕ່ມື້ທີ່ແມ່ຍິງຖືພາຈົນເຖິງມື້ທີ່ລູກຂອງລາວອາຍຸໄດ້ 2 ປີ) ຊຶ່ງມັນຮຽກຮ້ອງໃຫ້ມີແຜນການ ແລະ ແຜນງານ ໃນການສຸມໃສ່ຈັດຕັ້ງປະຕິບັດຢ່າງຮີບດ່ວນ ເພື່ອປັບປຸງ ໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ ໃຫ້ມີໝາກຜົນສູງ, ເປັນຮູບປະທໍາຫຼາຍກວ່າເກົ່າ ແລະ ຕັ້ງໜ້າກວ່າເກົ່າ.ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນດໍາເນີນງານແບບຮອບດ້ານ ເພື່ອຮັບມືກັບພາວະຂາດສານອາຫານ ແລະ ພາວະຂາດໂພຊະນາການ ໃນແມ່ຍິງ ແລະ ເດັກນ້ອຍ (ໂດຍສະເພາະ ອັດຕາລວງສູງບໍ່ໄດ້ມາດຕະຖານຂອງເດັກລຸ່ມ 5 ປີ ຫຼື ເດັກເຕ້ຍ) ໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການແຕ່ສູນກາງຮອດທ້ອງຖິ່ນ, ທຸກພາກສ່ວນສັງຄົມຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ຄອບຄົວ.
ທ່ານນາຍົກ ລັດຖະມົນຕີ ຍັງໄດ້ເນັ້ນມາດຕະການທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຢ່າງແຂງແຮງ ແລະ ຕັ້ງໜ້າເພື່ອປັປປຸງໂພຊະນາການຂອງ ແມ່ຍິງ ແລະ ເດັກນ້ອຍ:1) ສືບຕໍ່ກຳນົດບຸລິມະສິດ ແລະ ເຊື່ອມສານວຽກງານໂພຊະນາການເຂົ້າເປັນໜຶ່ງໃນບຸລິມະສິດຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມເຂົ້າຮ່ວມ ແລະ ປະກອບສ່ວນຢ່າງເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາມາດຕະການຫຼຸດຜ່ອນພາວະຂາດໂພຊະນາການໃຫ້ມີຜົນສໍາເລັດ; 2) ສືບຕໍ່ຈັດຕັ້ງປະຕິບັດແຜນການງານໜຶ່ງດຽວດ້ານໂພຊະການ ໂດຍການມີສ່ວນຮ່ວມຈາກຫຼາຍຂະແໜງການເຊັ່ນ: ຂະແໜງການສາທາລະນະສຸກ, ສຶກສາ, ກະສິກຳ, ນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າເຖິງການບໍລິການດ້ານໂພຊະນາການທີ່ຈຳເປັນ ແລະ ມີຜົນໄດ້ຮັບສູງ; 3) ສືບຕໍ່ປະຕິຮູບ ແລະ ປັບປຸງນະໂຍບາຍ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນງານຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະຕ້ານການນໍາພາ, ການປະສານງານຢ່າງສອດຄ່ອງກົມກຽວ ແລະ ການຍົກລະດັບຄວາມອາດສາມາດໃນການຄຸ້ມຄອງບໍລິຫານແຜນງານຢ່າງມີປະສິດທິພາບ ມີປະສິດທິຜົນສູງ ແລະ ຄວາມຍືນຍົງ.
(ຂ່າວ-ພາບ: ວັນເພັງ)