ໂດຍ: ວັນເພັງ
    ໃນໂອກາດທີ່ຜູ້ຂຽນໄດ້ເດີນທາງໄປເຄື່ອນໄຫວເກັບກໍາຂ່າວງານສັບປະດາພາບ ແລະ ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປຈີນ ເມື່ອບໍ່ດົນມານີ້ ຊຶ່ງນໍາພາທີມງານສື່ມວນຊົນ ສປປ ລາວ ໂດຍທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ. ໂອກາດດັ່ງກ່າວທີມງານສື່ມວນຊົນ ສປປ ລາວ, ສື່ມວນຊົນຈາກບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ໄປທ່ຽວຊົມ, ທັດສະນະຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ແລະ ມີຊື່ສຽງຂອງແຂວງຢຸນນານ ເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ປະທັບໃຈຂອງຫຼາຍທ່ານກໍຄືຜູ້ຂຽນຢ່າງບໍ່ມີວັນລືມໄດ້.
ສຳລັບຜູ້ຂຽນຈື່ໄດ້ຄັ້ງທຳອິດທີ່ໄດ້ໄປແຂວງຢຸນນານ ສປຈີນ ແມ່ນໃນປີ 2018, ຄັ້ງທີ 2 ປີ 2024 ນີ້ ຖືວ່າເປັນໂອກາດດີອີກວາລະໜຶ່ງ ເຮັດໃຫ້ຕົນເອງໄດ້ຮຽນຮູ້ເຖິງປະສົບການ, ບົດຮຽນ ແລະ ຄວາມຮັກແພງສາມັກຄີຊຶ່ງກັນ ແລະ ກັນ. ດັ່ງຄຳເວົ້າທີ່ວ່າ: ຄົນບໍ່ອອກຈາກບ້ານບໍ່ເຫັນດ່່ານແດນໄກ ຄົນບໍ່ໄປຊອກຫາຮຽນບໍ່ຮ່ອນມີຄວາມຮູ້.ສິ່ງທີ່ປະທັບໃຈທີ່ສຸດຄືໄດ້ເຫັນຄວາມປ່ຽນແປງຂອງແຂວງຢຸນນານຢ່າງປະຈັກຕາມີຫຼາຍສິ່ງຫຼາຍຢ່າງໄດ້ຮັບການພັດທະນາ ໂດຍສະເພາະຄວາມສະອາດງາມຕາຂອງຖະໜົນຫົນທາງ, ການພັດທະນາດ້ານພື້ນຖານໂຄງລ່າງ ເປັນຕົ້ນການຂະຫຍາຍຕົວດ້ານເສດຖະກິດ, ຕຶກອາຄານ, ສະຖານທີ່, ບໍລິສັດຫ້າງຮ້ານ ແລະ ອື່ນໆມີໃບໜ້າໃໝ່, ມີການພັດທະນາຢ່າງວ່ອງໄວ. ພາຍຫຼັງສຳເລັດພິທີເປີດງານດັ່ງກ່າວ, ທີມງານສື່ມວນຊົນບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ໄປທ່ອງທ່ຽວ, ທັດສະນະ, ຢ້ຽມຢາມສະຖານທີ່ສຳຄັນມີຊື່ສຽງຕ່າງໆທັງຕົວເມືອງ ແລະ ນອກເມືອງ, ທ່ຽວຊົມວິຖີການດຳລົງຊີວິດທ້ອງຖິ່ນຂອງປະຊາຊົນ, ສຳຜັດອາຫານຈີນ, ດື່ມນໍ້າຊາຈີນ ແຂວງຢຸນນານຊຶ່ງເປັນວັດທະນະທຳທີ່ງົດງາມ ໂດຍສະເພາະໄດ້ໄປທ່ຽວຊົມໝູ່ບ້ານມາຟາງ (Mafang) ຊຶ່ງເປັນໝູ່ບ້ານທີ່ມີຊື່ສຽງຂອງເມືອງເສິງຈ່ຽງ (ChengJiang)ແຂວງຢຸນນານ ສປຈີນ ທີ່ຫ່າງຈາກນະຄອນຄຸນໝິງໄປປະມານ 70ກິໂລແມັດ, ເມືອງດັ່ງກ່າວມີທີ່ຕັ້ງຢູ່ຝັ່ງທະເລຟູຊ້ຽນເບື້ອງຕາເວັນຕົກ ເຂດພູພຽງຢຸນລິງ.