ໂດຍ: ວັນເພັງ
ພະຍາດ HIV ຫຼື ພະຍາດເອດເປັນໜຶ່ງພະຍາດທີ່ຕິດຕໍ່ໄດ້ຈາກການມີເພດສຳພັນ ໂດຍບໍ່ໄດ້ຮັບການປ້ອງກັນກ່ອນການໄປມີເພດສຳພັນ ຖ້າບໍ່ໄດ້ຮັບການປິ່ນປົວທັນເວລາກໍສາມາດເຮັດໃຫ້ເສຍຊີວິດໄດ້ ສະນັ້ນ, ທຸກຄົນຈົ່ງພ້ອມກັນປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ. 
ທ່ານນາງ ສາຍຄໍາ ພະໄຊຍະແສງ ຫົວໜ້າພະແນກຊຶມເຊື້ອຈຸລະໂຣກ ໂຮງໝໍເສດຖາທິຣາດໃຫ້ຮູ້ວ່າ: ການຕິດເຊື້ອHIV ແລະ ເປັນເອດມີຄວາມແຕກຕ່າງກັນ, ຕິດເຊື້ອເອດໝາຍຄວາມວ່າເປັນຄົນທີ່ຍັງແຂງແຮງແຕ່ໄປເຮັດວຽກໄດ້ເປັນປົກກະຕິຄືກັບຄົນທົ່ວໄປ ແຕ່ເມື່ອມາກວດເລືອດແລ້ວພົບວ່າມີເຊື້ອເອດຢູ່ໃນຮ່າງກາຍໂດຍບໍ່ມີອາການຫຍັງທີ່ສະແດງອອກແລ້ວຜູ້ເປັນເອດປະໃຫ້ໂຕເອງເຈັບປ່ວຍເກີດມີອາການພະຍາດຕ່າງໆຂຶ້ນເຊັ່ນ: ພະຍາດວັນນະໂIກ, ຖອກທ້ອງຊໍ້າເຮື້ອ, ມີໄຂ້ແກ່ຍາວ, ນໍ້າໜັກຫຼຸດ, ເບື່ອອາຫານ, ເຈັບຫົວ, ລ່ອຍຫຼືແຕະຕ້ອງທາງດ້ານສະໝອງເຊັ່ນ: ອັກເສບຢຸມສະໝອງ, ເປັນຝີໃນສະໝອງ, ມີອາການລ່ອຍເຄິ່ງຊີກ ແລະ ອື່ນໆ ຊຶ່ງອາການດັ່ງກ່າວນີ້ເອີ້ນວ່າ: ເປັນເອດ
ຂໍ້ມູນຈາກສູນຕ້ານເອດ ກະຊວງສາທາລະນະສຸກໃຫ້ຮູ້ອີກວ່າ: ປັດຈຸບັນ ສປປ ລາວມີຜູ້ຕິດເຊື້ອເອດປະມານ 21.665 ຄົນ, ເສຍຊີວິດ 5.781 ຄົນ, ຍັງກິນຢາຕໍ່ເນື່ອງ (ມີຊີວິດ) 15.884 ຄົນ. ສະນັ້ນ, ຂໍໃຫ້ທຸກຄົນຈົ່ງພ້ອມກັນປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ ໂດຍການມີສະຕິຕື່ນຕົວໃນການກວດຫາເຊື້ອHIV ດ້ວຍການໄປກວດເລືອດ, ຖ້າຫາກວ່າກວດຮູ້ແຕ່ຕົ້ນພຽງແຕ່ເປັນຜູ້ຕິດເຊື້ອເທົ່ານັ້ນ ແຕ່ຈະບໍ່ແມ່ນຜູ້ເປັນເອດ ແລະຖ້າປິ່ນປົວທັນເວລາກໍຈະບໍ່ມີໂອກາດກັບໄປເປັນເອດອີກ. ທີ່ສໍາຄັນຖ້າທ່ານມີຄວາມສ່ຽງຕິດເຊື້ອ HIV ຫຼືໄດ້ຮັບເຊື້ອພະຍາດເອດຕ້ອງເຂົ້າໄປພົບແພດກ່ອນ72 ຊົ່ວໂມງ ຖ້າເກີນກໍຈະບໍ່ໃຫ້ຜົນໃນການປ້ອງກັນ. 
ປັດຈຸບັນແມ່ນມີຢາຕ້ານໄວຣັດ ຫຼືປ້ອງກັນເອດກ່ອນໄປມີເພດສໍາພັນ ຊຶ່ງເອີ້ນວ່າ: ຢາເປັບໂດຍກິນທຸກໆມື້ຕາມແພດສັ່ງກໍຈະບໍ່ມີໂອກາດຕິດເຊື້ອເອດ ຫຼື ກັບເປັນໄປເອດອີກຕໍ່ໄປ. ສຳລັບຢູ່ນະຄອນຫຼວງວຽງຈັນທ່ານສາມາດເຂົ້າຮັບຢາດັ່ງກ່າວໂດຍບໍ່ເສຍຄ່າໄດ້ທີ່ໂຮງໝໍສູນກາງເຊັ່ນ: ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ, ໂຮງໝໍມິດຕະພາບ.