ທ່ານ ຄໍາແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີII ໃນວັນທີ10 ກໍລະກົດນີ້ວ່າ: ການແກ້ໄຂບັນຫາແຮງງານໃນປີ 2024 ພວກເຮົາໄດ້ປະສານສົມທົບກັບບໍລິສັດຈັດຫາງານບໍລິສັດສຸດໃຈ, ບໍລິສັດໄອຈອບ, ບໍລິສັດສະຫວັນ,ບໍລິສັດສົ່ງເສີມແຮງງານລາວ ແລະບໍລິສັດສອນປະສັກລົງຮັບສະໝັກງານຢູ່ 5 ເມືອງຄື:ເມືອງສັງທອງ,ເມືອງນາຊາຍທອງ, ເມືອງປາກງື່ມ,ເມືອງໄຊທານີແລະເມືອງຫາດຊາຍຟອງມີຜູ້ລົງທະບຽນສະໝັກງານຈຳນວນ 1.780 ຄົນຍິງ 769ຄົນ,ໄດ້ເຂົ້າສຳພາດ 1.523 ຄົນ,ຍິງ 681ຄົນແລະໄດ້ຖືກຄັດເລືອກ 633 ຄົນຍິງ 257ຄົນ, ການລົງທະບຽນແຮງງານໄປຕ່າງປະເທດແມ່ນມີແຮງງານຈຳນວນຫຼວງຫຼາຍທີ່ຕ້ອງການໄປເຮັດວຽກຍ້ອນຄ່າຕອບແທນ (ເງິນເດືອນສູງ) ແຕ່ກົງກັນຂ້າມລົງທະບຽນເຮັດວຽກຢູ່ພາຍໃນບໍ່ມີແຮງງານມາລົງທະບຽນ.
ການພັດທະນາສີມືແຮງງານ ພະແນກແຮງງານແລະສະຫວັດດີການສັງຄົມນະຄອນຫຼວງວຽງຈັນມີສູນພັດທະນາສີມືແຮງງານນວ ຂຶ້ນກັບເປັນບ່ອນຮອງຮັບການພັດທະນາສີມືແຮງງານໃຫ້ຊາວໜຸ່ມໄວໜຸ່ມໃນນວ,ປັດຈຸບັນມີນັກຮຽນ294ຄົນຍິງ214ຄົນ,ທົດສອບສີມືແຮງງານ 42 ຍິງ 24 ຄົນຢູ່ໃນ 7 ສາຂາອາຊີບ,ພວກເຮົາໄດ້ເກັບກຳຊາວໜຸ່ມໄວໜຸ່ມຜູ້ໄດ້ຮັບການຝຶກອົບຮົມໃນການພັດທະນາສີມືແຮງງານຢູ່ສະຖານທີ່ເຮັດວຽກມີຈຳນວນ 3.190ຄົນ ຍິງ 1.668ຄົນ.ນອກຈາກນັ້ນ ຍັງໄດ້ອອກແຈ້ງການສະບັບເລກທີ 1520/ຮສສນວລົງວັນທີ 28 ສິງຫາ 2023 ລົງຫາຫົວໜ່ວຍແຮງງານເພື່ອໃຫ້ຫົວໜ່ວຍແຮງງານສ້າງແຜນຄວາມຕ້ອງການແຮງງານ   3 ເດືອນ 6 ເດືອນ,1 ປີສົ່ງໃຫ້ພວກເຮົາເພື່ອສົ່ງຕໍ່ໃຫ້ສູນພັດທະນາສີມືແຮງງານຈັດຝຶກວິຊາຊີບຕາມແຜນຄວາມຕ້ອງການແຮງງານ.
ການແກ້ໄຂບັນຫາວຽກເຮັດງານທຳໃນປັດຈຸບັນນວ,ມີຄວາມຕ້ອງການແຮງງານ(ຕຳແໜ່ງງານວ່າງ) ມີຈຳນວນ 6.257ຕຳແໜ່ງ,ພະແນກແຮງງານໄດ້ສົມເກັບກຳສະຖິຕິຜູ້ວ່າງງານໃນນວ ໃນທ້າຍເດືອນ 6 ປີ2024 ມີຜູ້ວ່າງງານຈຳນວນ 223ຄົນຍິງ 87ຄົນ, ໃນຈຳນວນຜູ້ວ່າງງານດັ່ງກ່າວບໍ່ຕ້ອງການເຮັດວຽກຈຳນວນ  102ຄົນ ຍິງ 31ຄົນ, ພົວພັນສິ່ງເສບຕິດ 16ຄົນ.  ວິທີການແກ້ໄຂ,ໃນປັດຈຸບັນບໍລິສັດໂຮຢ້າມີຄວາມຕ້ອງການແຮງງານດ່ວນຈຳນວນ 1.479 ຕຳແໜ່ງແລະບໍລິສັດທາງລົດໄຟລາວ-ຈີນມີຄວາມຕ້ອງການແຮງງານຈຳນວນ 125ຕຳແໜງ ຊຶ່ງພວກເຮົາເຮັດແຈ້ງການຕຳແໜ່ງງານວ່າງດັ່ງກ່າວລົງຫາຈຸດບໍລິການຈັດຫາງງານ 9 ຕົວເມືອງເພື່ອໃຫ້ຈຸດບໍລິການຈັດຫາງານແຈ້ງລົງຫາບ້ານແລະໜ່ວຍ 10 ຫຼັງຄາເຮືອນ,ນອກຈາກນັ້ນພວກເຮົາຈະໄດ້ໂທຫາຜູ້ວ່າງງານຕາມສະຖິຕິຜູ້ວ່າງງານທີ່ເຮົາໄດ້ເກັບກຳໃຫ້ເຂົາເຈົ້າໄປເຮັດວຽກນຳ 2 ບໍລິສັດທີ່ຕ້ອງການພະນັກງານ.
ການສະກັດກັ້ນບໍ່ໃຫ້ແຮງງານໄປເຮັດວຽກແບບຜິດກົດໜາຍ,ອີງໃສ່ນະໂຍບາຍຂອງກະຊວງແຮງງານແລະສະຫວັດດີການສັງຄົມ,ມີການສົ່ງເສີມໃຫ້ແຮງງານລາວໄປຝຶກອົບຮົມ (ໄປເຮັດວຽກ) ຕາມລະດູການຢູ່ປະເທດສເກົາຫຼີ ເປັນທາງເລືອກໜຶ່ງໃນການດຶງດູດແຮງງລາວໄປເຮັດວຽກແບບຜິດກົດໝາຍຢູ່ປະເທດເພື່ອນບ້ານກັບຄືນປະເທດໃນປັດຈຸບັນມີແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍໃນປີ2023 ມີຈຳນວນ8.732ຄົນ, ປະເທດຍີ່ປຸ່ນ 337ຄົນ,ປະເທດໄທ 7.259 ຄົນ, ປະເທດ ສ ເກົາຫຼີ 1.136ຄົນ,ຈຸດດີສາມາດນຳເອົາປະສົບປະການໃນການເຮັດວຽກ ເຊັ່ນ: ຄວາມຮູ້,ຄວາມອົດທົນໃນການເຮັດວຽກແລະນຳເອົາເງິນຕາເຂົ້າມາປະກອບສ່ວນພັດທະນາປະເທດ.
ຂ່າວ-ພາບ:ແສງຈັນ