ໂດຍ: ວັນເພັງ
ບຸນຫໍ່ເຂົ້າສະຫຼາກ ເປັນອີກໜຶ່ງງານບຸນປະເພນີຂອງຊາວພຸດ ທີ່ມີຄວາມໝາຍ-ຄວາມສຳຄັນມີປະຫວັດຄວາມເປັນມາດົນນານ ແລະ ຍັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີຊາວພຸດທີ່ເຄີຍສືບທອດປະຕິບັດກັນມາເມື່ອຮອດເດືອນ 10 ລາວຂອງທຸກໆປີ, ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 10 ພ.ສ 2567ຫຼື ກົງກັບວັນອັງຄານວັນທີ 17ກັນຍາ 2024.
ໃນຮີດ 12 ຄອງ 14 ປະເພນີລາວທີ່ເວົ້າເຖິງຄວາມໝາຍ-ຄວາມສຳຄັນຂອງປະເພນີບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ວ່າ:ການເຮັດບຸນຫໍ່ເຂົ້າສະຫຼາກເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງແຕ່ 14 ວັນ ຊຶ່ງເປັນໄລຍະເວລາທີ່ຜີເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື: ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ຊຶ່ງລວມທັງບັນພະບຸລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ຜີເຜດທີ່ບໍ່ມີຍາດ. ຕາມປະເພນີສືບທອດກັນມາເມື່ອຮອດມື້ຂຶ້ນ14 ຄໍ່າເດືອນ 10 ຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ15ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດເພື່ອຖວາຍໃຫ້ແກ່ເຈົ້າພະພິຂຸສົງແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບຸລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື: ກ່ອນຈະນໍາເຄື່ອງທານໄປຖວາຍພະສົງຊາວບ້ານຈະຈັບສະຫຼາກກັບພະພິຂຸສາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພະສົງ-ເນນອົງໃດ ກໍເອົາຂອງໄປທານພະສົງ-ເນນອົງນັ້ນອີກວິທີໜຶ່ງຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດແລ້ວໃຫ້ພະສົງ-ສາມະເນນ ຈັບເອົາຖ້າອົງໃດໄດ້ສະຫຼາກຂອງໃຜຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພະສົງ-ເນນອົງນັ້ນ. ນອກນັ້ນ, ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ຊຶ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າໄດ້ແກ່: ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.
ຈາກບາງເລື່ອງເລົ່າປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ໂດຍຫຍໍ້: ໃນອະດີດຕະການລ່ວງມາແລ້ວ ໄດ້ມີພະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ, ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາຢູ່ມາມື້ໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ, ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທໍາມະຈະເລີນທໍາເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາກໍເລີຍມີຈິດໃຈຢາກສ້າງກຸສົນເຮັດບຸນກິນທານເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີຢູ່ມາມື້ໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວຈຶ່ງນ້ອມໄປສູ່ວັດວາອາຮາມເຮັດເປັນສະຫຼາກກາພັດທານພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນຈົກສະຫຼາກຖືກພະພິຂຸສົງໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາຖະໜາວ່າ: ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງເກີດໃນພົບໃດໆກໍດີຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ. ຕໍ່ມາບໍ່ນານສາມີພັນລະຍາທັງສອງກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາໃນຊັ້ນດາວະດຶງ (ສະຫວັນ)ສະເຫວີຍສົມບັດທິບອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍລາດຊະສົມບັດຢູ່ໃນນະຄອນພຣານະສີມີນາມວ່າ: ພະເຈົ້າສັດທາດິດສະເຫວີຍລາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະຄືບຸນກຸສົນຈາກການໃຫ້ທານສະຫຼາກມີຜົນອັນຍິ່ງໃຫຍ່ໄພສານສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ຄວາມຈະເລີນທັງໃນພົບນີ້ພົບໜ້າ ແລະ ພົບຕໍ່ໆໄປ.
ສະຫຼຸບແລ້ວການເຮັດບຸນຫໍ່ເຂົ້າສະຫຼາກເປັນບຸນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ. ຫຼັງຈາກໄດ້ເຮັດບຸນດັ່ງກ່າວແລ້ວເຊື່ອວ່າຍາດພີ່ນ້ອງທີ່ລ່ວງລັບໄປນັ້ນ, ພວກຜີເຜດຈະມາຮັບຈັບໂຈມເອົາສິ່ງຂອງຕ່າງໆທານໄປຈຶ່ງເຮັດໃຫ້ຈະມີຄວາມສະບາຍກາຍ-ໃຈ ແລະ ເຊື່ອວ່າຜົນບຸນທີ່ກະທຳໄປຈະນຳຄວາມຢູ່ເຢັນເປັນສຸກຄວາມຈະເລີນຮຸ່ງເຮືອງມາສູ່ຕົນເອງ ແລະ ຄອບຄົວ.