ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້ ໂດຍມີ ສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ, ຄະນະສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ບັນດາມວນຊົນຫວຽດນາມ ແລະ ນັກສຶກສາລາວທີ່ຮຽນຢູ່ ສສ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ແມ່ນຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະຫາຍ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ເປັນເວລາ 3 ວັນ ຄື: ແຕ່ວັນທີ 10-13 ກັນຍາ 2024, ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດ​ນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສຫວຽດນາມ ໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ ເປັນຕົ້ນແມ່ນ ສະຫາຍ ໂຕເລິມເລຂາທິການໃຫຍ່ ປະທານປະເທດ; ສະຫາຍ ຟ້າມມິງ ຈິງນາຍົກລັດຖະມົນຕີ; ສະຫາຍ ເຈິ່ນ ແທັງ ເມີ້ນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ; ຈະເຂົ້າຮ່ວມວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ,ຢ້ຽມຊົມ ສຸສານ ປະທານ ໂຮ່ຈິມິນ; ຈະພົບປະກັບອະດີດການນໍາຫວຽດນາມ,ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະນໍາສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ພົບປະໂອ້ລົມກັບ ຕາງໜ້າອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ອະດີດນັກສຶກສາຫວຽດນາມ ຢູ່ລາວ ແລະ ນັກສຶກສາລາວຮຽນຢູ່ຫວຽດນາມ. ພ້ອມດຽວກັນນັ້ນ, ຄະນະກໍຈະໄປເຄື່ອນໄຫວຢ້ຽມຢາມນະຄອນຮາຍຟ໋ອງ (ຢ້ຽມຢາມໂຮງງານຜະລິດລົດ Vinfast ແລະ ທ່າເຮືອນໍ້າເລິກ ຮາຍຟ໋ອງ) ແລະ ຢ້ຽມຢາມນະຄອນໂຮ່ຈິມິນ (ຢ້ຽມຢາມທ່າເຮືອຫໍມັງກອນ ແລະ ບໍລິສັດຫຸ້ນສ່ວນປຸງແຕ່ງຊີ້ນ ແລະ ຜະລິດຕະພັນຊີ້ນໝູ).
(ຂ່າວ-ພາບ: ກົມການຂ່າວ ກຕທ)