ໂຄສະນາອົບຮົບສູນກາງພັກ(ຄອສພ)ໄດ້ຈັດຕັ້ງພິທີປາຖະກະຖາ ວັນເກີດຂອງປະທານສຸພານຸວົງ ຄົບຮອບ 115 ປີ(13/7/1909-13/7/2024)ໂດຍເປັນກຽດປາຖະກະຖາຂອງສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ຊຶ່ງມີສະມາຊິກພັກ-ພະນັກງານພາຍໃນ ຄອສພ ເຂົ້າຮ່ວມຮັບຟັງ.
ໃນການປາຖະກະຄັ້ງນີ້ ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຍົກໃຫ້ເຫັນບາງຕອນວ່າ:ປະທານ ສຸພານຸວົງ ກໍແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ, ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ເປັນຜູ້ໜຶ່ງໃນບັນດາການນໍາສູງສຸດ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອ ຊີ້ນໍາ-ນໍາພາ ຂະບວນການປະຕິວັດລາວ, ເປັນບຸກຄົນສໍາຄັນໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍຂອງສັດຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ.
ໃນຕະຫຼອດຊີວິດການເຄື່ອນໄຫວຂອງ ປະທານ ສຸພານຸວົງ ບໍ່ວ່າໃນຄວາມຮັບຜິດຊອບວຽກງານສໍາຄັນໃດໆ, ໃນຖານະຕໍາແໜ່ງໃດເພິ່ນກໍໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ເພື່ອພາລະກິດປະຕິວັດ, ພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດ. ຍາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າ ຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ, ປະທານສຸພານຸວົງ ດໍາລົງ ຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມີນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອເຜື່ອແຜ່, ຈິງໃຈຊື່ສັດ.ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ,ດໍາລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ, ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ເປັນເຊື້ອເຈົ້າຜູ້ໜຶ່ງ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈ ເສຍສະລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ.
ໃນພິທີປາຖະກະຖາຄັ້ງນີ້  ສະຫາຍ ສາຄອນ ພົມມະລາດ ຄະນະບໍລິຫານງານພັກຮອງຫົວໜ້າ ຄອສພ ກໍໄດ້ສືບຕໍ່ ປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 47ປີ,ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 62 ປີ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານລັດຖະກອນໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ,ການພົວພັນຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ.
             ຂ່າວ-ພາບ:ພູວຽງຄຳ