ອົງການແນວລາວສ້າງຊາດເມືອງແບງ ແຂວງອຸດົມໄຊ ຮ່ວມກັບທີມງານຂອງ ພະອາຈານ ບຸນເລີດ ໄຊຍະວົງ ມາຈາກວັດສົບສີວິໄລ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍທີມງານໄດ້ນຳເອົາເຄື່ອງນຸ່ງຊຸດນັກຮຽນ ແລະ ອຸປະກອນການຮຽນ-ການສອນ ມອບໃຫ້ ຄູ-ອາຈານ ແລະ ນັກຮຽນ ໂຮງຮຽນປະຖົມສົມບູນສະຫວ່າງ, ໂຮງຮຽນປະຖົມນາໂຮມສົມບູນນາໂຮມ ແລະ ໂຮງຮຽນປະຖົມສົມບູນນໍ້າໂລງ ເມືອງແບງ ແຂວງອຸດົມໄຊ ໃນວັນທີ 9 ຕຸລາ ຜ່ານມາ. ໂດຍມີ ທ່ານ ສົມສີ ບໍລິວັນ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງແບງ, ມີອົງການພຸດທະສາສະໜາສໍາພັນລາວ ປະຈໍາເມືອງແບງ, ພ້ອມດ້ວຍອົງການປົກຄອງບ້ານນາໂຮມ ຕະຫຼອດຮອດຄູ-ອາຈານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ ທັງ 3 ໂຮງຮຽນ ເຂົ້າຮ່ວມ.
ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຊຸດນັກຮຽນ ຈໍານວນ 455 ຊຸດ, ອຸປະກອນການຮຽນ 455 ຊຸດ, ຊຸດກິລາ 61 ຊຸດ ແລະ ອຸປະກອນ ຄອມພິວເຕີ - ປິນເຕີ 4 ຊຸດ ລວມມູນຄ່າ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບ) ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມການຮຽນ-ການສອນ ກໍຄືການພັດທະນາການສຶກສາຢູ່ເຂດຊົນນະບົດ ໃຫ້ມີຄຸນນະພາບທີ່ດີຂຶ້ນເທື່ອລະກ້າວ. ໃນໂອກາດດຽວກັນນີ້, ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໆແບງ ໃຫ້ກັບທີມງານດັ່ງກ່າວ ຈຳນວນ 7 ໃບ ເປັນກຽດມອບໂດຍທ່ານ ສົມສີ ບໍລິວັນ ປະທານແນວລາວສ້າງຊາດເມືອງແບງ.
ທ່ານ ສົມສີ ບໍລິວັນ ໄດ້ມີຄຳເຫັນຕໍ່ພິທີວ່າ: ສະແດງຄວາມຂອບໃຈຕໍ່ທີມງານທີ່ມີຄວາມເປັນຫ່ວງເປັນໃຍ ຕໍ່ລູກຫຼານກໍຄືການສຶກສາຢູ່ເຂດຊົນນະບົດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຄູ-ອາຈານ ແລະ ນັກຮຽນທີ່ໄດ້ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຄຸ້ມຄອງ ແລະ ນຳໃຊ້ເຄື່ອງໃຫ້ເກີດປະປະໂຫຍດສູງສຸດ.
ຂ່າວ-ພາບ: ນາງ ແຫຼ້ ປອນມະນີ