ໂດຍ:ສະຖາບັນການຕ່າງປະເທດ
ເມື່ອພວກເຮົາຄໍານຶງເຖິງບັນດາກົດລະບຽບ, ກົດເກນ ຫຼື ຫຼັກການ ທີ່ຖືກໝູນໃຊ້ ແລະ ຜັນຂະຫຍາຍ ເພື່ອເປັນພື້ນຖານໃນການຮັກສາສະຖຽນລະພາບ ແລະ ການຮ່ວມມືກັບສາກົນ ຂອງທຸກປະເທດໃນໂລກ, 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ຖືເປັນອະລິຍະທໍາທີ່ມີຄວາມໝາຍຄວາມສໍາຄັນ ອັນມີຈຸດເລີ່ມຕົ້ນມາຈາກຊົນຊັ້ນກຳມະກອນຊາວຜູ້ອອກແຮງງານ ພາຍໃຕ້ຍຸກແຫ່ງການນໍາພາຂອງທ່ານ ເລນິນ ທີ່ຕ້ອງການສະແຫວງຫາຄວາມສະເໝີພາບກັນ ຂອງມະນຸດ, ຍົກສູງສິດ ແລະ ປົກປ້ອງຜົນປະໂຫຍດຄວາມເປັນທໍາໃຫ້ກັບປະຊາຊົນຊາວຜູ້ອອກແຮງງານ.ໃນພາກປະຕິບັດຕົວຈິງ, ຫຼັກການແຫ່ງການຢູ່ຮ່ວມກັນຢ່າງສັນຕິແມ່ນໄດ້ກຳເນີດເກີດຂຶ້ນຢູ່ໃນດິນແດນອາຊີ ແລະ ໄດ້ປະກາດນໍາໃຊ້ຫຼັກການນີ້ຢ່າງເປັນທາງການ ໃນວັນທີ 29 ມິຖຸນາ 1954ໂດຍໃນຍຸກຂອງ ທ່ານ ອະດີດນາຍົກລັດຖະມົນຕີໂຈວ ເອີ໋ນຫຼາຍ ຂອງ ຈີນ. ຫຼັກການດັ່ງກ່າວໄດ້ຄ່ອຍໆຖືກຍອມຮັບ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ໃນຫຼາຍປະເທດບ້ານໃກ້ເຮືອນຄຽງ ໂດຍສະເພາະບັນດາປະເທດທີ່ຮັກຫອມສັນຕິພາບໃນທົ່ວໂລກຕ່າງກໍໄດ້ຢຶດເອົາຫຼັກການດັ່ງກ່າວເປັນທີ່ຕັ້ງ ແລະ ຍອມຮັບຢ່າງກວ້າງຂວາງສູ່ປະຊາຄົມໂລກ.ໃນປີ 1955 ຫຼັກການດັ່ງກ່າວໄດ້ຖືກບັນຈຸເຂົ້າໃນກົດບັດຂອງສະຫະປະຊາຊາດ ທີ່ໄດ້ປະຕິບັດຢ່າງເປັນຫຼັກການ ແລະ ໃນລະດັບພາກພື້ນ ກໍໄດ້ຖືກນຳໃຊ້ເຂົ້າໃນກົດບັດຂອງອາຊຽນເພື່ອເປັນຫຼັກການພື້ນຖານອັນສຳຄັນໃນການຮັດແໜ້ນການຮ່ວມມືພາຍໃນພາກພື້ນ ແລະ ກັບຄູ່ເຈລະຈາພາຍນອກ.
ຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ, ເນື້ອໃນສໍາຄັນຂອງ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ ຄື: ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນແລະກັນ, ບໍ່ຮຸກຮານເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນແລະກັນ, ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຢູ່ຮ່ວມກັນໂດຍສັນຕິ ຊຶ່ງໄດ້ກາຍເປັນຫຼັກການທີ່ມີຄຸນຄ່າ ແລະ ສາມາດນໍາໃຊ້ໄດ້ຕະຫຼອດມາ, ໂດຍສະເພາະແມ່ນສຳລັບປະເທດທີ່ດ້ອຍພັດທະນາ ແລະ ກໍາລັງພັດທະນາ, ເນື່ອງຈາກວ່າ 5 ຫຼັກການນີ້ໄດ້ເປັນເຄື່ອງມືອັນສໍາຄັນ ທີ່ສາມາດຊ່ວຍເຮັດໃຫ້ບັນດາປະເທດເຫຼົ່ານີ້ ມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຮັກສາໄດ້ຜົນປະໂຫຍດຂອງຊາດ ກໍຄືຜົນປະໂຫຍດຈາກການຮ່ວມມືກັບສາກົນ;ສິ່ງສຳຄັນ, ບັນດາຫຼັກການດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາປະເທດນ້ອຍມີສະຖານະພາບ ແລະ ຄວາມເທົ່າທຽມກັນໃນເວທີສາກົນ.
