ຊື່ ແລະ ນາມສະກຸນ: ໂຕ່ ເລິ່ມ
* ວັນເດືອນປີເກີດ: 10/7/1957
* ບ້ານເກີດ:ບ້ານເງ້ຍຈຸເມືອງວັນຊ່າງແຂວງຮຶ່ງອ່ຽນ
* ຊົນເຜົ່າ: ກິ່ງ
* ສາສະໜາ: ບໍ່ມີ
* ວັນເດືອນປີເຂົ້າພັກສຳຮອງ: 22/8/1981; ວັນເດືອນປີເຂົ້າພັກສົມບູນ:22/8/1982
* ລະດັບການສຶກສາ
    + ລະດັບສາມັນສຶກສາ: 10/10
    + ລະດັບວິຊາສະເພາະ: ປະລິນຍາຕີ ສາຂາສັນຕິບານ
    + ນາມມະຍົດ: ສາດສະດາຈານ ປະລິນຍາເອກວິຊາກົດໝາຍ 
    + ລະດັບທິດສະດີການເມືອງ: ຂັ້ນສູງ
+ ພາສາຕ່າງປະເທດ: ພາສາອັງກິດ 
* ກຳມະການສູນກາງພັກສະໄໝທີ XI, XII, XIII
* ກຳມະການກົມການເມືອງສະໄໝທີXII, XIII
* ຜູ້ແທນສະພາແຫ່ງຊາດຊຸດທີ XIV, XV

ສະຫຼຸບຫຍໍ້ປະຫວັດການເຮັດວຽກຂອງສະຫາຍ ໂຕ່ ເລິ່ມ
-1974 - 1979: ນັກສຶກສາມະຫາວິທະຍາໄລສັນຕິບານປະຊາຊົນ (ປັດຈຸບັນແມ່ນ ວິທະຍາຄານ ສັນຕິບານ ປະຊາຊົນ)
* 1979 - 1988: ພະນັກງານ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ
* 1988 - 1990: ຮອງຫົວໜ້າພະແນກ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ
* 1990 - 1993: ຫົວໜ້າພະແນກ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ
* 1993 - 1997: ຮອງຫົວໜ້າກົມ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ
* 1997 - 2006: ຫົວໜ້າກົມ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ
* 2006 - 2009: ຮອງຫົວໜ້າກົມໃຫຍ່ສັນຕິບານ ທັງເປັນ, ຮອງຫົວໜ້າກົມໃຫຍ່ຮັບຜິດຊອບກົມໃຫຍ່ສັນຕິບານ I,ກະຊວງປ້ອງກັນຄວາມສະຫງົບ; ໃນເດືອນເມສາ ປີ 2007ໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນຈັດຕະວາ
* 2009–8/2010: ຫົວໜ້າກົມໃຫຍ່ສັນຕິບານ I, ກະຊວງປ້ອງກັນຄວາມສະຫງົບ; ໃນເດືອນກໍລະກົດ ປີ2010 ໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນຕີ
* 8/2010 - 1/2016: ກຳມະການສູນກາງພັກກະຊວງປ້ອງກັນຄວາມສະຫງົບ, ພົນຕີ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງໃຫ້ບັນຈຸເຂົ້າໃນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ໃນເດືອນ ກັນຍາ ປີ2014 ທ່ານໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນໂທ.
* 1/2016 - 4/2016: ກຳມະການສູນກາງພັກກະຊວງປ້ອງກັນຄວາມສະຫງົບ, ພົນໂທ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງໃຫ້ບັນຈຸເຂົ້າໃນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ໄດ້ຮັບການຄັດເລືອກຈາກຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ບັນຈຸເຂົ້າໃນກົມການເມືອງ.
* 4/2016 – 5/2024: ກຳມະການກົມການເມືອງສູນກາງພັກ,ເລຂາສູນກາງພັກກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ. ໃນເດືອນມັງກອນ ປີ 2019ທ່ານໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນເອກ.
* 5/2024 - ປັດຈຸບັນ:ກຳມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະທານສະພາບໍລິຫານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