ຖ້າຫາກເວົ້າເຖິງການພັດທະນາຄອບຄົວ ກໍຍັງມີຫຼາຍໆຄອບຄົວທີ່ມີການພັດທະນາແຕກຕ່າງກັນຖືວ່າມີທ່າແຮງຫຼາຍດ້ານສົມຄວນເປັນຕົ້ນ: ດ້ານການຜະລິດກະສິກໍາແບບປະສົມປະສານເຊັ່ນ: ການປູກຝັງ ແລະ ລ້ຽງສັດ ທີ່ເປັນໜໍ່ແໜງການຜະລິດຂອງຄົນລາວເຮົາມາແຕ່ປູ່ຢ່າ ຕາຍາຍ. ຊຶ່ງການຜະລິດກະສິກໍາແບບປະສົມປະສານ ທີ່ມີຫຼາຍຄອບຄົວມັກເບິ່ງຂ້າມ ຈົນກາຍເປັນຄອບຄົວຕົວແບບດ້ານການປູກຝັ່ງ ແລະ ລ້ຽງສັດເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ກິນອິ່ມ, ນຸ່ງອຸ່ນ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່ານັບຕັ້ງແຕ່ສະໄໝບູຮານຈົນມາເຖິງປັດຈຸບັນ ແມ່ນມີອາຊີບໃນການລ້ຽງສັດ ແລະ ປູກຝັ່ງ ແບບປະສົມປະສານ ໃນການສ້າງລາຍຮັບເຂົ້າຄອບຄົວ ຊຶ່ງແມ່ນວຽກງານຫຼັກຂອງປະຊາຊົນ, ຄວາມຕ້ອງການຂອງແຕ່ລະຄອບຄົວເຫຼົ່ານີ້ກໍຍັງມີຫຼາກຫຼາຍອາຊີບແຕກຕ່າງກັນໄປ. ປັດຈຸບັນ ການ ປູກຝັ່ງ-ລ້ຽງສັດແບບປະສົມປະສານ ນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນ, ແຕ່ລະຄອບຄົວ ຈະປູກ-ຈະລ້ຽງສັດໃນແຕ່ລະປະເພດທີ່ແຕກຕ່າງກັນໄປ ຍ້ອນຄວາມຕ້ອງການ ແລະ ຄວາມຊໍານານໃນການເຮັດບໍ່ຄືກັນ.
ທ່ານ ເລັດສະໄໝ ດວງຈະເລີນ ອາຍຸ 38 ປີ ອາຊີບພະນັກງານ-ລັດຖະກອນຄູ ຄອບຄົວທ່ານແມ່ນ: ໜຶ່ງໃນຕົວແບບດີເດັ່ນ ຂອງສະມາຊິກກໍາມະບານໂຮງຮຽນ ມສ ເມືອງ ຕະໂອ້ຍ ແຂວງສາລະວັນ ທີ່ຖືເອົາອາຊີບການລ້ຽງໝູຂາຍເປັນສີນຄ້າຈົນສາມາດສ້າງເສດຖະກິດຄອບຄົວພໍຢູ່ພໍກິນຕະຫຼອດປີ; ໃນໂອກາດຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານຄັ້ງທີ IX ທົ່ວເມືອງ ຕະໂອ້ຍເມື່ອບໍ່ດົນມານີ້ວ່າ: ຕົນເອງໄດ້ສ້າງຄອບຄົວກັບນາງ ເພ້ງສຸກ ສີສະໝຸດ ໃນປີ 2011 ປັດຈຸບັນຄອບຄົວຕົນເອງມີສະມາຊິກພາຍໃນຄອບຄົວທັງໝົດ 4 ຄົນ, ຍິງ 2 ຄົນ ແລະ ມີແຮງງານຕົ້ນຕໍຢູ່ 2 ຄົນ; ການດໍາລົງຊີວິດຜ່ານມາແມ່ນອາໃສແຕ່ເງິນເດືອນເປັນລາຍຮັບຫຼັກ ແຕ່ບໍ່ພຽງພໍກັບຄວາມຕ້ອງການໃນການດໍາລົງຊີວິດປະຈໍາວັນ. ມາໃນປີ 2015 ສະພາບຄອບຄົວຂາດເຂີນບໍ່ມີລາຍຮັບ, ບໍ່ພຽງພໍກັບລາຍຈ່າຍ ແລະ ອີງໃສ່ແນວທາງນະໂຍບາຍຂອງພັກ-ລັດ ຊຸກຍູ້-ສົ່ງເສີ່ມໃຫ້ປະຊາຊົນປູກຟັງ-ລ້ຽງສັດກ່າຍເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ; ດ້ວຍເຫດຜົນດັ່ງກ່າວຈຶ່ງມີຊ່ອງທາງໜຶ່ງເຮັດໃຫ້ຂ້າພະເຈົ້າເກີດມີແນວຄວາມຄິດຢາກພັດທະນາຄອບຄົວໂດຍ ຖືເອົາການປູກຜັກປອດສານພິດເຊັ່ນ: ຜັກບົ້ງ, ຜັກກາດ, ຜັກສະລັດ ແລະ ຜັກອື່ນໆ; ແຕ່ການປູກຜັກດັ່ງກ່າວນັ້ນຍັງເຮັດໃຫ້ຄອບຄົວບໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອ. ມາຮອດປີ 2015-2021 ຄອບຄົວຂອງຕົນກໍໄດ້ຕັດສິນໃຈຊື້ລູກໝູ່ລາດມາຂາຍຢູ່ພາຍໃນເມືອງ ຕະໂອ້ຍ ແລະ ມີລາຍຮັບເຂົ້າຄອບຄົວປີໜຶ່ງບໍ່ຕໍ່າກວ່າ 50,000,000 ກີບ ໄລ່ຍະນັ້ນຄວາມຕ້ອງການລູກໝູ່ນ້ອຍຂອງຕະຫຼາດພາຍໃນເມືອງເພີ່ມຂຶ້ນເລື້ອຍໆ.