ສໍາລັບ ສປປ ລາວ, ພາຍຫຼັງການສະຖາປະນາປະເທດໃນປີ 1975,ລາວເຮົາກໍໄດ້ເສີມຂະຫຍາຍຍົກສູງສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດທີ່ມີອຸດົມການຕາມທິດສັງຄົມນິຍົມ ເພື່ອຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງພາຍໃນ ກໍຄືຄວາມສາມັກຄີໃນພາກພື້ນ. ແຕ່ພາຍຫຼັງການພັງທະລາຍຂອງອະດີດສະຫະພາບໂຊວຽດ, ສປປ ລາວ ໃນເວລານັ້ນພາຍໃຕ້ການນໍາພາ ຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ຊີ້ນໍາວຽກງານຕ່າງປະເທດດ້ວຍທິດນຳ “ເພີ່ມມິດ ຫຼຸດຜ່ອນສັດຕູ”, ພ້ອມດຽວກັນນັ້ນ ກໍໄດ້ໝູນໃຊ້ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ໂດຍສະເພາະແມ່ນການເປີດກວ້າງການຮ່ວມມືກັບຕ່າງປະເທດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັກສາໄດ້ຄວາມສະຫງົບພາຍໃນປະເທດ, ເຄົາລົບອໍານາດອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ, ຊຸກຍູ້ໃຫ້ມີການເຈລະຈາ ເພື່ອຫຼີກລ່ຽງການໃຊ້ຄວາມຮຸນແຮງ ທີ່ອາດຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.ສປປ ລາວ ເຮົາ ໄດ້ໝູນໃຊ້ເນື້ອໃນຈິດໃຈຂອງ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິເຂົ້າໃນການເຄື່ອນໄຫວການທູດຕົວຈິງຂອງລາວເຮົາຢ່າງສະເໝີຕົ້ນສະເໝີປາຍແລະ ສ້າງສັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງ ສປປລາວໄດ້ໝູນໃຊ້ເນື້ອໃນຫຼັກການດັ່ງກ່າວເຂົ້າໃນການເຈລະຈາ ເພື່ອແກ້ໄຂບັນຫາຊາຍແດນກັບປະເທດທີ່ມີຊາຍແດນຕິດກັບປະເທດລາວ. ສປປ ລາວ ຍາມໃດກໍໄດ້ຍຶດຖືພ້ອມໃຫ້ການສະໜັບສະໜູນໃນຫຼັກການຈີນດຽວ ແລະ ຖືວ່າໄຕ້ຫວັນເປັນສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ຄັດຄ້ານທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ”, “ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ໍາຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.
ໃນປີ 2024 ນີ້, ທ່າມກາງບັນຍາກາດທີ່ສອງຊາດລາວ-ຈີນ ກຳລັງສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ໄລຍະທີສອງ (2024-2028) ໃຫ້ເກີດດອກອອກຜົນແລະ ເປັນປີທີ່ມີຄວາມໝາຍຄວາມສໍາຄັນ ສຳລັບສອງຊາດລາວ-ຈີນ, ນອກຈາກຈະເປັນປີສ້າງຕັ້ງສາຍພົວພັນການທູດຄົບຮອບ 63 ປີ ແລ້ວ, ຍັງເປັນປີສ້າງຕັ້ງ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ ແລະ ເປັນປີທີ 3 ໃນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ອັນໄດ້ປ່ຽນແປງໂສມໜ້າໃໝ່ໃຫ້ແກ່ຂະແໜງການຂົນສົ່ງຂອງລາວ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນປ່ຽນແປງສະຖານະພາບຂອງລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກໃນພາກພື້ນ. ສິ່ງສຳຄັນ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນຂົວຕໍ່ແຫ່ງການເຊື່ອມໂຍງເຊື່ອມຈອດ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດລາວ-ຈີນ ໃຫ້ມີຄວາມຮັກແພງ ແລະ ໃກ້ຊິດກັນຫຼາຍຂຶ້ນກວ່າເກົ່າ ຊຶ່ງໄດ້ກາຍເປັນແຮງຍູ້ໜູນໃນການຮ່ວມມືໃນຂົງເຂດຕ່າງໆໃຫ້ມີການຂະຫຍາຍຕົວ ແລະ ເກີດດອກອອກຜົນຢ່າງເປັນຮູບປະທຳ ແລະ ໄດ້ນຳເອົາຜົນປະໂຫຍດອັນມະຫາສານມາໃຫ້ປະຊາຊົນສອງຊາດ ລາວ-ຈີນ ຢ່າງແທ້ຈິງ.
