ວັນທີ 30 ກັນຍາ ຜ່ານມານີ້, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ແລະ ພົບປະໂອ້ລົມພະນັກຫຼັກແຫຼ່ງພະແນກສາທາລະນະສຸກແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຕ້ອນຮັບຂອງທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະພະແນກ, ພະນັກງານແພດໝໍພາຍໃນພະແນກເຂົ້າຮ່ວມ.
ທ່ານ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການກະກຽມກອງປະຊຸມ 3 ຂັ້ນ ແລະ ວຽກງານຮອບດ້ານຂອງສາທາລະນະສຸກ ໃຫ້ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮັບຊາບ. ໃນໂອກາດດຽວກັນນີ້, ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ໂອລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທາງດ້ານສາທາລະນະສຸກ ທີ່ໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ວຽກງານກະກຽມກອງປະຊຸມ 3 ຂັ້ນຂອງພະແນກດັ່ງກ່າວ, ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະນຳພະແນກສາທາສະນະສຸກແຂວງ ສືບຕໍ່ຊີ້ນຳ-ນຳພາ, ຊຸກຍູ້ຕິດຕາມ ແລະ ກວດກາໜ້າວຽກຮອບດ້ານຕິດພັນ ກັບຄວາມຮັບຜິດຊອບຂອງຕົນໃຫ້ທັນກັບສະພາບການໃນແຕ່ລະໄລຍະ, ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາໃຫ້ທັນການ, ສືບຕໍ່ກໍ່ສ້າງສະມາຊິກພັກໃຫ້ໄດ້ສະມາຊິກພັກທີ່ມີມາດຖານເງື່ອນໄຂ ທີ່ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ຄະນະພັກຕ້ອງໄດ້ເຊື່ອມຊຶມການເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານ ມີຈັນຍາບັນຕໍ່ວິຊາຊີບ, ເຄົາລົບຕໍ່ອາຊີບ ແລະ ເຄົາລົບຕໍ່ວຽກງານທີ່ຖືກມອບໝາຍໃຫ້ໄດ້ຢ່າງໜັກແໜ້ນໃຫ້ເປັນຄວາມຮັບຜິດຊອບສູງຂອງທຸກພາກສ່ວນທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂຮ່ວມກັນ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ພໍ່ແມ່ປະຊາຊົນໃນການປີ່ນປົວດ້ວຍຄວາມຈິງໃຈ ແລະ ຂໍໃຫ້ຄະນະພັກພະນັກງານທຸກຂັ້ນພ້ອມກັນເຮັດໜ້າທີ່ໃຫ້ສຳເລັດຕາມການມອບ ໝາຍ.
(ຂ່າວ-ພາບ: ຄຳຟອງ)