ທ່ານ ເລັດສະໄໝ ດວງຈະເລີນ ໃຫ້ຮູ້ຕື່ມອິກວ່າ: ໃນປີ 2022 ຕົນເອງພ້ອມຄອບຄົວໄດ້ຕັດສິນໃຈສຸ່ມທຶນຮອນຈໍານວນໜຶ່ງທີ່ສະສົມໃນປີຜ່ານມາ ຊື້ແມ່ໝູຈໍານວນ 15 ໂຕ ແລະ ໝູເຖິກ 3 ໂຕ (ພໍ່ພັນ+ແມ່ພັນ). ປີໜຶ່ງໝູເກີດລູກ 2 ຊຸດ, ຊຸດໜຶ່ງໄດ້ລູກ 5-6 ໂຕຕໍ່ 1 ແມ່, ສະເລ່ຍປະມານ 75 ໂຕຕໍ່ຊຸດ ແລະ ລ້ຽງລູກໝູນ້ອຍໄລຍະເວລາ 45 ວັນກໍສາມາດຂາຍອອກໄດ້ ແລະ ຂາຍໃນລາຄາ 500,000ກີບ/ໂຕ ແລະ ສາມາດສ້າງລາຍຮັບ 37,000,000/ເດືອນ ແລະ ໄລຍະເວລາປີໜຶ່ງມີລູກໝູລາດຈໍານວນ 150ໂຕ ຂາຍໃນລາຄາ 500,000ກີບ/ໂຕ ແລະ ມີລາຍຮັບປີໜຶ່ງ 75,000,000ກີບຕໍ່ປີ; ສໍາລັບຄ່າສິນເປື່ອງຊື້ຮໍາເດືອນລະ 1,000,000 ກີບ.ຖ້າຄິດໄລ່ຄ່າສິນເປື່ອງໝົດປີແມ່ນ 63,000,000 ກີບ/ປີ. ມາຮອດປີ 2023-2024 ການຜະລິດລູກໝູລາດແມ່ນເພີ່ມຂຶ້ນຈາກ 75 ໂຕ/ຊຸດມາເປັນ 120 ໂຕ/ຊຸດ, ປີໜຶ່ງຈະຕົກຢູ່ 240 ໂຕ ແລະ ມີລາຍຮັບຈາກ 75,000,000ກີບ/ປີ ມາເປັນ 120,000,000 ກີບ/ປີ; ຫັກຄ່າສິນເປື່ອງ ແລະ ອາຫານເສີ່ມອອກ 20,000,000 ກີບ/ປີ ຄອບຄົວຈະມີລາຍຮັບຈາກການຂາຍລູກໝູ 100,000,000 ກີບ/ປີ.
ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ຈາກລາຍຮັບໃນແຕ່ລະປີບວກໃສເງິນເດືອນແລ້ວຄອບຄົວຂ້າພະເຈົ້າແມ່ນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ. ມາຮອດປັດຈຸບັນນີ້ ຄອບຄົວຕົນເອງມີເຮືອນວິນລາ 1 ຫຼັງ, ມີລົດກະບະ 1 ຄັນ, ລົດຈັກ 3 ຄັນ. ທັງໝົດນີ້ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ຊຸກຍູ້ປຸກລະດົມຂົນຂວາຍ, ພັກດັນເຮັດໃຫ້ຄອບຄົວຂ້າພະເຈົ້າມີລາຍຮັບພໍກຸ້ມກິນຕະຫຼອດປີ ແລະ ມີທຶນຮອນໝູນວຽນເພື່ອສ້າງເສດຖະກິດຄອບຄົວຕໍ່ໄປ ແລະ ຮັກສາມູນເຊື້ອຄອບຄົວຕົວແບບຕະຫຼອດໄປ.
(ໂດຍ: ຖວທ ຕະໂອ້ຍ)