ເນື່ອງໃນໂອກາດວັນອະນຸລັກສັດນໍ້າ -ສັດປ່າແຫ່ງຊາດ ຄົບຮອບ 27 ປີ(13 ກໍລະກົດ 1997-13 ກໍລະກົດ 2024), ສູນເສຍອົງຄະພິເສດ 790 ໄດ້ຈັດກິດຈະກຳປ່ອຍປາຄືນສູ່ທຳມະຊາດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ໜອງປາລວມສູນເສຍອົງຄະພິເສດ 790 ໂດຍການເຂົ້າຮ່ວມຂອງທ່ານນາງ ດຳດວນ ຈັນທະວົງ ຮອງເຈົ້າເມືອງໄຊທານີີ, ມີບັນດາຄະນະພັກ-ຄະນະບັນຊາ-ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ໂອ່ຍຄຳ ປານດາທອງ ຫົວໜ້າການທະຫານສູນເສຍອົງຄະພິເສດ 790 ກ່າວວ່າ: ການຈັດກິດຈະກໍາໃນຄັ້ງນີ້, ເພື່ອເປັນການຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກໍຄື ພະນັກງານໃນຖັນແຖວຂອງສູນເສຍອົງຄະພິເສດ 790 ໃຫ້ມີຊີວິດການເປັນຢູ່ນັບມື້ດີຂຶ້ນ, ສຳລັບເຂດທຳການຜະລິດຂອງສູນມີເນື້ອທີ່ລວມ 21.330 ຕາແມັດ, ໃນໄລຍະຜ່ານມາໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການເງິນຈົກໜອງປາ 3 ໜອງ, ສໍາລັບແນວພັນປາທີ່ນໍາມາປ່ອຍໃນຄັ້ງນີ້ມີຈຳນວນ 6.000 ໂຕ ໂດຍໄດ້ຮັບການຊ່ວຍເຫຼືອແນວພັນປາຈາກເຈົ້າເມືອງໄຊທານີ, ຫ້ອງການຊາວໜຸ່ມກອງທັບ, ກະຊວງກະສິກຳ ແລະ ປ່າໄມ້. ໃນນັ້ນປະກອບມີ: ປານິນ, ປານວນຈັນ, ປາໄນ ເເລະ ປາປາກ.
ໂອກາດນີ້, ທ່ານ ນາງ ດຳດວນ ຈັນທະວົງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການໂຄສະນາປູກຈິດສໍານຶກໃຫ້ແກ່ພະນັກງານນັກຮົບຄົນຮຸ່ນຫຼັງໃຫ້ມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທໍາມະຊາດສັດນໍ້າ-ສັດປ່າທີ່ຫາຍາກ ແລະ ມີຄວາມສ່ຽງທີ່ໃກ້ຈະສູນພັນໃຫ້ໄວ້ຢູ່ຄູ່ກັບຄົນລາວຕະຫຼອດໄປ. ພ້ອມກັນເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາບັນດາສັດສາວາສິ່ງ ແລະ ເຄື່ອງປູກຂອງຝັງທັງໝົດດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.
ຂ່າວ: ສຸກສາຄອນ