ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ການນຳຂັ້ນສູງ ເຂົ້າຮ່ວມພິທີໄວ້ອາໄລ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ​ສູນ​ກາງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ ຜ່ານມາ ທີ່ສະໂມສອນຊາປະນະກິດແຫ່ງຊາດ, ເລກທີ 5 ຖະນົນເຈິ່ນແທັງຕົງ ນະຄອນຫຼວງຮ່າໂນ້ຍ.
ສະຫາຍ ໂຕເລິມ ກຳມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສ​ສ ຫວຽດ​ນາມ ຫົວໜ້າຄະນະຈັດຕັ້ງງານຊາປະນະກິດ ກ່າວວ່າ: “ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຜູ້ດີເລີດພິເສດ, ເປັນແວ່ນແຍງອັນໃສແຈ້ງກ່ຽວກັບການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈິມິນ, ເປັນສະມາຊິກພັກຜູ້ຈົງຮັກພັກດີ, ມີອິດທິພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຜູ້ທີ່ມີຄົບທຸກຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່.”
ສະຫາຍ ໂຕເລິມ ຢັ້ງຢືນວ່າ: ການຈາກໄປຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັ້ນ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ໂດຍບໍ່ມີຫຍັງສາມາດທົດແທນໄດ້. ປະເທດຊາດ ສູນເສຍການນຳຜູ້ປີຊາສາມາດ, ຂະບວນການກອມມູນິດກ້າວໜ້າໃນໂລກ ສູນເສຍນັກທິດສະດີທີ່ຫຼັກແຫຼມ, ເພື່ອນມິດສາກົນສູນເສຍໄປເພື່ອນທີ່ຈິງໃຈ, ມິດສະຫາຍທີ່ສະໜິດສະໜົມ, ຄອບຄົວ, ວົງຕະກຸນ, ບ້ານເມືອງສູນເສຍລູກຜູ້ດີເລີດ. ເກືອບ 60 ປີແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ​ຈ້ອງ ດ້ວຍພູມປັນຍາອັນເລິກເຊິ່ງ, ແຫຼມຄົມ ໄດ້ປະໄວໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ລະບົບແນວຄິດ ແລະ ທິດສະດີ ທີ່ລ້ຳຄ່າກ່ຽວກັບ ເສັ້ນທາງປະຕິວັດ ຫວຽດນາມ ໃນຍຸກສະໄໝໃໝ່; ຢຶດໝັ້ນ, ໝູນໃຊ້ຢ່າງມປະດິດຄິດສ້າງ ລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈິມິນ, ດ້ວຍເປົ້າໝາຍສ້າງເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ສະຫາຍ ຫງວຽນຟູຈ້ອງ, ນັກແນວຄິດ, ຄັນທຸງທິດສະດີຂອງພັກ ໄດ້ຊີ້ໃຫ້ເຫັນແຈ້ງກ່ຽວກັບ ລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ, ບົດບາດຂອງພັກກອມມູນິດ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ມໍລະດົກອັນລ້ຳຄ່ານັ້ນ ໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຢ່າງແຂງແຮງຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຂະຫຍາຍຕົວຂອງຂະບວນການກອມມູນິດໃນໂລກ, ການຂະຫຍາຍຕົວຂອງ ລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈິມິນ ໃນຍຸກສະໄໝປັດຈຸບັນ”.
ສະຫາຍ ໂຕເລິມ ກ່າວຢືນຢັນຕື່ມວ່າ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໝັ້ນ ໝາຍວ່າຈະປະຕິບັດຄວາມມຸ່ງຫວັງຂອງສະຫາຍເລຂາທິການໃຫຍ່, ຈົດຈຳຄຳສັ່ງສອນຕະຫຼອດໄປທີ່ວ່າ: ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ, ຮັບໃຊ້ປະເທດຊາດ, ປະຊາຊົນຢ່າງສຸດຈິດສຸດໃຈ.
ພາຍຫຼັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວ ໄດ້ສະຫງວນເວລາໜຶ່ງນາທີ່ເພື່ອກົ້ມຫົວໄວ້ອາໄລເຖິງສະຫາເລຂາທິການໃຫຍ່ ຫງວຽນຟູຈ້ອງ.
ພາຍຫຼັງກ່າວຄຳຂອບໃຈ ຂອງຕາງໜ້າຄອບຄົວ ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ, ໂລງສົບສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ເຄື່ອນຍ້າຍໄປສູ່ຂະບວນລົດສົ່ງສະການ ຢູ່ດ້ານນອກຂອງສະໂມສອນຊາປະນະກິດແຫ່ງຊາດ ໃນທ່າມກາງສຽງດຸລິຍະດັງຂຶ້ນ, ຂະບວນລົດໄດ້ເຄື່ອນໄປສູ່ ສຸສານ ມາຍຢິກ ຜ່ານຖະໜົນຫຼາຍສາຍຂອງ ນະຄອນຫຼວງຮ່າໂນ້ຍ ໂດຍມີປະຊາຊົນ ຢືນຂໍ່ານັບໄວ້ອາໄລຢູ່ສອງຝາກທາງ. ພິທີປົງສົບ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈັດຂຶ້ນໃນເວລາ 15:00 ໂມງຂອງວັນດຽວກັນ.
ຂ່າວ: ຄ​ຕ​ພ