ໃນຕອນເຊົ້າຂອງວັນທີ 16 ກັນຍານີ້ທີ່ ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍຄະນະຈາກສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ   ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum)  ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້,ສະຖາບັນຍຸດທະສາດອາຊີ-ປາຊີຟິກໄດ້ມອບລາງວັນ “ການນໍາອາຊຽນດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ (The ASEAN Master Nation Builder Lifetime Award)”ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ຊຶ່ງລາງວັນດັ່ງກ່າວ ເປັນລາງວັນທີ່ມີຄວາມໝາຍສໍາຄັນເພາະເປັນລາງວັນສູງສຸດຂອງສະຖາບັນດັ່ງກ່າວ  ມອບໃຫ້ຜູ້ນໍາຂອງອາຊຽນ ຊຶ່ງ ທ່ານ ທອງລຸນສີສຸລິດ ເປັນຜູ້ນໍາ ຜູ້ທໍາອິດຂອງອາຊຽນ ທີ່ໄດ້ຮັບກຽດຮັບລາງວັນດັ່ງກ່າວ ຊຶ່ງເປັນການຮັບຮູ້ ແລະ ຊົມເຊີຍ ຜົນງານຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນ ເຂົ້າໃນພາລະກິດລວມຂອງອາຊຽນ.
ທ່ານ ທອງລຸນ ສີສຸລິດໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມອບລາງວັນຜູ້ນຳອາຊຽນດີເດັ່ນດັ່ງກ່າວ ແລະ ກ່າວວ່າ: ລາງວັນດັ່ງກ່າວນີ້, ເປັນລາງວັນ ທີ່ບໍ່ສະເພາະແຕ່ສໍາລັບພະນະທ່ານເອງ, ແຕ່ຍັງເປັນລາງວັນສໍາລັບທຸກພາກສ່ວນຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການສົ່ງເສີມສັນຕິພາບ, ສະຖຽນລະພາບ  ແລະ ການພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງອາຊຽນ ໃນໄລຍະຜ່ານມາ.
ພ້ອມດຽວກັນນີ້, ປະທານປະເທດກໍໄດ້ສະແດງຄວາມຊົມເຊີຍ ຕໍ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ທີ່ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈັດກອງຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ກອງປະຊຸມປະສົບຜົນສໍາເລັດຕາມແຜນການ ປະກອບສ່ວນເຂົ້າໃນການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ-ເຊື່ອມຈອດ,ການອຳນວຍຄວາມສະດວກທາງການຄ້າ,ການລົງທຶນ,ການຫັນເປັນດີຈີຕອນ,ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ ແລະການພັດທະນາແບບຍືນຍົງເວົ້າສະເພາະ ເວົ້າລວມກໍຄືການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນ ທັງພາກລັດ ແລະ ພາກທຸລະກິດໃນພາກພື້ນ ແນໃສ່ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.
ການຈັດກອງປະຊຸມດັ່ງກ່າວ, ເປັນໜຶ່ງໃນກິດຈະກໍາ ທີ່ປະກອບສ່ວນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ“ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊຽນ”ໃຫ້ມີຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ກະຊວງການຕ່າງປະເທດ;ພາບ: ສຸກສະຫວັນ)