ເມື່ອບໍ່ດົນມານີ້ ກອງພົນທີ 5 ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ແຜນການ6ເດືອນທ້າຍປີ 2024ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
      ສະຫາຍ ພັນໂທ ລໍາເງິນ ໄຊຍະວົງສາ ຫົວໜ້າຫ້ອງການກອງພົນທີ 5 ໄດ້ຜ່ານບົດສະຫຼຸບ ແລະ ແຜນການຈຸດສຸມທ້າຍປີ 2024 ຍົກໃຫ້ເຫັນຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງ ແລະ ມີການພັດທະນາດີຂຶ້ນບົນພື້ນຖານປະຕິບັດໜ້າທີ່ວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໃນນີ້ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ ປະຕິບັດຂໍ້ກຳນົດກົດລະບຽບຂອງພັກ ກົດໜາຍຂອງລັດຂອງກອງທັບຢ່າງເຂັ້ມງວດ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້-ຄວາມສາມາດ ວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບໃຫ້ມີຄວາມສຳນິ ຊໍານານຄ່ອງແຄ້ວຮັບປະກັນເຮັດສຳເລັດໜ້າທີ່ໆໄດ້ຮັບມອບໜາຍ, ສຸມໃສ່ປູກຝັງ-ລ້ຽງສັດປະເພດຕ່າງໆ ນອກຈາກນັ້ນຍັງໄດ້ຊອກແຫຼ່ງລາຍຮັບຈາກການບໍລິການອື່ນໆເຊັ່ນ: ໂຮງງານນ້ຳດື່ມ, ໂຮງດິນບັອກ, ເຟີນີເຈີລວມລາຍຮັບທັງໜົດໄດ້ 2 ຕື້ກວ່າກີບ.
     ຈາກນັ້ນ, ສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານປະຈຳປີ2023 ແລະ ແຜນການປີ2024.
    ໂອກາດນີ້, ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ເປັນປົກກະຕິ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4ຄາດໜາຍໃຫ້ເລິກເຊິ່ງ ເພື່ອເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ພ້ອມທັງເອົາໃຈໃສ່ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສຸມໃສ່ສ້າງຂະບວນການ, ສ້າງຜົນງານດ້ານຕ່າງໆເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ, ຂອງຊາດ ຂອງກອງທັບ ຂອງກົມກອງໃຫ້ມີບັນຍາກາດຟົດຟື້ນ.  
            ຂ່າວ-ພາບ:ແສງອາທິດ  ສີດາໄລ