ໃນຕອນບ່າຍຂອງວັນທີ10ກັນຍານີ້ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສສຫວຽດນາມ, ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວແລະຄະນະໄດ້ພົບປະກັບສະຫາຍຟ້າມມິງຈິງນາຍົກລັດຖະມົນຕີແຫ່ງສສຫວຽດນາມແລະຄະນະໃນໂອກາດເດີນທາງຢ້ຽມຢາມລັດຖະກິດທີ່ສສຫວຽດນາມໃນວັນທີ10-13ກັນຍາ2024.
ໃນໂອກາດນີ້, ສະຫາຍທອງລຸນສີສຸລິດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນແລະສະແດງຄວາມຍິນດີທີ່ໄດ້ພົບປະກັບສະຫາຍຟ້າມມິງຈິງອີກຄັ້ງໜຶ່ງພາຍຫຼັງໄດ້ພົບປະກັນໃນໄລຍະນໍາພາຄະນະຜູ້ແທນລາວເຂົ້າຮ່ວມໄວ້ອາໄລການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງສະຫາຍຫງວຽນຝູ້ຈ້ອງອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງຢ້ຽມຢາມລັດຖະກິດທີ່ສສຫວຽດນາມໃນຄັ້ງນີ້ກໍຄືຜົນສໍາເລັດຂອງການພົບປະສອງຝ່າຍກັບສະຫາຍໂຕເລິມເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ. ສະຫາຍເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການໂດຍຫຍໍ້ຂອງສປປລາວລວມທັງການກະກຽມການເປັນປະທານໝູນວຽນອາຊຽນປີ2024ຂອງສປປລາວແລະໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງແລະຮອບດ້ານທີ່ເພື່ອນຫວຽດນາມອ້າຍນ້ອງຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ.
ສອງຝ່າຍໄດ້ຕີລາຄາສູງແລະມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານສືບຕໍ່ເບັ່ງບານແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິເສດການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍສືບຕໍ່ມີການຂະຫຍາຍຕົວໂດຍສະເພາະມູນຄ່າການຄ້າສອງສົ້ນໃນ7ເດືອນຕົ້ນປີ2024ບັນລຸໄດ້1,1ຕື້ໂດລາເພີ່ມຂຶ້ນ17%(ທຽບໃສ່ໄລຍະດຽວກັນຂອງປີ2023); ສອງຝ່າຍໄດ້ປຶກສາຫາລືເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການທີ່ມີລັກສະນະຍຸດທະສາດຂອງສອງປະເທດໃຫ້ເປັນຮູບປະທໍາໂດຍໄວ. ພ້ອມກັນນີ້, ທັງສອງຝ່າຍຍັງເຫັນດີເປັນເອກະພາບກັນໃນການຊຸກຍູ້ສົ່ງເສີມແລະເພີ່ມທະວີການເຊື່ອມໂຍງເຊື່ອມຈອດທາງດ້ານເສດຖະກິດ, ຄົມມະນາຄົມ (ທາງບົກ, ທາງອາກາດແລະທາງນໍ້າ) ເພື່ອສ້າງເງື່ອນໄຂໃນການພັດທະນາເສດຖະກິດສັງຄົມຂອງສອງປະເທດ.
ສະຫາຍເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໄດ້ອວຍພອນໄຊອັນປະເສີດເນື່ອງໃນໂອກາດວັນຊາດແຫ່ງສສຫວຽດນາມຄົບຮອບ79ປີກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ62ປີພ້ອມທັງໄດ້ຖືໂອກາດນີ້ຕາງໜ້າພັກ, ລັດແລະປະຊາຊົນລາວສະແດງຄວາມຮູ້ບຸນຄຸນແລະຂອບໃຈຢ່າງຈິງໃຈຕໍ່ພັກ, ລັດແລະປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແລະທັນການບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດສົມກັບຄໍາເວົ້າທີ່ວ່າ “ເຂົ້າເມັດຫັກຜັກເສັ້ນແບ່ງກໍບິແບ່ງກັນກິນ”.
ໃນຂະນະດຽວກັນ, ສະຫາຍຟ້າມມິງຈິງນາຍົກລັດຖະມົນຕີແຫ່ງສສຫວຽດນາມກໍໄດ້ສະແດງຄວາມຍິນດີຕ້ອນຮັບແລະຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຊຶ່ງສະແດງໃຫ້ເຫັນເຖິງເຈດຈໍານົງອັນແຮງກ້າແລະແນວທາງອັນສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດໃນການປົກປັກຮັກສາແລະເສີມຂະຫຍາຍສາຍພົວພັນສອງປະເທດໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ພ້ອມກັນນີ້, ສະຫາຍຍັງໄດ້ແຈ້ງໃຫ້ຊາບວ່າມີຄວາມຄືບໜ້າທີ່ຈະນໍາພາຄະນະຜູ້ແທນຂັ້ນສູງສສຫວຽດນາມເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນທີ່ນະຄອນຫຼວງວຽງຈັນ, ສປປລາວລວມທັງແຜນເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມທະວິພາຄີລະຫວ່າງສອງລັດຖະບານຄັ້ງທີ47.
(ຂ່າວ: ຂປລ; ພາບ: ຂັນໄຊ)