ໃນຕອນແລງວັນທີທີ10ກໍະກົດນີ້ຫ້ອງວ່າການສູນກາງພັກ(ຫສພ)ໄດ້ຈັດຕັ້ງເຊື່ອມຊຶມດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະດໍາລັດວ່າດ້ວຍພາລະກອນໂດຍເປັນປະທານກ່າວເປີດຂອງ ສະຫາຍຄໍາຜາພິມມະສອນຮອງເລຂາຄະນະພັກຮອງຫົວໜ້າຫ້ອງວ່າການສູນກາງພັກ ຊຶ່ງມີບັນດາສະຫາຍຄະນະປະຈໍາພັກ, ຄະນະຫ້ອງວ່າການສູນກາງພັກ,ຄະນະກົມ,ຄະນະພະແນກພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.
ສະຫາຍຄໍາຜາພິມມະສອນ ໄດ້ກ່າວວ່າ:ການເຜີຍແຜ່ດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດໍາລັດວ່າດ້ວຍພາລະກອນ ດໍາລັດດັ່ງກ່າວລ້ວນແລ້ວແຕ່ເປັນຂໍ້ມູນ, ເປັນບ່ອນອີງເພື່ອໃຫ້ເຂົ້າໃຈເນື້ອໃນຈິດໃຈຂອງການສ້າງສອງດໍາລັດນີ້ວ່າເພື່ອຫຍັງ,ສອງດໍາລັດມີຄວາມໝາຍຄວາມສໍາຄັນຍິ່ງ ທີ່ພັກ ແລະ ລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ຄືພວກເຮົາຮູ້ນໍາກັນແລ້ວວ່າ ຕໍ່ກັບສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ ການຄ້າ ແລະ ເຕັກໂນໂລຊີ ລະຫວ່າງປະເທດມະຫາອໍານາດ ແມ່ນໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຢ່າງໜັກໜ່ວງຕໍ່ການຂະຫຍາຍຕົວຂອງເສດຖະກິດຍ້ອນເຫັນໄດ້ສະພາບການດັ່ງກ່າວ ສູນກາງພັກຈຶ່ງໄດ້ກໍານົດແນວທາງນະໂຍບາຍ ເພື່ອເປັນເຄື່ອງມືໃນການປັບປຸງເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ, ໃນນັ້ນແມ່ນການປັບປຸງກົງຈັກການຈັດຕັ້ງລັດໃຫ້ມີຄວາມກະທັດຫັດສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍວິຊາການຂອງລັດໃຫ້ສາມາດເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຢ່າງມີປະສິດທິພາບ, ຄົ້ນຄວ້າກົນໄກເພື່ອຫັນຫົວໜ່ວຍວິການອອກຈາກການຄຸ້ມຄອງບໍລິຫານເກື້ອກູນຂອງລັດໄປສູ່ການຄຸ້ມ
ຄອງເປັນເຈົ້າຕົນເອງກ້າວໄປເຖິງໃຫ້ສາມາດກຸ້ມຕົນເອງດ້ານງົບປະມານເພື່ອຫຼຸດຜ່ອນການແບກຫາບຂອງລັດຖະບານທາງດ້ານງົບປະມານແລະການເຜີຍແຜ່ໃນຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ພະນັກງານ - ລັດຖະກອນສາມາດກໍາໄດ້ເນື້ອໃນ,ຈຸດປະສົງການຂອງການເຜີຍແຜ່ຂອງສອງດໍາລັດດັ່ງກ່າວ,ດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງປະກອບມີ:IXພາກ,72ມາດຕາ,ສຳລັບດຳລັດວ່າດ້ວຍພາລະກອນປະກອບມີVIIພາກ,82ມາດຕາ.
ຂ່າວ: ພູວຽງຄຳ