ການໄປທ່ຽວບ້ານແຫ່ງນີ້ໄດ້ສຳຜັດ, ຮັບຮູ້ເຖິງຮູບແບບການເຊື່ອມໂຍງດ້ານກະສິກຳ, ວັດທະນະທຳ ແລະ ການທ່ອງທ່ຽວຂອງທ້ອງຖິ່ນທີ່ສວຍງາມ ຊຶ່ງໃນປີ 2019 ໝູ່ບ້ານມາຟາງໄດ້ຮັບລາງວັນເປັນໝູ່ບ້ານທີ່ສວຍງາມຂອງແຂວງຢຸນນານ, ໃນປີ 2021 ໄດ້ຖືກຮັບຮອງເປັນໜຶ່ງບ້ານໜຶ່ງຜະລິດຕະພັນຂອງໝູ່ບ້ານສາທິດຜະລິດຕະພັນຂອງ ສປຈີນ, ໃນປີ 2023 ໄດ້ປະກາດເປັນໝູ່ບ້ານລະດັບ 5 ດາວທີ່ສວຍງາມຂອງນະຄອນຢູ້ສີ່ (Yuxi) ສປຈີນ. ພ້ອມນັ້ນ, ໝູ່ບ້ານມາຟາງ ຍັງເປັນບ້ານແບບຢ່າງແຫ່ງການພັດທະນາແບບຍືນຍົງຕື່ມອີກ. ບ້ານແຫ່ງນີ້, ຍັງເຮັດໃຫ້ຜູ້ໄປທ່ຽວສໍາຜັດໄດ້ເຖິງຄວາມເປັນລະບຽບຮຽບຮ້ອຍ, ຄວາມງຽບສະຫງົບ, ຄວາມສະອາດງາມຕາ. ພ້ອມນັ້ນ, ຍັງເປັນບ້ານທີ່ມີອາກາດຊຸມເຢັນ, ມີລົມພັດໜາວເຢັນຕະຫຼອດປີ, ມີທີວທັດທຳມະຊາດທີ່ສວຍງາມເຫັນແລ້ວປະທັບໃຈ. ໃນນັ້ນ, ສະຖານທີ່ທ່ອງທ່ຽວຫາດຊາຍ Fuhaiwan (ຟູໄຮຫວັນ)ກໍເປັນໜຶ່ງສະຖານທີທ່ອງທ່ຽວທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເຂົ້າໄປທ່ຽວເປັນຈຳນວນຫຼາຍ ຫາດຊາຍ Fuhaiwanຕັ້ງຢູ່ທິດເໜືອຂອງທະເລສາບ Fuxian (ຟູສ່ຽນ) ຂອງເມືອງເສິງຈ່ຽງ ສປຈີນ ຊຶ່ງມີເນື້ອທີ່ເບື້ອງຕາເວັນອອກຫາຕາເວັນຕົກຍາວປະມານ 2.600 ແມັດ. ໃນນັ້ນ, ມີເນື້ອທີ່ຂອງສວນສາທາລະນະໃນເຂດທະເລດັ່ງກ່າວປະມານ 85 ເຮັກຕາ ຊຶ່ງສະຖານທີ່ແຫ່ງນີ້ເໝາະແກ່ການໄປທ່ອງທ່ຽວພັກຜ່ອນຢ່ອນອາລົມ, ຊົມທີວທັດທໍາມະຊາດແຄມທະເລໃນຍາມຕາເວັນໃກ້ຕົກດິນ, ຖ່າຍຮູບພາບງາມໆຈາກແຄມທະເລ, ຊົມສວນດອກໄມ້ນາໆຊະນິດ ແລະ ອື່ນໆເຮັດໃຫ້ປະທັບໃຈຕໍ່ຜູ້ໄປທ່ຽວເປັນຢ່າງດີ.
ເຖິງຢ່າງໃດກໍຕາມຄວາມສວຍງາມ, ຄວາມປະທັບໃຈຂອງແຂວງຢຸນນານບໍ່ອາດພັນລະນານັບໄດ້ໝົດ ເຮັດໃຫ້ຜູ້ຂຽນປະທັບໃຈບໍ່ອາດລືມໄດ້ ເມື່ອມີໂອກາດກໍຢາກກັບໄປສຳຜັດອີກຄັ້ງ.