ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາເຈົ້າຄອງນະຄອນຫຼວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມບັນດານະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ທີ່ນະຄອນຫຼວງວຽງຈັນ (ນວ)ເປັນເຈົ້າພາບຈັດຂຶ້ນໃນວັນທີ 18 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ.
ໃນໂອກາດນີ້, ທ່ານສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ເຈົ້າຄອງນະຄອນຫຼວງອາຊຽນ, ນະຄອນດີລີ, ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນໃນພາກພື້ນອາຊີ-ປາຊີຟິກ, ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງທີ່ນໍາໃຊ້ພາສາຝຣັ່ງ ລາຍງານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມ ບັນດາເຈົ້າຄອງນະຄອນຫຼວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນແລະຜົນສຳເລັດກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ໃນມື້ວານນີ້ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນປີ 2024 ຊຶ່ງໄດ້ຮັບຜົນສໍາເລັດເປັນຢ່າງດີ.ສຳລັບກອງປະຊຸມສາກົນດັ່ງກ່າວ ແມ່ນໄດ້ດໍາເນີນແຕ່ວັນທີ 17-19 ກັນຍາ 2024 ຕາມຮອບວຽນ ທີ່ ສປປລາວ ເປັນເຈົ້າພາບຈັດກອງປະຊຸມອາຊຽນ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກບັນດານະຄອນຫຼວງອາຊຽນ, ບັນດານະຄອນຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທັງໝົດຈຳນວນຫຼາຍກວ່າ 189 ກວ່າພາກສ່ວນຊຶ່ງມີບັນດາເຈົ້າຄອງນະຄອນຫຼວງອາຊຽນ ຈໍານວນ 9 ນະຄອນຫຼວງ ແລະ ນະຄອນຫຼວງເດລີ, ປະເທດຕີມໍແລັດສະເຕ ແລະ ບັນດານະຄອນຕ່າງໆຂອງປະເທດອາຊຽນເຂົ້າຮ່ວມ. ສຳລັບກອງປະຊຸມຄັ້ງນີ້ ແມ່ນການຮ່ວມກັນ ລະຫວ່າງ ນະຄອນຫຼວງວຽງຈັນ ກັບ ອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນໃນພາກພື້ນອາຊີ-ປາຊີຟິກ (UCLG ASPAC) ແລະ ກອງເລຂາສະມາຄົມ AIME ເປັນເຈົ້າພາບຮ່ວມກັນ ເພື່ອຈະສືບຕໍ່ດຳເນີນຕາມຈຸດປະສົງຫຼັກຂອງການລິເລີ່ມກອງປະຊຸມ ບັນດາເຈົ້າຄອງນະຄອນຫຼວງອາຊຽນ ໃນປີ 2013 ທີ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ ແລະ ຂໍ້ລິເລີ່ມ ໃນການຈັດກອງປະຊຸມເວທີເຈົ້ານະຄອນອາຊຽນຄູ່ຂະໜານຄັ້ງທຳອິດ ຢູ່ນະຄອນຫຼວງພະນົມເປັນ ປີ 2022 ໃນການເປັນເວທີເພື່ອການສ້າງການຮ່ວມມື ແລະ ການເເບ່ງປັນປະສົບການ ລະຫວ່າງ ອົງການປົກຄອງທ້ອງຖິ່ນ ຂອງບັນດານະຄອນຂອງອາຊຽນ. ກອງປະຊຸມທີ່ຈັດຂຶ້ນຢູ່ ນວ ຄັ້ງນີ້ ໄດ້ດຳເນີນໄປຕາມຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນ” ໂດຍໄດ້ເນັ້ນໃສ່ບັນດາຫົວຂໍ້ 5 ຫຼັກ ເຊັ່ນ: ຕົວເມືອງ ທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ, ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງຂອງສະພາບອາກາດ.
ໂອກາດນີ້, ທ່ານ າຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕີລາຄາສູງໃນການ ເຂົ້າຮ່ວມຂອງບັນດາ ທ່ານ ຕໍ່ກອງປະຊຸມທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງບົດບາດຂອງບັນດານະຄອນຫຼວງວອາຊຽນ ທີ່ເປັນອັນໜຶ່ງອັນດຽວກັນໃນ ເປົ້າໝາຍການຮ່ວມມື ແລະ ຍົກລະດັບຄວາມຮ່ວມມື ໃນລະດັບພາກພື້ນຢ່າງມີໝາກຜົນ ແລະ ເຊື່ອໝັ້ນວ່າ ກອງປະຊຸມຈະສາມາດສ້າງການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງການພັດທະນາບັນດານະຄອນອາຊຽນ ທີ່ມີຄວາມຍືນຍົງ ໃຫ້ສອດຄ່ອງກັບຄໍາຂວັນທີ່ວ່າ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນ.
(ຂ່າວ: ວັນເພັງ-ພາບ: ສຸກສະຫວັນ)