ໂດຍ:ຕະວິນຍານ
ໃນລະດູຝົນຂອງທຸກໆປີ,ນະຄອນຫຼວງວຽງຈັນບາງຈຸດ,ບາງເຂດເກີດມີນໍ້າຖ້ວມຂັງຍ້ອນຫຼາຍປັດໄຈເປັນຕົ້ນຕົວເມືອງແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ການປຸກສ້າງອາຄານ ການຖົມດິນມີລັກສະນະເພີ່ມຂຶ້ນ ໂດຍບໍ່ມີການຄິດໄລ່,ລະບົບຄ່ອງລະບາຍນໍ້າ ແລະ ມີການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ບຸນຍະວັດ ນິລະໄຊຍ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມ, ບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ,ການແກ້ໄຂບັນຫານໍ້າຖ້ວມຂັງໃນໄລຍະຜ່ານມາ ແລະ ແຜນການແກ້ໄຂນໍ້າຖ້ວມໃນອະນາຄົດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຄັ້ງວັນທີ 8-12 ກໍລະກົດ 2024 ວ່າ:ເນື້ອທີ່ຂອງ ນະຄອນຫຼວງວຽງຈັນ ມີ 3.920 ກິໂລຕາແມັດ, ມີຄວາມຍາວຂອງ ເສັ້ນທາງ 2.747 ກມ, ເຂດເທດສະບານ ມີ 1.928 ກມ, ໂດຍສະເລ່ຍ,ມີຮ່ອງນໍ້າສາຍຫຼັກ ທັງໝົດ 52 ຮ່ອງ, ກໍ່ສ້າງສໍາເລັດ 27 ຮ່ອງ, ມີບຶງ ແລະ ໜອງ 13 ແຫ່ງ.ພື້ນທີ່ຂອງຕົວເມືອງນະຄອນຫຼວງວຽງຈັນ ມີຈຸດພິເສດພື້ນທີ່ສະເພາະແມ່ນມີຄວາມຮາບພຽງ ແລະ ມີຄວາມເນີນໂດຍສະເລ່ຍປະມານ 2% ໃນເວລາຝົນຕົກແຮງ ນໍ້າບໍ່ສາມາດລະບາຍໄດ້ໄວເທົ່າທີ່ຄວນ;ໄລຍະປີ 1990 ຜັງຕົວເມືອງນະຄອນຫຼວງວຽງຈັນ ມີລະບົບ ຫ້ວຍ,ໜອງ,ຄອງ, ບຶງ ທໍາມະຊາດເປັນຈໍານວນຫຼາຍຈຸດ ຊຶ່ງສາມາດຮອງຮັບປະລິມານນໍ້າຝົນໄດ້;ໄລຍະປີ 2000 ຜົນກະທົບຈາກການຂະຫຍາຍຕົວເມືອງຕໍ່ພື້ນທີ່ຮັບນໍ້າຖືກບຸກລຸກ ເຮັດໃຫ້ຫ້ວຍ,ໜອງ,ຄອງ, ບຶງ ທໍາມະຊາດເປັນຈໍານວນຫຼາຍຈຸດ ຖືກຖົມປ່ຽນເປັນທີ່ພັກອາໄສ ແລະ ກິດຈະການຕ່າງໆ ແລະ ມີການປ່ຽນແປງດິນຟ້າອາກາດ ເຮັດໃຫ້ປະລິມານນໍ້າຝົນເພີ່ມຂຶ້ນທຸກປີໆ ພວກເຮົາສັງເກດເຫັນໄດ້ປະລິມານນໍ້າຝົນ ແຕ່ 1990 ຫາ 2008 ຕໍ່າກວ່າ 500 ມິນລີແມັດ ຕໍ່ປີ, ແຕ່ປີ 2008 ຫາ 2020 ຫຼາຍກວ່າ 1500 ມິນລີແມັດ ຕໍ່ປີ.
