ໃນຕອນຄໍ່າຂອງວັນທີ 16 ກັນຍານີ້, ໄດ້ມີພິທີມອບລາງວັນ “ຜູ້ນໍາອາຊຽນ ດີເດັ່ນ ປະຈໍາປີ 2024 (Distinguished ASEAN Leader Award) ໃຫ້ແກ່  ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດກອງປະຊຸມເວທີປຶກສາຫາລື ກ່ຽວກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum) ທີ່ຈັດຂຶ້ນ ໃນວັນທີ 16-17 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ. ລາງວັນຜູ້ນຳອາຊຽນດີເດັ່ນ ເປັນລາງວັນທີ່ມີຄວາມໝາຍສຳຄັນຂອງສະຖາບັນຍຸດທະສາດອາຊີ-ປາຊີຟິກ ມອບໃຫ້ຜູ້ນໍາຂອງອາຊຽນ ທີ່ມີຜົນງານໃນການປະຕິບັດໜ້າທີ່ຂອງຕົນ. 
ທ່ານ ຕັນ ສຣິ ມາຈິດ ຄັນ (Tan Sri Majid Khan),ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ໄດ້ຕາງໜ້າໃຫ້ກອງປະຊຸມປຶກສາຫາລື ກ່ຽວກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ເປັນຜູ້ມອບລາງວັນ ຜູ້ນໍາອາຊຽນດີເດັ່ນ ປະຈໍາປີ 2024 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ເພື່ອຊົມເຊີຍຜົນງານຂອງທ່ານໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ ແລະ ປະກອບສ່ວນເຂົ້າໃນວຽກງານອາຊຽນ ໃນໄລຍະຜ່ານມາ ລວມທັງການເປັນປະທານອາຊຽນຂອງ ສປປ ລາວໃນປີ 2024. ໃນປີ 2019, ທ່ານ ທອງລຸນ ສີສຸລິດ ໃນເວລານັ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບລາງວັນ “ຜູ້ນໍາອາຊຽນ ທີ່ມີຜົນສໍາເລັດດີເດັ່ນ (Distinguished ASEAN Leader Lifetime Achievement Award)”
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຖາບັນຍຸດທະສາດອາຊີ-ປາຊີຟິກ ແລະ ສະໂມສອນເສດຖະກິດອາຊຽນ ທີ່ໄດ້ມອບລາງວັນທີ່ສໍາຄັນດັ່ງກ່າວ ຊຶ່ງບໍ່ພຽງແຕ່ເປັນລາງວັນທີ່ເປັນການຊົມເຊີຍຜົນງານຂອງທ່ານນາຍົກລັດຖະມົນຕີເທົ່ານັ້ນ, ແຕ່ຍັງເປັນລາງວັນທີ່ຮັບຮູ້ ແລະ ຊົມເຊີຍການປະກອບສ່ວນຂອງປະຊາຊົນລາວ ເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນຕະຫຼອດໄລຍະຜ່ານມາ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ ທີ່ໄດ້ໃຫ້ການສະໜັບສະໜູນວຽກງານອາຊຽນໂດຍສະເພາະການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ“ເພີ່ມທະວີການເຊື່ອມຈອດແລະ ຄວາມເຂັ້ມແຂງອາຊຽນ”. ການຮ່ວມມືແລະການສະໜັບສະໜູນດັ່ງກ່າວເປັນການປະກອບສ່ວນ ທີ່ສໍາຄັນ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
(ຂ່າວ-ພາບ: ກຕທ)