ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ) ຂຶ້ນໃນວັນທີ 9 ກໍລະກົດຜ່ານມາທີ່ ສນຊ ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ປະທານ ສນຊ,ມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການປຶກສາຫາລື ແນະນໍາການກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ)ຊຶ່ງທ່ານປະທານ ສນຊ ໄດ້ແຈ້ງໃຫ້ແຕ່ລະພາກສ່ວນຮັບຊາບກ່ຽວກັບເນື້ອໃນຈິດໃຈ, ໂຄງຮ່າງບົດສະຫຼຸບ ແລະ ແຜນວຽກຂອງຄະນະຮັບຜິດຊອບກະກຽມຂຽນໃຫ້ສໍາເລັດພາຍໃນປີ 2024 ນີ້.
ຂ່າວ-ພາບ: ສຸວັນລີ