ຕໍ່ກັບບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ ແມ່ນມີ 2 ຮູບແບບ ຄື: ນໍ້າຖ້ວມແບບລົ້ນຕາຝັ່ງ ແລະ ນໍ້າຖ້ວມຂັງໃນຕົວເມືອງ.ນໍ້າຖ້ວມແບບລົ້ນຕາຝັ່ງ ຕາມການເກັບກຳສະຖິຕິຈາກ ກົມອຸຕຸນິຍົມ ທີ່ວັດແທກລະດັບນ້ຳຈາກທ່າເຮືອຫຼັກ 4 ໄດ້ສະແດງໃຫ້ເຫັນ ການເກີດນ້ຳຖ້ວມໃນລັກສະນະນີ້ ເກີດຂຶ້ນຢູ່ ນະຄອນຫຼວງວຽງຈັນ 2 ຄັ້ງ, ຄັ້ງທີ 1 ນໍ້າຖ້ວມໃນປີ 1966 ລະດັບນ້ຳສູງສຸດ 170,75 ແມັດ ແລະ ຄັ້ງທີ 2 ໃນປີ 2008 ລະດັບນໍ້າສູງສຸດ 171,71 ແມັດ.
ສໍາລັບນໍ້າຖ້ວມຂັງໃນຕົວເມືອງ ແມ່ນຍ້ອນເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ ຈໍານວນ 6 ເສັ້ນ ແມ່ນນໍາໃຊ້ຫຼາຍກວ່າ 20 ປີ ລະບົບລະບາຍນໍ້າບໍ່ໄດ້ອະນາໄມຢ່າງເປັນລະບົບ, ຮ່ອງລະບາຍນໍ້າທີ່ມີຢູ່ແລ້ວ ເກີດມີການອຸດຕັນ,ນໍ້າໄຫຼບໍ່ສະດວກ ແລະ ຕື້ນເຂີນ, ການກໍ່ສ້າງອາຄານຕາມເສັ້ນທາງເພີ່ມຂຶ້ນຫຼາຍ ແລະ ລະບາຍນໍ້າລົງສູ່ຮ່ອງລະບາຍນໍ້າຂ້າງທາງ ທັງໆທີ່ການອອກແບບເມື່ອກ່ອນ ແມ່ນຄິດໄລ່ແຕ່ຮ່ອງຮັບນໍ້າຝົນຈາກໜ້າທາງ. ບາງຮ່ອງໃນເມື່ອກ່ອນເປັນຮ່ອງເປີດແຕ່ປັດຈຸບັນປະຊາຊົນວາງທໍ່ປິດ.ຮ່ອງນ້ຳທຳມະຊາດຈຳນວນໜຶ່ງ ຍັງບໍ່ໄດ້ຮັບການປັບປຸງ ແລະ ກໍ່ສ້າງເປັນລະບົບ, ມີການບຸກລຸກຂອງປະຊາຊົນກວມເອົາເຂດສະຫງວນຮ່ອງລະບາຍນໍ້າ,ມີການຖົມດິນຊະຊາຍຕັນແລວນໍ້າໄຫຼ ແລະ ມີການຖົມບຶງ-ໜອງ ທີ່ເປັນບ່ອນພັກນໍ້າຢູ່ໃນຕົວເມືອງເປັນຕົ້ນ: ໜອງຈັນ, ໜອງບອນ, ໜອງທາ, ບຶງທາດຫຼວງ ແລະ ມີການຫັນປ່ຽນດິນກະສິກຳມາເປັນດິນປຸກສ້າງເພີ່ມຂຶ້ນ.ມີການເທເບຕົງປິດຮ່ອງລະບາຍນໍ້າ ແລະ ວາງທໍ່ນໍ້າ ເພື່ອນໍາໃຊ້ເປັນທີ່ຢູ່ອາໄສ, ບ່ອນຈອດລົດ ບໍ່ສາມາດລົງໄປອະນາໄມໄດ້.ບາງພື້ນທີ່ ທີ່ນໍ້າຖ້ວມຂັງບໍ່ມີຮ່ອງລະບາຍນໍ້າ ແລະ ບໍ່ເຊື່ອມຈອດກັນ, ການວາງທໍ່ລະບາຍນໍ້າຂອງປະຊາຊົນມີຂະໜາດທໍ່ແຕກຕ່າງກັນ ໂດຍບໍ່ສາມາດລະບາຍນໍ້າແບບໂລ່ງລ່ຽນໄດ້, ບາງເສັ້ນທາງທໍ່ນໍ້າບໍ່ເຊື່ອມຈອດກັນ,ມີບ່ອນຕໍ່າ-ບ່ອນສູງ ແລະ ຂະໜາດບໍ່ເທົ່າກັນ;ທໍ່ລະບາຍນໍ້າຂ້າງທາງມີຂະໜາດນ້ອຍ ບໍ່ສາມາດຮອງຮັບປະລິມານນ້ຳຝົນໃນເວລາຝົນຕົກໜັກ,ຂຸມພັກນໍ້າ ແມ່ນມີໄລຍະຫ່າງໄກກັນ, ບາງຈຸດຖືກທັບຖົມດ້ວຍຕະກອນ ແລະ ສິ່ງເສດເຫຼືອຕ່າງໆ.
