ສະບາຍດີ
* ທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ
* ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ !.
ມື້ນີ້, ແມ່ນວັນໜຶ່ງ ທີ່ມີຄວາມສໍາຄັນຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນຜູ້ທີ່ມີລູກຫຼານ ທີ່ກຳລັງຢູ່ໃນໄວສຶກສາຮໍ່າຮຽນ ຊຶ່ງຈະໄດ້ພ້ອມກັນກັບເຂົ້າມາຮຽນຄືນ ໃນສົກຮຽນ 2024-2025. 
ເນື່ອງໃນໂອກາດວັນເປີດສົກຮຽນໃໝ່ ສົກຮຽນ 2024-2025 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີຮັກແພງ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທຸກຊັ້ນ ທຸກສາຍ ທຸກລະດັບ ທຸກຂົງເຂດ ແລະ ຂະແໜງການໃນຂອບເຂດທົ່ວປະເທດ. 
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ
ຍາມໃດ ລັດຖະບານ ກໍໄດ້ຖືວຽກງານການສຶກສາ ເປັນວຽກທີ່ສຳຄັນ ຖືເອົາ “ການສຶກສາໄປກ່ອນກ້າວໜຶ່ງ”, ເອົາ “ຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ແມ່ນເປັນພື້ນຖານ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ, ຮັກການອອກແຮງງານ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່. 
ຂ້າພະເຈົ້າ ໄດ້ຕິດຕາມການຈັດຕັ້ງການຮຽນການສອນໃນສົກຮຽນຜ່ານມາ ເຫັນວ່າ ເຖິງຈະມີຄວາມຫຍຸ້ງຍາກຫຼາຍຢ່າງ ທີ່ເປັນຜົນກະທົບຕໍ່ການປະຕິບັດວຽກງານການສຶກສາ  ແຕ່ລັດຖະບານ ກໍໄດ້ສຸມທຸກຄວາມພະຍາຍາມ ໂດຍສົມທົບແໜ້ນ ກຳລັງແຮງສັງລວມທົ່ວສັງຄົມ ເພື່ອໃຫ້ສາມາດຂັບເຄື່ອນແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ໄດ້ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່; ໄດ້ພ້ອມກັນສຸມໃສ່ການແກ້ໄຂບັນຫາການຂາດແຄນຄູໂດຍການປະຕິບັດນະໂຍບາຍໃຫ້ແກ່ຄູອາສາສະໝັກໃນຂອບເຂດທົ່ວປະເທດ, ແກ້ໄຂບັນຫາການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນວິຊາຊີບໄດ້ໂດຍພື້ນຖານ. 
ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ ຈຶ່ງເຮັດໃຫ້ຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂເທື່ອລະກ້າວ ສະແດງອອກຄືຜົນການຮຽນ ຂອງນັກຮຽນນັກສຶກສາໃນທຸກຊັ້ນ-ທຸກສາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ມີລັກສະນະແຈກຢາຍໃນທົ່ວປະເທດ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ກໍໄດ້ສ້າງຜົນງານອັນໂດດເດັ່ນໃນການເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ  ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ທັງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ.  ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ ແລະ ມີສ່ວນຮ່ວມໃນ ການພັດທະນາການສຶກສາໃນສົກຮຽນຜ່ານມາ.
ບັນດາທ່ານທີ່ຮັກແພງທັງຫຼາຍ
ໃນສົກຮຽນປີ 2024-2025 ນີ້ ບັນດາສິ່ງທ້າທາຍ ແລະ ອຸປະສັກຫຼາຍຢ່າງ ຍັງສືບຕໍ່ທົດສອບພວກເຮົາໃນການພັດທະນາການສຶກສາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນ-ການສອນ ດຳເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບຂັ້ນພື້ນຖານ, ພວກເຮົາຈະໄດ້ສືບຕໍ່ວຽກຈຸດສຸມຈຳນວນໜຶ່ງ ເປັນຕົ້ນ: ການເພີ່ມອັດຕາການເຂົ້າຮຽນໃນແຕ່ລະທ້ອງຖິ່ນ, ແກ້ໄຂການປະລະການຮຽນ, ການຂາດຄູສອນ, ການເຂົ້າຮຽນໃນສາຍອາຊີວະ ແລະ ການສຶກສາຊັ້ນສູງ.
ເພື່ອສ້າງພື້ນຖານການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າໃຫ້ໝັ້ນຄົງ, ຕ້ອງໄດ້ມີການຂັບເຄື່ອນວຽກງານການສຶກສາ ຄວບຄູ່ກັບການພັດທະນາວິທະຍາສາດ-ນໍາໃຊ້ເຕັກໂນໂລຊີ ຮັບປະກັນໃຫ້ແກ່ການ “ສ້າງຄົນ” ຕ້ອງປະກອບດ້ວຍຫຼາຍພາກສ່ວນ (ໂຮງຮຽນ, ຄອບຄົວ, ຊຸມຊົນ, ສັງຄົມ); ຕ້ອງຖືເອົາ “ນັກຮຽນ-ນັກສຶກສາ ເປັນໃຈກາງໃນການພັດທະນາ, ຄູແມ່ນກໍາລັງແຮງຫຼັກໃນການຂັບເຄື່ອນ, ໂຮງຮຽນແມ່ນສະຖານທີ່ການຮຽນຮູ້ຂອງຊຸມຊົນ, ຄອບຄົວເປັນແມ່ແບບ ແລະ ສັງຄົມເປັນພື້ນຖານ”.
ເພື່ອເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ ດັ່ງນີ້:
1. ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ  ໃຫ້ໄດ້ເຄື່ອນໄຫວກິດຈະກຳເປັນປົກກະຕິ, ສ້າງຂະບວນການກິລາ-ກາຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ.
2. ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່, ປະຕິບັດຫຼັກສູດການຮຽນ-ການສອນ, ເອົາໃຈໃສ່ທັກສະຄວາມຮູ້ຂັ້ນພື້ນຖານ ເຊັ່ນ: ພາສາລາວ, ຄະນິດສາດ, ຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ,  ປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ວິຊາຊີບ ແລະ ພັດທະນາ ດ້ານວິຊາສະເພາະ ແລະ ຄວາມຮູ້ເຕັກໂນໂລຊີໃໝ່ ຂອງຕົນ ໃຫ້ທັນກັບການປ່ຽນແປງຂອງໂລກໃນແຕ່ລະໄລຍະ.
3. ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຢ່າງໜ້ອຍ ໃຫ້ຈົບການສຶກສາພາກບັງຄັບ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ.
4. ສຳລັບລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ.
5. ໃຫ້ເປັນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕໍ່ການສຶກສາ, ສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູ-ອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.
ອວຍພອນໃຫ້ສົກຮຽນ 2024-2025 ປະສົບຜົນສໍາເລັດຢ່າງຈົບງາມ !.