ໃນຕອນເຊົ້າ ວັນທີ 15 ກັນຍາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳບັນດາຂະແໜງການ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄປຕິດຕາມສະພາບນໍ້າຖ້ວມ ແລະ ຊຸກຍູ້ການປ້ອງກັນ-ແກ້ໄຂບັນຫາດັ່ງກ່າວ ຢູ່ລຽບຕາມແຄມແມ່ນໍ້າຂອງ ເຂດເມືອງປາກງື່ມ ເມືອງຫາດຊາຍຟອງ ແລະ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ໃນເວລາ 9:15 ໂມງ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປຕິດຕາມເບິ່ງສະພາບການລະບາຍນໍ້າ ອອກຈາກຕົວເມືອງນະຄອນຫຼວງວຽງຈັນ ຢູ່ຈຸດຫ້ວຍໝາກຮຽວ ເມືອງປາກງື່ມ.
ຈຸດລະບາຍນໍ້າຫ້ວຍໝາກຮຽວ ແມ່ນຈຸດທ້າຍນໍ້າ ທີ່ນໍ້າໃນຕົວເມືອງນະຄອນຫຼວງວຽງຈັນ ໄຫຼໄປໂຮມກັນອອກສູ່ແມ່ນໍ້າຂອງ. ປັດຈຸບັນ, ເນື່ອງຈາກລະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນກວ່າລະດັບນໍ້າໃນຫ້ວຍໝາກຮຽວ ປະມານ 2 ແມັດ. ເພື່ອປ້ອງກັນບໍ່ໃຫ້ນໍ້າຍູ້ອັ່ງຖ້ວມຕົວເມືອງນະຄອນຫຼວງວຽງຈັນ ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ໃຊ້ເຄື່ອງຈັກສູບນ້ຳອອກຈາກຫ້ວຍໝາກຮຽວ ​ລົງສູ່ແມ່ນໍ້າຂອງ ຊຶ່ງຈຸດດັ່ງກ່າວ ໄດ້ນໍາໃຊ້ເຄື່ອງຈັກສູບນໍ້າ ຈຳນວນ 7 ເຄື່ອງ ໂດຍສາມາດສູບປະລິມານນໍ້າໄດ້ທັງໝົດ 136.000 ລິດ/ຊົ່ວໂມງ. ຜ່ານການໃຊ້ເຄື່ອງຈັກສູບນໍ້າ ດັ່ງກ່າວ ແມ່ນສາມາດຮັກສາລະດັບນໍ້າຫ້ວຍໝາກຮຽວ ຢູ່ໃນລະດັບເກນປົກກະຕິ (ລະດັບນໍ້າບໍ່ເພີ່ມຂຶ້ນ).
ເພື່ອຕິດຕາມສະພາບການຂຶ້ນ-ລົງຂອງນໍ້າ ແລະ ປ້ອງກັນຄວາມສ່ຽງຕ່າງໆທີ່ອາດເກີດຂຶ້ນ, ທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງຄະນະຮັບຜິດຊອບຜັດປ່ຽນກັນເຝົ້າເວນຍາມຢູ່ຈຸດດັ່ງກ່າວ ໂດຍປະກອບມີເຈົ້າໜ້າທີ່ທະຫານ, ຕຳຫຼວດ, ພະນັກງານພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ປ່າໄມ້, ການຈັດຕັ້ງບ້ານ ຕິດ​ຕາມ ເຝົ້າ​ເວນ​ຍາມ​​ຕະຫຼອດ 24 ຊົ່ວ​ໂມງ.
​ຂ່າວ-ພາບ: ນາງ ບຸນພະຈັນ