ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດປອກຕຸຍການ(Portuguese Communist Party)ນໍາໂດຍສະຫາຍ ປາວໂລ ໄຣມຸງໂດ(Paulo Raimundo) ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດປອກຕຸຍການ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວແຕ່ວັນທີ 17-21 ສິງຫາ2024.
ໃນໂອກາດຢ້ຽມຢາມດັ່ງກ່າວ,ສະຫາຍ ປາວໂລ ໄຣມຸງໂດ ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະເຮັດວຽກກັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປລາວ ຮອງປະທານປະເທດ ເເຫ່ງ ສປປ ລາວ. ໃນການພົບປະຄັ້ງນີ້, ການນໍາຂັ້ນສູງຂອງພັກ ປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຂອງຄະນະ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ປອກຕຸຍການ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມດຽວກັນນີ້, ຝ່າຍລາວໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວ, ການພົວພັນຮ່ວມມື ຂອງທັງສອງພັກ, ແລກປ່ຽນສົນທະນາບັນຫາພາກພື້ນ ແລະ ສາກົນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບ ທິດທາງແຜນການຮ່ວມມືນໍາກັນໃນຕໍ່ໜ້າ ກໍຄື ການສືບຕໍ່ຍົກລະດັບການພົວພັນຮ່ວມມືດ້ານພັກ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານລັດ ກໍຄື ອົງການຈັດຕັ້ງມະຫາຊົນ ຂອງສອງຝ່າຍໃຫ້ນັບມື້ຮັດແໜ້ນ ແລະ ເຕີບໃຫຍ່ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.
ພ້ອມກັນນັ້ນ, ການນໍາຂັ້ນສູງຂອງພັກປປລາວ ຍັງໄດ້ອວຍພອນໃຫ້ພັກກອມມູນິດປອກຕຸຍການ ຈົ່ງປະສົບຜົນສໍາເລັດໃນການຈັດງານບຸນມະໂຫລານ ອາວັງເຕ“Avanté”ບຸນປະຈໍາປີຂອງພັກ ຄັ້ງທີ48 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2024ແລະ ອວຍພອນໃຫ້ການກະກຽມຈັດກອງປະຊຸມໃຫຍ່ຄັ້ງທີXXII ຂອງພັກ ທີ່ຈະມີຂຶ້ນໃນເດືອນທັນວາ2024 ຈົ່ງປະສົບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ສະຫາຍ ປາວໂລ ໄຣມຸງໂດ ໄດ້ສະແດງຄວາມດີໃຈ ທີ່ມີໂອກາດຢ້ຽມຢາມ ສປປ ລາວ ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດໃນຖານະເປັນເລຂາທິການໃຫຍ່ຂອງພັກ ນັບແຕ່ປີ 2022.ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາຂອງ ສປປ ລາວ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະເວລາເກືອບ 50 ປີ. ພ້ອມດຽວກັນນັ້ນ, ສະຫາຍເລຂາທິການໃຫຍ່ພັກກອມມູນິດປອກຕຸຍການ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ປອກຕຸຍການ-ລາວ ແລະ ອວຍພອນໃຫ້ພັກ, ລັດ ກໍຄື ປະຊາຊົນລາວບັນດາເຜົ່າ ຈົ່ງປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ,ສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກໃຫ້ປະກົດຜົນເປັນຈິງ, ອວຍພອນໃຫ້ສປປ ລາວ ຈົ່ງປະສົບຜົນສໍາເລັດໃນການເປັນປະທານຈັດກອງປະຊຸມອາຊຽນໃນເດືອນຕຸລາ 2024ແລະ ອວຍພອນໃຫ້ການກະກຽມແກ່ກອງປະຊຸມໃຫຍ່ ຄັ້ງທີ XIIຂອງພັກ ປປ ລາວ ທີ່ຈະມີຂຶ້ນໃນປີ 2026 ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດປອກຕຸຍການ ຍັງໄດ້ມີການເຄື່ອນໄຫວພົບແລກປ່ຽນບົດຮຽນກັບ ຄະນະນໍາຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ການນໍາຂອງສູນກາງສະຫະພັນກໍາມະບານລາວ.ນອກນັ້ນ, ຄະນະຜູ້ແທນຍັງໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະເຮັດວຽກກັບການນໍາແຂວງຫຼວງພະບາງ, ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ ຈໍານວນໜຶ່ງ.
ພັກກອມມູນິດປອກຕຸຍການສ້າງຕັ້ງຂຶ້ນໃນວັນທີ6ມີນາ1921,ເປັນພັກການເມືອງຝ່າຍຊ້າຍທີ່ເກົ່າແກ່, ຍຶດໝັ້ນໃນລັດທິມາກ-ເລນິນ ແລະ ຫຼັກການລວມສູນປະຊາທິປະໄຕ, ເປັນກອງກໍາລັງທາງການເມືອງທີ່ສໍາຄັນ ພາຍໃຕ້ລະບອບປະຊາທິປະໄຕແບບໃໝ່ ທີ່ມີຊົນຊັ້ນຊາວຜູ້ອອກແຮງງານ ເປັນກໍາລັງຫຼັກໃນສັງຄົມປອກຕຸຍການ ກໍຄື ໃນເອີຣົບ,ມີການເຄື່ອນໄຫວທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບການຮັບຮອງໃນວັນທີ26ທັນວາ1974.
ພັກ ປປ ລາວ ແລະ ພັກກອມມູນິດປອກຕຸຍການ ໄດ້ມີການພົວພັນຮ່ວມມືນໍາກັນນັບແຕ່ຊຸມປີ 1980 ເປັນຕົ້ນມາ ຊຶ່ງການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງນໍາໂດຍເລຂາທິການໃຫຍ່ໃນຄັ້ງນີ້ ເປັນຄັ້ງທີ3, ຄັ້ງທໍາອິດ ໃນປີ 1986 ແລະ ຄັ້ງທີສອງ ໃນປີ 2013.
ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