ດ້ານການຄ້າ-ການລົງທຶນ ກໍແມ່ນຂົງເຂດໜຶ່ງທີ່ມີການຂະຫຍາຍຕົວຢ່າງແຂງແຮງ. ອີງຕາມສະຖິຕິ, ໃນປີ 2023 ທີ່ຜ່ານມາ, ການຄ້າສອງຝ່າຍລາວ-ຈີນ ມີມູນຄ່າຫຼາຍກວ່າ 7,09 ຕື້ໂດລາ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26,6%. ສປ ຈີນ ຍັງຄອງອັນດັບ 1 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ. ສະເພາະໃນປີ 2023 ສປ ຈີນ ໄດ້ລົງທຶນຫຼາຍກວ່າ 986 ລ້ານໂດລາ ໃນທັງໝົດ 17 ໂຄງການ ຊຶ່ງມີໂຄງການສໍາຄັນດັ່ງນີ້: ໂຄງການລົງທຶນດ້ານພະລັງງານ, ໂຄງການສາຍສົ່ງແຫ່ງຊາດ, ໂຄງການທາງດ່ວນ (ນະຄອນຫຼວງວຽງຈັນ ຫາ ຊາຍແດນລາວ-ຈີນ), ລວມເຖິງການພັດທະນາເຂດເສດຖະກິດພິເສດຢູ່ລາວ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ.
ນອກຈາກການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນແລ້ວ, ທັງ 2 ປະເທດຍັງໄດ້ເອົາໃຈໃສ່ເສີມຂະຫຍາຍວຽກງານການທູດວັດທະນະທໍາໂດຍສະເພາະແມ່ນການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ-ຈີນອັນເປັນພື້ນຖານຫຼັກໃຫ້ມີການຮ່ວມມືໃນດ້ານຕ່າງໆ. ພ້ອມກັນນັ້ນ, ໃນວັນທີ 13 ເມສາ 2023, ສອງລັດຖະບານ ລາວ-ຈີນ ກໍໄດ້ເປີດນໍາໃຊ້ຂະບວນລົດໄຟຂົນສົ່ງໂດຍສານສາກົນ ເພື່ອເຊື່ອມໂຍງເຊື່ອມຈອດລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ແຂວງຢຸນໜານ ຊຶ່ງໄດ້ກາຍເປັນນິມິດໝາຍອັນສໍາຄັນໃນການເພີ່ມຊ່ອງທາງຂອງການເດີນທາງ ລະຫວ່າງ ປະຊາຊົນສອງຊາດ ໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ໃນວັນທີ 27 ເມສາ 2024, ລາວ ແລະ ຈີນ ຍັງໄດ້ເປີດສາຍການບິນໂດຍກົງ ນະຄອນຫຼວງວຽງຈັນ- ເຂດປົກຄອງພິເສດ ຮົງກົງ- ນະຄອນຫຼວງວຽງຈັນ ແລະ ໄດ້ເປີດສາຍການບິນໃໝ່ລະຫວ່າງນະຄອນປາກເຊ - ແຂວງກວາງໂຈ - ນະຄອນປາກເຊ ເພີ່ມຕື່ມໃນວັນທີ 19 ພຶດສະພາ 2024 ຜ່ານມາ.
ໝາກຜົນອັນສໍາຄັນຂອງການຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ແມ່ນຢຶດຖື ແລະ ປະຕິບັດເນື້ອໃນຕາມ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຊຶ່ງໄດ້ນໍາມາໝູນໃຊ້ເຂົ້າໃນການພັດທະນາຮ່ວມມື ໂດຍສະເພາະກັບປະເທດທີ່ເດີນຕາມເສັ້ນທາງສັງຄົມນິຍົມ ອັນໄດ້ເຮັດໃຫ້ການພົວພັນຮ່ວມມື ລາວ-ຈີນ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຈົນກາຍມາເປັນປະເທດຄູ່ຮ່ວມຊາຕາກໍາດຽວກັນ. ພ້ອມດຽວກັນນັ້ນ, ການພົວພັນອັນດີລະຫວ່າງປະຊາຊົນສອງຊາດ ຍັງໄດ້ກາຍເປັນແບບຢ່າງອັນແໜ້ນແຟ້ນໃຫ້ແກ່ການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດຕື່ມອີກ. ສປປ ລາວ ຈະຍັງຄົງສືບຕໍ່ຢຶດຖື ແລະ ປະຕິບັດຕາມ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຢ່າງເປັນເອກະພາບ, ເພາະຖືໄດ້ວ່າຫຼັກການດັ່ງກ່າວ ເປັນແນວທາງທີ່ຖືກຕ້ອງແບບສັດຈະວິພາກ ໂດຍສະເພາະໃນຂອບເຂດວຽກງານການເມືອງ ແລະ ການພົວພັນສາກົນ, ການເຄົາລົບອໍານາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ ແລະ ໃຫ້ກຽດຊຶ່ງກັນແລະກັນ ຖືເປັນຫຼັກການທີ່ທຸກປະເທດຕ້ອງໃຫ້ການຮ່ວມມື. ຄ່ຽງຄູ່ກັນນັ້ນ, ຕ້ອງມີນໍ້າໃຈຍົກສູງການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ກໍຖືເປັນສິ່ງສໍາຄັນ ເພື່ອຮັກສາສະຖຽນລະພາບຂອງການພັດທະນາ ແລະ ປົກປັກຮັກສາ ຄວາມສີວິໄລຂອງມວນມະນຸດ ແລະ ຂອງໂລກໄປພ້ອມໆກັນ.