ທ່ານ ບຸນຍະວັດ ນິລະໄຊຍກ່າວຕື່ມວ່າ: ສໍາລັບ ການແກ້ໄຂນໍ້າຖ້ວມຂັງໄລຍະຜ່ານມາ.ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ເຫັນດີຮ່ວມມືກັບຫຼາຍປະເທດ ເພື່ອສຶກສາຄວາມເປັນໄປໄດ້ໃນການແກ້ໄຂບັນຫານໍ້າຖ້ວມໃນຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ອົງການໄຈກາ, ອົງການກອຍກາ ແລະ ມີບາງກຸ່ມບໍລິສັດຈາກຕ່າງປະເທດ ມາສໍາຫຼວດ ແລະ ໃຫ້ການຊ່ວຍເຫຼືອ.ສົມທົບກັບ ຫ້ອງການ ຍທຂ ເມືອງ ແລະ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຈັດຕັ້ງປະຕິບັດວຽກອະນາໄມລວງຮ່ອງນ້ຳແຄມທາງ,ຮ່ອງນໍ້າສາຍຫຼັກ ແລະ ສຳຮອງ ຄື: ເມືອງຈັນທະບູລີ: ໄດ້ອະນາໄມຮ່ອງແຄມທາງ ຈໍານວນ 3 ເສັ້ນ ຄື: ຖະໜົນແຫ່ງບຸນ, ຖະໜົນ ຂ້າງສະໜາມກິລາເຈົ້າອານຸວົງ, ຮ່ອງນ້ຳດ້ານຫຼັງຫໍພິພິທະພັນແຫ່ງຊາດ.ເມືອງສີໂຄດຕະບອງ: ໄດ້ອະນາໄມຮ່ອງນໍ້າແຄມທາງຖະໜົນສຸພານຸວົງ ແຕ່ສາມແຍກສີໄຄ ຫາ ສວນເຈົ້າຟ້າງຸ່ມ ໄດ້ທັງໝົດ 1.800 ແມັດ ລວມສອງຂ້າງເປັນ 3.600 ແມັດ ແລະ ໄດ້ອະນາໄມ ຮ່ອງລະບາຍນໍ້າແຄມທາງ ໂດຍສົມທົບກັບປະຊາຊົນ ບ້ານດົງໂພສີ - ຖະໜົນ 13 ເໜືອ, ບ້ານວຽງສະຫວັນ - ບ້ານສີບຸນເຮືອງ ທົ່ງ, ບ້ານສີບຸນເຮືອງທົ່ງ - ຮ່ອງນໍ້າຕະຫຼາດສີໄຄ, ບ້ານໜອງດ້ວງທົ່ງ - ສວນສີໂຄດ; ເມືອງໄຊທານີ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມທາງ 450 ປີ ຮ່ວມກັບການຈັດຕັ້ງບ້ານສະພັງເມີກ ແລະ ທະຫານເມືອງອະນາໄມທໍ່ຈຸດໄຟແດງ 450 ປີ ຖະໜົນໄກສອນ, ຖະໜົນດົງໂດກ-ສີເກີດຈຸດທີ່ນໍ້າຖ້ວມຂັງ ຫຼັງສວນວັດທະນະທຳລ້ານຊ້າງ - ລົງຫ້ວຍຍາງ; ເມືອງໄຊເສດຖາ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມ ໂດຍສົມທົບກັບປະຊາຊົນ ທາງໄຟແດງທາດຫຼວງ, ຮ່ອມ 8 ບ້ານ ວຽງຈະເລີນ,ຈົກຮ່ອງນໍ້າແຄມທາງບ້ານໂຊກໃຫຍ່; ເມືອງຫາດຊາຍຟອງ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມທາງ ບ້ານໜອງໄຮ່ ເຂດໜ້າເດີ່ນເຕະບານລ້ານຊ້າງ ແລະ ຮ່ອງນ້ຳຖະໜົນທ່າເດື່ອ ເຂດບ້ານສົມສະນຸກ. ເມືອງສີສັດຕະນາກ: ໄດ້ຈົກລວງຮ່ອງນໍ້າ ແຕ່ບ້ານໂພນປ່າເປົ້າ ຫາ ໂຮງໝໍກະເສມລາດ. ສໍາເລັດການຂຽນບົດສະເໜີໂຄງການອະນາໄມຮ່ອງລະບາຍນໍ້າປະຈໍາປີ 2025 ທັງໝົດ 15 ໂຄງການເປັນມູນຄ່າ 44.464.344.290 ກີບ ຊຶ່ງປະກອບມີເມືອງໄຊເສດຖາ 3 ຮ່ອງ, ເມືອງສີໂຄດຕະບອງ 4 ຮ່ອງ, ເມືອງຈັນທະບູລີ 3 ຮ່ອງ, ເມືອງສັງທອງ 1 ຮ່ອງ, ເມືອງຫາດຊາຍຟອງ 3 ຮ່ອງແລະ ເມືອງສີສັດຕະນາກ 1 ຮ່ອງ.
ສໍາລັບແຜນການແກ້ໄຂນໍ້າຖ້ວມໃນອະນາຄົດ ພະແນກ ຍທຂ ນະຄອນຫຼວງວຽງຈັນຈະສືບຕໍ່ອະນາໄມຈົກ-ລວງຮ່ອງນໍ້າສາຍຫຼັກ ແລະ ສາຍສໍາຮອງ.ອະນາໄມຂີ້ດິນ, ຂີ້ເຫຍື້ອ, ເສດອາຫານອອກຈາກຂຸມພັກນໍ້າຂ້າງທາງ ໃຫ້ເປັນປະຈໍາ.ເສີມຂຸມລະບາຍນໍ້າແຄມທາງ ເພື່ອໃຫ້ນໍ້າໄຫຼລົງທໍ່ລະບາຍໄດ້ໄວຂຶ້ນ.ອອກແຈ້ງການໃຫ້ປະຊາຊົນ, ອຳນາດການປົກຄອງບ້ານມີສ່ວນຮ່ວມໃນຄຸ້ມຄອງ ແລະ ອະນາໄມຮ່ອງລະບາຍນ້ຳແຄມທາງເປັນປະຈຳ, ຫ້າມຖິ້ມຂີ້ເຫຍື້ອສິ່ງເສດເຫຼືອຊະຊາຍ.ສ້າງແຜນອະນາໄມຮ່ອງນໍ້າໃຫ້ທັນກ່ອນລະດູຝົນ, ຂຶ້ນແຜນງົບປະມານ ແລະ ຊອກຫາແຫຼ່ງທຶນເພື່ອຂະຫຍາຍຄວາມກວ້າງຮ່ອງນໍ້າໃຫ້ໃຫຍ່ຂຶ້ນຕາມການສຶກສາໃນເບື້ອງຕົ້ນ ແລະ ມີແຜນໄລຍະຍາວຮອງຮັບແກ້ໄຂບັນຫານໍ້າຖ້ວມຂັງ.