ໃນລະຫວ່າງວັນທີ 23-24 ກັນຍາຜ່ານມາ, ອົງການກາແດງແຂວງໄຊຍະບູລີ ຊຶ່ງນໍາພາໂດຍ ທ່ານ  ບຸນບູລີ ຖານະວັນ ຮອງຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານຂອງແຂວງ ແລະ ເມືອງ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກໍາວຽກງານກາແດງຢູ່ທີ່ຫໍປະຊຸມຂອງເມືອງບໍ່ແຕນ ແຂວງໄຊຍະບູລີ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍວຽກງານກາແດງລາວ ສະບັບປີ 2017, ເຜີຍແຜ່ພາລະບົດບາດ (ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ນໄຫວຂອງອົງການກາແດງແຫ່ງຊາດລາວ, ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍກອງທຶນເລືອດ ສະບັບເລກທີ 1035/ຈຂ.ຊຍ, ລົງວັນທີ 8 ກັນຍາ 2022 ແລະ ຜ່ານແຈ້ງການຂອງສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໃຫ້ພະນັກງານຫຼັກແຫຼ່ງຂອງບັນດາຫ້ອງການ, ອົງການກົມກອງ ອ້ອມຂ້າງເມືອງ ຕະຫຼອດຮອດອົງການປົກຄອງບ້ານເທດສະບານ ເພື່ອໃຫ້ຮັບຮູ້, ເຂົ້າໃຈເຖິງພາລະບົດບາດຂອງວຽກງານດັ່ງກ່າວ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ, ພ້ອມທັງຮັບຮູ້ເຖິງວິທີການ, ຂະບວນການ ຂັ້ນຕອນ ກ່ຽວກັບວຽກງານກອງທຶນເລືອດ ແລະ ການຮັບບໍລິຈາກເລືອດ ໂດຍມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 76 ຄົນແລະ ໄດ້ລົງຮັບບໍລິຈາກເລືອດໃນແຕ່ລະຈຸດດັ່ງນີ້: ລົງຮັບບໍລິຈາກເລືອດຢູ່ໂຮງຮຽນ ມສ ບໍ່ແຕນ ມີຜູ້ເຂົ້າຮ່ວມ 66 ຄົນ, ຍິງ 41ຄົນ, ມີຜູ້ສະໝັກ 18 ຄົນ ຍິງ 7 ຄົນ, ຜູ້ບໍລິຈາກຕົວຈິງໄດ້ 14 ຄົນ, ຍິງ 4 ຄົນ; ຢູ່ໂຮງຮຽນ ມສ ບໍ່ແຕນມີໄຊ ມີຜູ້ເຂົ້າຮ່ວມ 55 ຄົນ, ຍິງ 30 ຄົນ, ມີຜູ້ສະໝັກ 18 ຄົນ, ຍິງ 12 ຄົນ, ຜູ້ບໍລິຈາກຕົວຈິງໄດ້ 14 ຄົນ, ຍິງ 9 ຄົນ; ຢູ່ໂຮງຮຽນ ມສ ນໍ້າພຸ ມີຜູ້ເຂົ້າຮ່ວມ 72 ຄົນ, ຍິງ 41 ຄົນ, ມີຜູ້ສະໝັກ 16 ຄົນ, ຍິງ 4 ຄົນ, ຜູ້ບໍລິຈາກຕົວຈິງໄດ້ 14 ຄົນ, ຍິງ 4 ຄົນ; ກອງພັນ 413 ມີຜູ້ເຂົ້າຮ່ວມ 35 ຄົນ, ຍິງ 1 ຄົນ, ມີຜູ້ສະໝັກ 11 ຄົນ, ຜູ້ບໍລິຈາກຕົວຈິງໄດ້ 10 ຄົນ; ສຳນັກງານອົງການມີຜູ້ເຂົ້າຮ່ວມ 76 ຄົນ ມີມູ້ບໍລິຈາກ 5 ຄົນ ຍິງ 2 ຄົນ
(ຂ່າວ-ພາບ: ສາຍຄຳ ບຸນຍາວົງລາຍງານ)